ການພົວພັນຫວຽດນາມ-ລາວ ພວມພັດທະນາຢ່າງຕັ້ງໜ້າໃນດ້ານເສດຖະກິດ, ການຄ້າ

07:45 | 25/12/2019

ຍສໝ - ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການສອງຝ່າຍ, ປີ 2019, ວົງເງິນການຄ້າຫວຽດນາມ-ລາວ ໄດ້ມີບາດກ້າວພັດທະນາໃໝ່.

ການພົວພັນຫວຽດນາມ-ລາວ ພວມພັດທະນາຢ່າງຕັ້ງໜ້າໃນດ້ານເສດຖະກິດ, ການຄ້າ

ທ່ານ ດັ້ງຮວ່າງອານ ຕ້ອນຮັບທ່ານ ສົມຈິດ ອິນທະມິດ. (ພາບ: congthuong.vn)

ວັນທີ 23 ທັນວາ, ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ.

ທ່ານ ດັ້ງຮວ່າງອານ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ເພື່ອຊຸກຍູ້ວົງເງິນການຄ້າຫວຽດນາມ-ລາວ ໃຫ້ພັດທະນາ, ໜຶ່ງໃນບັນດາບັນຫາທີ່ສອງຝ່າຍຄວນເອົາໃຈໃສ່ນັ້ນແມ່ນຕ້ອງແກ້ໄຂສິ່ງທີ່ຍັງຕິດຂັດໃນຂອດຂົນສົ່ງ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນສິນຄ້າສອງສົ້ນ ແລະສືບຕໍ່ຍູ້ແຮງການຮ່ວມມືດ້ານພະລັງງານກວ່າອີກ.

ທ່ານ ສົມຈິດ ອິນທະມິດ ເນັ້ນໜັກວ່າ, ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງກ່ຽວກັບການຮ່ວມມືດ້ານການຄ້າສອງຝ່າຍ, ກະຊວງອຸດສາຫະກໍາ ແລະການຄ້າລາວ ກໍ່ພວມມານະພະຍາຍາມສ້າງເງື່ອນໄຂເພື່ອເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືດ້ານການຄ້າຊາຍແດນ; ຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການຂົນສົ່ງ, ແລກປ່ຽນສິນຄ້າ, ໃນນັ້ນມີໂຄງການສາຍທາງດ່ວນຮ່າໂນ້ຍ-ວຽງຈັນ.

11 ເດືອນຕົ້ນປີ 2019, ວົງເງິນການຄ້າຫວຽດນາມ-ລາວ ບັນລຸໄດ້ 1.038,4 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ດ້ວຍລະດັບເຕີບໂຕໃນປະຈຸບັນ, ຄາດວ່າທັງປີ 2019 ຈະບັນລຸໄດ້ປະມານ 1.132 ລ້ານໂດລາສະຫະລັດ, ເພີ່ມຂຶ້ນກວ່າ 10% ແລະສໍາເລັດເປົ້າໝາຍເຕີບໂຕ 15% ໂດຍການນໍາຂັ້ນສູງສອງປະເທດ ວາງອອກໃນກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.