ເສດຖະກິດຫວຽດນາມໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີລຸ້ນໃໝ່

08:46 | 04/12/2019

ຍສໝ - ໃນແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 2016 – 2020, ຫວຽດນາມ ຍາມໃດກໍ່ຮັກສາການເຕີບໂຕ GDP ຢູ່ໃນລະດັບສູງ (6,84%), ໃນນັ້ນ ປີ 2018 ບັນລຸ 7,08% ແລະ ປີ 2019 ຄາດວ່າບັນລຸ 7,1%.

ເສດຖະກິດຫວຽດນາມໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີລຸ້ນໃໝ່

ພາບປະກອບ

ແຜນການທີຫນຶ່ງ ການເຕີບໂຕ GDP ບັນລຸປະມານ 7%/ປີ ແລະ ແຜນການທີ 2 ແມ່ນການເຕີບໂຕ GDP ບັນລຸປະມານ 7,5%/ປີ. ບັນດາແຜນການນີ້ໄດ້ຮັບການສ້າງຂຶ້ນໂດຍອີງໃສ່ສະພາບການເສດຖະກິດຢູ່ພາຍໃນປະເທດ, ສະພາບການເສດຖະກິດສາກົນ, ພິເສດແມ່ນການກະທົບຈາກການເຂົ້າຮ່ວມລົງນາມ ແລະ ປະຕິບັດບັນດາສັນຍາການຄ້າເສລີລຸ້ນໃຫມ່ຄື: ສັນຍາຄູ່ຮ່ວມມືຮອບດ້ານ ກ້າວຫນ້າ ແລະ ຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA). ໃນນັ້ນ ທັງສອງສັນຍານີ້ ລ້ວນແຕ່ໃຫ້ຄຳໝັ້ນສັນຍາກວ້າງພໍສົມຄວນເມື່ອທຽບໃສ່ບັນດາສັນຍາການຄ້າເສລີອື່ນ, ສົ່ງຜົນສະທ້ອນຕັ້ງຫນ້າເຖິງການເຕີບໂຕ, ການສົ່ງອອກ, ພິເສດ ໃນຕະຫລາດບັນດາປະເທດພາຍໃນກຸ່ມ. ສອງສັນຍານີ້ ອາດຈະຊ່ວຍໃຫ້ GDP ຫວຽດນາມເຕີບໂຕຢູ່ໃນລະດັບ 4,3% ແລະ 1,3% ຕາມລຳດັບໃນປີ 2030. ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ສະຫະພາບເອີລົບ ຮອດປີ 2030 ຄາດວ່າເພີ່ມຂຶ້ນ 44%; ການສົ່ງອອກໄປຍັງບັນດາປະເທດໃນ CPTPP ຮອດປີ 2035 ເພີ່ມຂຶ້ນ 14,3%.

(ໄຊພອນ)

ເຫດການ
302 Found

Found

The document has moved here.