ເມື່ອບໍ່ດົນມານີ້, ທີ່ ແຂວງຈໍາປາສັກ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ 4 ແຂວງພາກໃຕ້ ໄດ້ຈັດກອງປະຊຸມເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດທ້າຍປີ 2019 ແລະ ວຽກງານຈຸດສຸມປະຈໍາປີ 2020.
ວັນທີ 01 ພະຈິກ 2019, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບແຜນຮ່າງສັງລວມໃນການພັດທະນາເສດຖະກິດສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງືຶ່ອນໄຂຫຍຸ້ງຍາກເປັນພິເສດ.
ຍສໝ - ການເຕີບໂຕບັນລຸລະດັບສູງພໍສົມຄວນ, ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ ໄດ້ຮັບການຄວບຄຸມເປັນຢ່າງດີ, ບັນດາພາກສ່ວນສໍາຄັນຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ, ຊີວິດສັງຄົມໄດ້ຮັບຄວາມເອົາໃຈໃສ່ ແລະ ຮັບປະກັນ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການຍົກສູງຂຶ້ນ.
ເວັບໄຊ m.newsrime.co.kr ຂອງສ.ເກົາຫຼີ ຫາກໍ່ລົງບົດຂຽນຄັດສະເໜີຂໍ້ສັງເກດຂອງນັກຊ່ຽວຊານ Ryan Martison, ຮອງສາດສະດາຈານຂອງສະຖາບັນການຮົບກອງທັບເຮືອອາເມລິກາ, ຖືວ່າ ການກະທຳຂອງຈີນ ທີ່ນຳກ່ຳປັ່ນ ໄຮ້ຢາງ 8 ເຂົ້າໄປສຳຫຼວດຢູ່ເຂດ ບ໋າຍຕືຈິ໊ງ ຂອງຫວຽດນາມ ນັ້ນແມ່ນສິ່ງທີ່ຈະແຈ້ງແລ້ວວ່າໄດ້ລະເມີດກົດໝາຍສາກົນ.
ຍສໝ - ໃນຕອນບ່າຍວັນທີ 11 ຕຸລາ 2019, ທີ່ນະຄອນຫຼວງວຽງຈັນ ສປປ ລາວ ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ສົມທົບກັບສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ຈັດຕັ້ງລາຍການໂອ້ລົມສົນທະນາດ້ວຍຫົວຂໍ້ “ສະພາບການ, ແງ່ຫວັງພັດທະນາເສດຖະກິດຂອງລາວ ແລະບັນດາຜົນກະທົບເຖິງວິສາຫະກິດຫວຽດນາມ ຢູ່ລາວ”.
ຍສໝ - ພື້ນຖານເສດຖະກິດດີຈີຕ້ອນ ຂອງຫວຽດນາມຈະບັນລຸມູນຄ່າ 12 ຕື້ ໂດລາສະຫະລັດໃນປີ 2019 ແລະ ບັນລຸ 43 ຕື້ໂດລາສະຫະລັດ ໃນປີ 2025, ເຊິ່ງລວມມີບັນດາຂົງເຂດການຄ້າເອເລັກໂຕຼນິກ, ການທ່ອງທ່ຽວອອນລາຍ, ການສື່ສານອອນລາຍແລະການບໍລິການລົດຮັບໃຊ້ທາງອອນລາຍ.
ຍສໝ - ເມື່ອບໍ່ດົນມານີ້, ຫນັງສືພິມລາຍວັນ The Economic Times ຂອງອິນເດຍ ລົງບົດຂຽນສະຫນັບສະຫນູນ ຫວຽດນາມ ຄັດຄ້ານບັນດາການກະທຳຂອງຈີນ ຢູ່ ເຂດເສດຖະກິດຈຳເພາະ ຂອງຫວຽດນາມ.
ຍສໝ - ກົມໃຫຍ່ສະຖິຕິຫວຽດນາມ ກໍໄດ້ປະກາດຕົວເລກທີ່ໜ້າຊື່ນຊົມສໍາລັບລະດັບການເຕີບໂຕຂອງເສດຖະກິດຫວຽດນາມ, ຕາມນັ້ນແລ້ວ, ຄາດວ່າ GDP ຂອງ 9 ເດືອນຕົ້ນປີ 2019 ເພີ່ມຂຶ້ນ 6,98% ຊຶ່ງແມ່ນລະດັບເພີ່ມຂຶ້ນສູງສຸດ ເມື່ອທຽບໃສ່ໄລຍະດຽວກັນໃນ 9 ປີ ຜ່ານມາ.
ຍສໝ - ນອກຈາກຫລາຍໂຄງການຮ່ວມມືເປັນປົກກະຕິ, ບັນດາທ້ອງຖິ່ນຂອງລາວ ແລະ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງບັນດາເຫດການການພົວພັນເສດຖະກິດ ເພື່ອສະໜັບສະໜູນ ບັນດາວິສາຫະກິດ ຂອງສອງປະເທດໃນການຂຸດຄົ້ນຄວາມສາມາດແຮງ, ຊ່ວຍໃຫ້ສິນຄ້າຫວຽດນາມໝັ້ນຄົງຢູ່ຕະຫຼາດລາວ.
ຍສໝ - ກອງປະຊຸມສະຫຼຸບ 15 ປີແຫ່ງການປະຕິບັດມະຕິເລກທີ 13 ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຜັນຂະຫຍາຍ ແລະ ຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳໄດ້ດຳເນີນໃນຕອນເຊົ້າວັນທີ 30 ກັນຍາ ຢູ່ຮ່າໂນ້ຍ.
ວັນທີ 25 ກັນຍາ 2019 ຢູ່ທະນາຄານພັດທະນາອາຊີ (ADB) ປະຈຳລາວ ຈັດກອງປະຊຸມເຜີຍແຜ່ບົດລາຍງານການຄາດຄະເນການພັດທະນາໃນອາຊີ ປະຈຳປີ 2019 ມີທ່ານ ລັດຕະນະໄຕ ຫຼວງລາດບັນດິດ ຊ່ຽວຊານດ້ານການປົກຄອງບໍລິຫານຂອງ ADB ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຮັບການຕີລາຄາວ່າ ຍັງຄົງຮັກສາໄດ້ລະດັບເຕີບໂຕຢ່າງແຮງໃນປີ 2019 ແລະ ປີ 2020 ຢູ່ລະດັບ ທຽບເທົ່າແມ່ນ 6,8% ແລະ 6,7%, ພາຍຫຼັງມີບາດກ້າວບຸກທະລຸຢ່າງແຮງດ້ວຍລະດັບ 7,1% ໃນປີ 2018.
ຍສໝ - ໃນຕອນເຊົ້າຂອງວັນທີ 23 ກັນຍາ 2019, ຢູ່ນະຄອນດ່າໜັງ ສສ ຫວຽດນາມ ໄດ້ຈັດພິທີໄຂກອງປະຊຸມເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 28.
ຍສໝ - U.S. News & Wold Report ຫາກໍ່ປະກາດການຈັດອັນດັບບັນດາປະເທດທີ່ມີພື້ນຖາານເສດຖະກິດດີທີ່ສຸດ ທີ່ໜ້າລົງທຶນໃນສົກປີນີ້, ໃນນັ້ນຫວຽດນາມຖືກຈັດຢູ່ອັນດດັບທີ 8 ຈາກ 20 ປະເທດທີ່ໜ້າລົງທຶນທີ່ສຸດ (ຈາກອັນດັບທີ 23 ປີ ກາຍມາເປັນອັນດັບ 8).
ຍສໝ - ວັນທີ 12 ກັນຍາ 2019, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບກຸ່ມກ່ຳປັ່ນ ໄຮຢາງ 08 ຂອງ ຈີນ ທີ່ເຄື່ອນໄຫວຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ,
ຍສໝ - ກອງປະຊຸມລະດັບລັດຖະມົນຕີ ວ່າດ້ວຍ“ສັນຍາການພົວພັນຄູ່ຮ່ວມ ເສດຖະກິດຮອບດ້ານຢູ່ພາກພື້ນ” ຫຼື RCEP ຄັ້ງທີ 7 ໄດ້ຈັດຂຶ້ນຢູ່ ບາງກອກ ປະເທດໄທ ໃນວັນທີ 8 ກັນຍານີ້ ໂດຍມີ ລັດຖະມົນຕີເສດຖະກິດການຄ້າ ຫຼື ຜູ້ຕາງໜ້າຈາກ 16 ປະເທດ ເຊິ່ງລວມທັງ 10 ປະເທດໃນອາຊຽນ ພ້ອມດ້ວຍ ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອົດສະຕຣາລີ, ນູແວນເຊລັງ ແລະ ອິນເດຍເຂົ້າຮ່ວມ.
ເສດຖະກິດຫວຽດນາມ ໄດ້ຮັກສາລະດັບເຕີບໂຕໃນທຸກຂົງເຂດ, ນັບທັງຂົງເຂດກະສິກຳ ເຊິ່ງເຄີຍປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ໃນຄວາມເປັນຈິງ, ການສົ່ງອອກກະແສໄຟຟ້າຂອງລາວໄປປະເທດຫວຽດນາມ ມີພຽງແຕ່ປະມານ 300 MW, ຄາດວ່າຈະເພີ່ມຂື້ນເປັນ 1,000 MW ໃນປີ 2020, ຫວັງວ່າຈະເພີ່ມການສົ່ງອອກກະແສໄຟຟ້າໄປຫວຽດນາມເຖິງ 3,000 MW ໃນປີ 2025 ແລະຫຼາຍກ່ວາ 5,000 MW ຮອດປີ 2030.
ການກະທໍາຂອງຈີນ ແມ່ນອັນຕະລາຍ ແລະ ອາດຈະສ້າງ “ທໍານຽມ” ໃໝ່ກໍ່ຜົນສະທ້ອນຕໍ່ບັນດາປະເທດທີ່ມີອະທິປະໄຕຢູ່ທະເລຕາເວັນອອກ.
ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າລາວ ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພິຈາລະນາການລົງທືນ ເພື່ອສ້າງເຂດການຄ້າຊາຍແດນຕາມ 3 ເຂດຊາຍແດນ.