ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ ອີ​ຢູ ເພີ່ມຂຶ້ນ 35%

17:47 | 16/08/2021

ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳ ຫວຽດນາມແລ້ວ ການສົ່ງອອກຫອຍໄປຍັງ EU ໄດ້ເຕີບໂຕດີຍ້ອນວ່ານີ້ແມ່ນບັນດາຜະລິດຕະພັນປຸງແຕ່ງມີຄວາມສະດວກໃນການບໍລິໂພກໃນຍາມເກີດໂລກລະບາດ ແລະ ລາຄາກໍ່ເໝາະສົມ.

ວົງເງິນການຄ້າຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນໃນ 6 ເດືອນ ຕົ້ນປີ 2021 ວົງເງິນການຄ້າຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນໃນ 6 ເດືອນ ຕົ້ນປີ 2021
ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຊາຍແດນລາວກາຍ ເພີ່ມຂຶ້ນ 42% ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຊາຍແດນລາວກາຍ ເພີ່ມຂຶ້ນ 42%
ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ  ອີ​ຢູ ເພີ່ມຂຶ້ນ 35%
ພາບປະກອບ

ຕາມຂໍ້ມູນຂອງສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳຫວຽດນາມ(VASEP), ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ EU ໃນ 6 ເດືອນ ຕົ້ນປີນີ້ ບັນລຸເກືອບ 37 ລ້ານUSD ເພີ່ມຂຶ້ນ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນໄຕມາດ 1, ມູນຄ່າການສົ່ງອອກສິນຄ້າປະເພດນີ້ໄປຍັງ EU ເພີ່ມຂຶ້ນພຽງ 11% ເທົ່ານັ້ນ ແຕ່ຮອດໄຕມາດ 2, ວົງເງິນໄດ້ເພີ່ມຂຶ້ນ 56% ເມື່ອມຽບໃສ່ໄລຍະດຽວກັນຂອງປີກາຍ. ໃນໂຄງປະກອບຜະລິດຕະພັນ, ຫອຍກີ້ ກວມເອົາອັດຕາສ່ວນສູງກວ່າໝູ່. ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳ ຫວຽດນາມແລ້ວ ການສົ່ງອອກຫອຍໄປຍັງ EU ໄດ້ເຕີບໂຕດີຍ້ອນວ່ານີ້ແມ່ນບັນດາຜະລິດຕະພັນປຸງແຕ່ງມີຄວາມສະດວກໃນການບໍລິໂພກໃນຍາມເກີດໂລກລະບາດ ແລະ ລາຄາກໍ່ເໝາະສົມ.

ປັດຈຸບັນ, ຕະຫຼາດ ອີຢູ ແມ່ນຕະຫຼາດສົ່ງອອກສິນໃນນ້ຳໃຫຍ່ອັນດັບທີ 4 ຂອງຫວຽດນາມ, ຖັດຈາກ ອາເມລິກາ, ຍີ່ປຸ່ນ, ກວມເອົາອັດຕາ 11%. ໃນນັ້ນ, ໂຮນລັງ, ເຢຍລະມັນ, ແບນຊິກ, ອີຕາລີ ແມ່ນບັນດາຕະຫຼາດບໍລິໂພກກຸ້ງ ແລະ ປາທູນາເປັນສ່ວນຫຼາຍຂອງ ຫວຽດນາມ. ທ່ານ ເລືອງຮວ່າງຖ໊າຍ, ຫົວໜ້າກົມການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: “ສິນໃນນ້ຳແມ່ນຂະແໜງທີ່ມີມູນຄ່າເພີ່ມສູງສຸດ ແລະ ແມ່ນຂະແໜງທີ່ຊ່ວຍໃຫ້ພວກເຮົາຫັນປ່ຽນໂຄງປະກອບການສົ່ງອອກ. ໃນ 6 ເດືອນຕົ້ນປີຂອງປີທຳອິດທີ່ປະຕິບັດສັນຍານີ້ ກໍເຫັນວ່າ ຄວາມສາມາດຍາດແຍ່ງໂອກາດ ແມ່ນກວ່າ 70% ເມື່ອທຽບໃສ່ວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ, ໝາຍຄວາມວ່າແມ່ນຕົວເລກທີ່ໜ້າຊື່ນຊົມ ເມື່ອທຽບໃສ່ສັນຍາສະບັບອື່ນໆ”.

ຕາມ ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ແລະ Luxembourg ທັງເປັນຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອີຢູ ແລ້ວ, ຄວາມສາມາດບົ່ມຊ້ອນລະຫວ່າງຫວຽດນາມ ແລະອີຢູ ຍັງໃຫຍ່ຫຼວງຢູ່. ບັນດາປະເທດ ອີຢູ ມີຄວາມຕ້ອງການນຳເຂົ້າຜະລິດຕະພັນກະເສດ-ປ່າໄມ້-ສິນໃນນ້ຳ-ສິນທະເລ ຈາກນອກກຸ່ມຢູ່ໃນລະດັບກວ່າ 150 ຕື້ໂດລາສະຫະລັດຕໍ່ປີ, ໃນຂະນະນັ້ນ, ວົງເງິນສົ່ງອອກຜະລິດຕະພັນດັ່ງກ່າວຂອງຫວຽດນາມ ໄປຍັງ ອີຢູ ຫາກໍ່ຢູ່ໃນລະດັບປະມານ 5 ຕື້ໂດລາສະຫະລັດ. ພ້ອມກັນນັ້ນແມ່ນບຸລິມະສິດຈາກ EVFTA ດ້ວຍອັດຕາພາສີ 0% ພ້ອມກັບເງື່ອນໄຂການຄ້າທີ່ມີຄວາມກົມກຽວຈະຊ່ວຍໃຫ້ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ເພີ່ມຂຶ້ນຫຼາຍກວ່າອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.