ຈີນ ລະເມີດເຂດເສດຖະກິດຈຳເພາະ, ອິນໂດເນເຊຍ ຄັດຄ້ານຢ່າງແຮງ

15:45 | 31/12/2019

ຄະນະປ້ອງກັນຄວາມສະຫງົບທະເລ ອິນໂດເນເຊຍ ໃຫ້ຮູ້ວ່າ ໃນລະຫວ່າງ ວັນທີ 19 – 24 ທັນວາມີ ກ່ຳປັ່ນຫາປາ ແລະ ກ່ຳປັ່ນຂອງກຳລັງປ້ອງກັນຝັ່ງທະເລຂອງຈີນຢ່າງໜ້ອຍ 63 ລຳ ໄດ້ເຂົ້າເຂດນ່ານທະເລ Natuna ຢ່າງຜິດກົດໝາຍ.

ມີກ່ຳປັ່ນປ້ອງກັນຝັ່ງທະເລຈີນຫຼາຍສິບລຳ ໄດ້ ນຳໄປປ້ອງກັນຮັກສາບັນດາກ່ຳປັ່ນຫາປາເພື່ອປະຕິບັດການກະທຳຫາປາແບບຜິດກົດໝາຍຢູ່ເຂດທະເລ ຊຶ່ງຈີນໄດ້ປະກາດວ່າ ແມ່ນສ່ວນໜຶ່ງຂອງ ເຂດຫາປາທີ່ມີມາແຕ່ດົນນານ.

ຕໍ່ໜ້າບັນດາການກະທຳນີ້ຂອງຈີນ, ໃນວັນທີ 30 ທັນວາ, ກະຊວງການຕ່າງປະເທດຂອງ ອິນໂດເນເຊຍໄດ້ຮຽກຕົວ ເອກອັກຄະລັດຖະທູດ ຈີນປະຈຳ ຈາກາຕາ ມາແຈ້ງໃຫ້ຊາບກ່ຽວກັບການຄັດຄ້ານສຳລັບການກະທຳລະເມີດເຂດເສດຖະກິດຈຳເພາະຂອງປະເທດນີ້ຢ່າງແຮງ. ກະຊວງການຕ່າງປະເທດຂອງ ອິນໂດເນເຊຍ ໄດ້ຢັ້ງຢືນວ່າ ກ່ຳປັ່ນຫາປາ ແລະ ກ່ຳປັ່ນຕຳຫຼວດທະເລຂອງຈີນໄດ້ລະເມີດເຂົ້າເຂດທະເລ Natuna ເຊິ່ງຂຶ້ນກັບໝູ່ເກາະ Riau ຂອງ ອິນໂດເນເຊຍ ແລະ ມີການກະທຳຫາປາທີ່ຜິດກົດໝາຍ.

ຈີນ ລະເມີດເຂດເສດຖະກິດຈຳເພາະ,  ອິນໂດເນເຊຍ ຄັດຄ້ານຢ່າງແຮງ

ພາບປະກອບ

ຕາມກະຊວງການຕ່າງປະເທດອິນໂດເນເຊຍແລ້ວ, ປະເທດນີ້ຍັງບໍ່ທັນມີເວລາໃດຮັບຮອງເອົາ “ເສັ້ນທາງ 9 ຕອນ” ຂອງ ຈີນຍ້ອນວ່າ ມັນຜິດກັບສັນຍາ ສປຊກ່ຽວກັບກົດໝາຍວ່າ ດ້ວຍທະເລ (UNCLOS) ແລະ ຄຳຕັດສິນຂອງສານທີ່ເປັນກຳມະການ ໃນປີ 2016.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.