ສະພາແຫ່ງຊາດຫວຽດນາມໄດ້ຮັບຮອງເອົາມະຕິຕົກລົງວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມປີ 2020

08:54 | 12/11/2019

ຕອນເຊົ້າວັນທີ 11 ພະຈິກ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາໂຄງການກົດໝາຍວ່າດ້ວຍການລົງທຶນດ້ວຍຮູບການຄູ່ຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP).

ສະພາແຫ່ງຊາດຫວຽດນາມໄດ້ຮັບຮອງເອົາມະຕິຕົກລົງວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມປີ 2020

ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາໂຄງການກົດໝາຍວ່າດ້ວຍການລົງທຶນດ້ວຍຮູບການຄູ່ຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP).(ພາບ: quochoi.vn)

ໃນຂອບເຂດກອງປະຊຸມ ສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ XIV, ຕອນເຊົ້າວັນທີ 11 ພະຈິກ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາໂຄງການກົດໝາຍວ່າດ້ວຍການລົງທຶນດ້ວຍຮູບການຄູ່ຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP) ແລະ ໄດ້ລົງມະຕິຮັບຮອງເອົາມະຕິຕົກລົງວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມປີ 2020.

ແຕ່ວັນທີ 6-8 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ດຳເນີນການຊັກຖາມທ່ານລັດຖະມົນຕີກະຊວງພາຍໃນ, ກະຊວງອຸດສາຫະກຳ-ການຄ້າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ. ຫາງສຽງ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາສູງການຊັກຖາມຄັ້ງຕ່າງໆ, ຖືວ່າ: ການຊັກຖາມນັບມື້ນັບແທດຈິງ ແລະ ບັນລຸປະສິດທິຜົນ. ຜ່ານການຊັກຖາມໃນເວລາ 3 ວັນ, ບັນດາທ່ານລັດຖະມົນຕີໄດ້ກ່າວຄຳຮັບຜິດຊອບຢ່າງເຂັ້ມງວດ, ກົງໄປກົງມາກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະປັບປຸງແກ້ໄຂ ເພື່ອສ້າງໃຫ້ມີການຫັນປ່ຽນໃນໄລຍະທີ່ຈະມາເຖິງ.

ສະຫຼຸບຄືນການຊັກຖາມທີ່ດໍາເນີນພາຍໃນ 3 ວັນ, ຕອນບ່າຍວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລາຍງານ, ເຮັດແຈ້ງບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບການບໍລິຫານຂອງລັດຖະບານ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດໂດຍກົງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.