ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວ ຊຸດທີ VIII: ລັດຖະບານ ຈະເລັ່ງແກ້ໄຂຂໍ້ຄົງຄ້າງ ຫວັງຍູ້ເສດຖະກິດໃຫ້ດີຂຶ້ນ

11:00 | 18/11/2019

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 15 ພະ­ຈິກ 2019 ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ກອງ​ປະ­ຊຸມ​ດັ່ງ­ກ່າວ ໂດຍ​ເປັນ​ປະ​ທາ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ.

ບັນ­ດາ ສສຊ ໄດ້​ປະ­ກອບ​ຄຳ​ເຫັນ​ຕໍ່​ວຽກ​ງານ​ຂອງ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ ພ້ອມ​ທັງ​ຮັບ​ຟັງ​ຄຳ​ຊີ້​ແຈງ​ຕໍ່​ຄຳ​ຊັກ​ຖາມ​ຂອງ ສສຊ ກ່ຽວ​ກັບ​ວຽກ​ງານ​ແຜນ­ການ ແລະ ການ​ລົງ­ທຶນ ວຽກ​ງານ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ວຽກ​ງານ​ພະ­ລັງ­ງານ ແລະ ບໍ່​ແຮ່.


ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວ ຊຸດທີ VIII: ລັດຖະບານ ຈະເລັ່ງແກ້ໄຂຂໍ້ຄົງຄ້າງ ຫວັງຍູ້ເສດຖະກິດໃຫ້ດີຂຶ້ນ

ທ່ານ ທອງລຸນ ສີສຸລິດ.(ພາບ:vientianemai.net)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ຊຶ່ງທ່ານ ໄດ້ມີຄຳເຫັນວ່າ: ລັດຖະບານໄດ້ມີຄວາມພະຍາຍາມຢ່າງສູງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມພາຍໃຕ້ສະພາບແວດລ້ອມທີ່ທ້າທາຍແຕ່ລັດຖະບານກໍໄດ້ສຸມກຳລັງແຮງປຸກລະດົມທົ່ວສັງຄົມ ດັ່ງນັ້ນ, ລັດຖະບານຈະໄດ້ສືບຕໍ່ຄົ້ນຄວ້າ ວຽກງານບໍ ລິຫານລັດຢ່າງຮັດກຸມ ປະຕິບັດບັນດາກົດໝາຍ ດຳລັດຕ່າງໆຢ່າງເຄັ່ງຄັດ ແລະ ຈຳກັດການຄ້າຂາຍເຖື່ອນ, ປາບປາມຢາເສບຕິດ ແລະ ຈະສືບຕໍ່ແກ້ໄຂບັນດາເຫດການຕ່າງໆ ແລະ ພະຍາຍາມປົກປ້ອງສິ່ງທີ່ຖືກ ຕ້ອງ ບໍລິຫານປະເທດດ້ວຍຄວາມເປັນທຳ ຄາດວ່າເສດ ຖະກິດປີນີ້ຈະບັນລຸ 6,4%ຫຼຸດຄາດໝາຍ 0,3%,ສືບຕໍ່ແກ້ໄຂບັນຫາໜີ້ສິນ ບັນດາໂຄງການລົງທຶນຂອງລັດຢ່າງຕັ້ງໜ້າ, ໄດ້ສຳເລັດການສ້າງດຳລັດວ່າດ້ວຍກອງທຶນສົ່ງເສີມ SME ແລະ ໄດ້ປ່ອຍເງິນກູ້ໃຫ້ຫົວໜ່ວຍທຸລະກິດ 111 ກວ່າຕື້ກີບ ແລະ ບັນດາໂຄງການທີ່ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ (SME) ທີ່ກຳລັງດຳເນີນຢູ່ ຊຶ່ງພາກສ່ວນທີ່ກ່ຽວ ຂ້ອງກຳລັງຈັດຕັ້ງຜັນຂະຫຍາຍເຮັດໃຫ້ຖືກຕາມຫຼັກການທີ່ວາງອອກ ເພື່ອເຮັດໃຫ້ໄດ້ຮັບເງິນກູ້ ໃຫ້ທຸລະກິດດັ່ງກ່າວ ຊຶ່ງເປັນການກະຕຸ້ນເສດຖະກິດ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ມີ​ຄຳ​ເຫັນ​ສັງ​ລວມ​ກ່ຽວ​ກັບ​ວຽກ​ງານ​ຂອງ​ລັດ­ຖະ­ບານ ອົງ­ການ​ກວດ​ສອບ​ແຫ່ງ​ລັດ ແລະ ອົງ­ການ​ກວດ­ກາ​ລັດ­ຖະ­ບານ ເປັນ­ຕົ້ນ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ປີ 2019 ທິດ​ທາງ​ລວມ​ປີ 2020 ເຊິ່ງ​ທ່ານ​ໄດ້​ທົບ​ທວນ­ຄືນ​ບັນ­ດາ​ຄາດ­ໝາຍ​ສູ້​ຊົນ​ຂອງ​ລັດ­ຖະ­ບານ ທີ່​ໄດ້​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ແຜນ​ພັດ ທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ ປີ 2019 ແລະ ກຳ­ນົດ​ທິດ​ທາງ​ເພື່ອ​ຈະ​ແກ້​ໄຂ​ບັນ­ຫາ​ທີ່​ຍັງ​ຄົງ​ຄ້າງ​ຊີ້​ແຈ້ງ​ຜົນ​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ປີ 2019 ແລະ ທິດ​ທາງ​ປີ 2020 ທົບ​ທວນ­ຄືນ​ບັນ­ດາ​ຄາດ­ໝາຍ​ສູ້​ຊົນ​ຂອງ​ລັດ­ຖະ­ບານ ທີ່​ໄດ້​ຕັ້ງ­ໃຈ​ຜັນ​ຂະ­ຫຍາຍ​ແຜນ​ພັດ­ທະ­ນາ 2019 ແລະ ໄດ້​ກຳ­ນົດ​ທິດ​ທາງ​ການ​ແກ້​ໄຂ​ບັນ­ຫາ​ທີ່​ຄົງ​ຄ້າງ ເຊິ່ງ​ລັດ­ຖະ­ບານ​ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ຢ່າງ​ສູງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ດັ່ງ­ກ່າວ​ໂດຍ​ສະ­ພາບ​ແວດ​ລ້ອມ​ທີ່​ທ້າ​ທາຍ ແຕ່​ລັດ­ຖະ­ບານ​ກໍ​ໄດ້​ສຸມ​ກຳ­ລັງ​ແຮງ​ປຸກ­ລະ­ດົມ​ທົ່ວ​ສັງ­ຄົມ ລັດ­ຖະ­ບານ​ຈະ​ໄດ້​ສືບ­ຕໍ່​ຄົ້ນ­ຄວ້າ​ວຽກ​ງານ​ບໍ­ລິ­ຫານ​ລັດ​ຢ່າງ​ຮັດ­ກຸມ ປະ­ຕິ­ບັດ​ກົດ­ໝາຍ ດຳ­ລັດ​ຕ່າງໆ​ຢ່າງ​ເຄັ່ງ​ຄັດ ແລະ ຈຳ­ກັດ​ການ​ຂ້າ​ຂາຍ​ເຖື່ອນ ປາບ​ປາມ​ຢາ​ເສບ​ຕິດ ສືບ­ຕໍ່​ແກ້​ໄຂ​ບັນ­ດາ​ຕ່າງໆ ແລະ ພະ­ຍາ­ຍາມ​ປົກ​ປ້ອງ​ສິ່ງ​ທີ່​ຖືກ­ຕ້ອງ ບໍ­ລິ­ຫານ​ງານ​ປະ­ເທດ​ດ້ວຍ​ຄວາມ​ເປັນ​ທຳ ຄາດ​ວ່າ​ເສດ­ຖະ­ກິດ​ປີ​ນີ້​ຈະ​ບັນ­ລຸ 6,4% ຫຼຸດ​ຄາດ­ໝາຍ 0,3% ສືບ­ຕໍ່​ແກ້​ໄຂ​ບັນ­ຫາ​ໜີ້​ສິນ​ບັນ­ດາ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ຢ່າງ​ຕັ້ງ­ໜ້າ ໄດ້​ສຳ­ເລັດ​ການ​ສ້າງ​ດຳ­ລັດ​ວ່າ​ດ້ວຍ​ກອງ​ທຶນ​ສົ່ງ­ເສີມ SME ໄດ້​ປ່ອຍ​ເງິນ​ກູ້​ໃຫ້ 111 ກວ່າ​ຕື້​ກີບ ແລະ ບັນ­ດາ​ໂຄງ­ການ​ທີ່​ສົ່ງ­ເສີມ SME ທີ່​ກຳ­ລັງ​ດຳ­ເນີນ​ຢູ່ ເຊິ່ງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ກຳ­ລັງ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ເຮັດ​ໃຫ້​ຖືກ​ຕາມ​ຫຼັກ­ການ​ທີ່​ວາງ​ອອກ ເພື່ອ​ທີ່​ຈະ​ໄດ້​ຮັບ​ເງິນ​ກູ້​ໃຫ້​ທຸ­ລະ​ກິດ​ດັ່ງ­ກ່າວ ເຊິ່ງ​ເປັນ​ການ​ຊຸກ­ຍູ້​ເສດ­ຖະ­ກິດ.

ລັດຖະບານມີຄວາມພະຍາຍາມຊອກຫາຕະຫຼາດສົ່ງອອກພະລັງງານໄຟຟ້າດ້ວຍຄວາມເອົາໃຈໃສ່, ຄຽງຄູ່ກັນນັ້ນລັດຖະບານຈະສຸມໃສ່ການກວດກາ ແກ້ໄຂບັນຫາທີ່ດິນທີ່ກຳລັງປະເຊີນໜ້າຢູ່ປັດຈຸບັນໃຫ້ສຳເລັດເປັນກ້າວໆ, ເພາະ ວ່າ ທີ່ດິນເປັນແຫຼ່ງລາຍຮັບທີ່ໝັ້ນຄົງຂອງປະເທດໜຶ່ງໆ ບ່ອນໃດມີການລະເມີດແມ່ນຈະໄດ້ຮັບການແກ້ໄຂຢ່າງຮັດກຸມ, ລັດຖະບານຈະໄດ້ສືບຕໍ່ຈັດຕັ້ງ ປະຕິບັດດຳລັດເລກທີ 15/ນຍ ເພື່ອຄຸ້ມຄອງການສົ່ງອອກໄມ້ຊຶ່ງຕໍ່ໄປຈະບໍ່ໃຫ້ຕັດໄມ້ທຳ ລາຍປ່າ, ໃນຂະນະດຽວກັນລັດ ຖະບານກໍໄດ້ປົດລ໊ອກການສົ່ງອອກໄມ້ແປຮູບຈຳນວນໜຶ່ງ ຊຶ່ງກ່ອນໜ້ານີ້ ບໍໄດ້ຢູ່ໃນບັນຊີການສົ່ງອອກໄດ້, ພ້ອມດຽວກັນກໍໄດ້ອະນຸຍາດໃຫ້ສົ່ງອອກໄມ້ທ່ອນແລະ ໄມ້ແປຮູບທີ່ເປັນໄມ້ປູກອອກໄດ້ ເພື່ອສົ່ງເສີມການປູກໄມ້ພາຍໃນປະເທດເຮົາ ສ້າງລາຍຮັບໃຫ້ແກ່ຜູ້ດຳເນີນການປູກໄມ້ ໃຫ້ມີທຶນຮອນ ເພື່ອຂະ ຫຍາຍກິດຈະກຳຕໍ່ໄປ, ເອົາໃຈ ໃສ່ປັບປຸງກົດໝາຍທີ່ມີຢູ່ແລ້ວ ແລະ ສ້າງກົດໝາຍໃໝ່ ເພື່ອນຳມາ ພິຈາລະນາໃນກອງປະຊຸມສະພາຕໍ່ໄປ. ທ່ານນາຍົກກ່າວອີກວ່າ: ລັດຖະບານຈະໃຊ້ຄວາມພະ ຍາຍາມປັບປຸງ 10 ຂໍ້ຄົງຄ້າງເພື່ອເຮັດໃຫ້ການຂະຫຍາຍ ຕົວຂອງເສດຖະກິດບັນລຸເປົ້າໝາຍ ແລະ ເຊື່ອວ່າເສດຖະກິດປີໜ້າຈະດີຂຶ້ນເນື່ອງຈາກວ່າບັນດາໂຄງການໃຫຍ່ໆກຳລັງຈະຮັບການຈັດຕັ້ງປະຕິບັດໃນປີ 2020, ສ່ວນສະມັດຖະພາບຂອງການຜະລິດຍັງບໍ່ສູງ ລັດຖະບານກໍຈະສຸມໃສ່ແກ້ໄຂ,ລັດວິສາຫະກິດຈຳນວນໜຶ່ງຕ້ອງໄດ້ປັບປຸງຫາກບໍ່ດັ່ງ ນັ້ນບາງບໍລິສັດຈະພົບຄວາມຫຍຸ້ງຍາກ ຖ້າບໍ່ໄດ້ຮັບການແກ້ໄຂ.

ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ) ໄດ້​ຊີ້​ແຈງ​ຕໍ່​ກ່ຽວ​ກັບ​ການ​ກຳ­ນົດ​ລາ­ຄາ​ຫົວ­ໜ່ວຍ​ແຕ່​ລະ​ປະ­ເພດ​ກໍ່­ສ້າງ ລາ­ຄາ​ວັດ​ສະ​ດຸ​ກໍ່­ສ້າງ​ແຕ່​ລະ​ເຂດ ແລະ ແຕ່​ລະ​ຈຸດ​ສຸມ ເພື່ອ​ປະ­ຕິ­ບັດ​ໃຫ້​ຖືກ­ຕ້ອງ​ຕາມ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ ວ່າ​ດ້ວຍ​ການ​ປະ­ຢັດ ແລະ ຕ້ານ​ການ​ຟູມ​ເຟືອຍ ແລະ ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ວ່າ​ດ້ວຍ​ການ​ປະ­ຢັດ​ລາຍ​ຈ່າຍ​ງົບ­ປະ­ມານ​ຂອງ​ລັດ­ຖະ­ບານ ກະ­ຊວງ ຍທຂ ຍັງ​ມີ​ຄົງ​ຄ້າງ​ທີ່​ເປັນ​ປາ­ກົດ­ການ​ຫຍໍ້­ທໍ້ ເປັນ­ຕົ້ນ​ລາ­ຄາ​ການ​ກໍ່­ສ້າງ​ສູງ ຄຸນ​ນະ​ພາບ​ຕ່ຳ ເຊິ່ງ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ປັບ­ປຸງ​ລາ­ຄາ​ຫົວ­ໜ່ວຍ​ການ​ກໍ່­ສ້າງ ແລະ ສ້ອມ­ແປງ​ໂຄງ​ລ່າງ​ພື້ນ­ຖານ​ໃຫ້​ສົມ​ເຫດ​ສົມ​ຜົນ ຖືກ­ຕ້ອງ​ຕາມ​ສະ ພາບ​ຄວາມ​ເປັນ​ຈິງ​ແຕ່​ລະ​ໄຍ​ລະ ຈິ່ງ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ປັບ­ປຸງ​ລາ­ຄາ​ຫົວ­ໜ່ວຍ​ກໍ່­ສ້າງ ແລະ ສ້ອມ­ແປງ​ກິດ​ຈະ ການ​ຂອງ​ຂະ­ແໜງ ຍທຂ ເພື່ອ​ປັບ­ປຸງ​ຫົວ­ໜ່ວຍ​ການ​ກໍ່­ສ້າງ​ຂອງ​ຂະ­ແໜງ ຍທຂ ກ່ຽວ​ກັບ​ວຽກ​ງານ​ຂົວ​ທາງ​ທີ່​ນຳ​ໃຊ້​ແຕ່​ປີ 2012 ຄືນ­ໃໝ່ ແລະ ຄົ້ນ­ຄວ້າ​ສ້າງ​ລາ­ຄາ​ຫົວ­ໜ່ວຍ​ກໍ່­ສ້າງ​ເຄ­ຫາ​ສະ­ຖານ ການ​ກໍ່­ສ້າງ​ຕະ​ຝັ່ງ​ເຈື່ອນ ລາ­ຄາ​ຂົນ­ສົ່ງ​ໂດຍ­ສານ ສິນ­ຄ້າ ກຳ­ນົດ​ດ້ານ​ເຕັກ­ນິກ ການ​ອອກ​ແບບ​ກໍ່­ສ້າງ ສ້ອງ​ແປງ ການ​ກຳ­ນົດ​ເຂດ​ເພື່ອ​ເປັນ­ຕົ້ນ​ແບບ​ໃນ​ການ​ຄິດ­ໄລ່​ລາ­ຄາ​ຫົວ­ໜ່ວຍ ໂຄງ​ປະ­ກອບ​ຄ່າ​ໃຊ້​ຈ່າຍ​ທາງ​ກົງ ຫຼື ໃຊ້​ຈ່າຍ​ດ້ານ​ທຶນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.