ວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່

14:16 | 25/12/2019

ຍສໝ - ຕອນເຊົ້າວັນທີ 24 ທັນວາ 2019, ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ໄດ້ຈັດຕັ້ງ ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່: ພຶດຕິກໍາຕົວຈິງ ແລະ ບົດຮຽນ.

ວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່

ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່: ພຶດຕິກໍາຕົວຈິງ ແລະ ບົດຮຽນ.(ພາບ: TTXVN)

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ສະເໜີ ກະຊວງການຕ່າງປະເທດສອງປະເທດ ເພີ່ມທະວີການຮ່ວມມືກັນໃຫ້ຫຼາຍກວ່່າອີກໃນວຽກງານຄົ້ນຄວ້າ, ເປັນເສນາທິການ, ສະເໜີນະໂຍບາຍ, ເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມສໍາລັບການຮ່ວມມືດ້ານເສດຖະກິດ, ນັບທັງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ຢັ້ງຢືນວ່າ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງກະຊວງການຕ່າງປະເທດລາວ ແມ່ນຊຸກຍູ້ການທູດເສດຖະກິດ, ພ້ອມທັງປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນໃນຂົງເຂດນີ້, ພິເສດແມ່ນເຊື່ອມໂຍງເຂົ້າກັບເສດຖະກິດຂອງພາກພື້ນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.

ຕອນບ່າຍວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ, ແນໃສ່ແລກປ່ຽນກ່ຽວກັບການເຄື່ອນໄຫວສົມທົບກັນຂອງສອງກະຊວງໃນໄລຍະຜ່ານມາ ແລະຊຸກຍູ້ການຮ່ວມມືໃນປີຈະມາເຖິງ.

ໃນໄລຍະຈະມາເຖິງ, ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ, ຄວນສຸມໃສ່ກວ່າອີກເຂົ້າບັນດາຂໍ້ຕົກລົງ, ໂຄງການ ເຊິ່ງສອງຝ່າຍໄດ້ລົງນາມ, ປະຕິບັດສໍາເລັດຕາມແຜນການທີ່ໄດ້ວາງອອກ. ໃນການຮ່ວມມືລະຫວ່າງສອງກະຊວງ, ສອງຝ່າຍສືບຕໍ່ຊ່ວຍເຫຼືອກັນ, ກໍ່ສ້າງໃຫ້ພະນັກງານ ແລະລັດຖະກອນຂອງລາວ ແລະຢູ່ບັນດາທ້ອງຖິ່ນ, ຂັ້ນພະແນກ. ຫວັງວ່າ, ການຮ່ວມມືພ້ອມກັນພັດທະນາລະຫວ່າງສອງກະຊວງນັບມື້ນັບເລິກເຊິ່ງ, ຈາກນັ້ນເພີ່ມທະວີຄຸນນະພາບໃນການເປັນເສນາທິການໃຫ້ລັດຖະບານສອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.