ປີ 2020 ໄດ້ຮັບຖືວ່າແມ່ນປີ ບານພັບຂອງການພັດທະນາເສດຖະກິດ ສັງຄົມ ຂອງຫວຽດນາມ

11:30 | 07/01/2020

ຍສໝ - ຂໍ້ຕົກລົງສຳຄັນກ່ຽວກັບຍຸດທະສາດພັດທະນາເສດຖະກິດ ສັງຄົມ ໄລຍະ2011 – 2020, ແມ່ນປີສຸດທ້າຍແຫ່ງການປະຕິບັດແຜນການເສດຖະກິດ ສັງຄົມ ໄລຍະ5 ປີ ຄືແຕ່ປີ 2016 – 2020 ແລະ ວາງແຜນການພັດທະນາໃຫ້ໄລຍະຕໍ່ໄປ.

ປີ 2020 ໄດ້ຮັບຖືວ່າແມ່ນປີ ບານພັບຂອງການພັດທະນາເສດຖະກິດ ສັງຄົມ ຂອງຫວຽດນາມ

ພາບປະກອບ

ປີ 2019 ມີຜະລິດຕະພັນກະເສດຫລາຍປະເພດ ບໍ່ເປັນປົກກະຕິ ເປັນຕົ້ນແມ່ນບາງປະເພດຕົ້ນຕໍໃນການສົ່ງອອກ ຍ້ອນຖືກຜົນກະທົບຈາກສົງຄາມການຄ້າລະຫວ່າງບັນດາປະເທດໃຫຍ່. ໃນຂະນະນັ້ນ ໂລກອະຫິວາໝູອາຟຣິກາ ຜັນແປໄປຢ່າງສັບສົນ ແລະ ວ່ອງໄວ ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ ອັນໄດ້ກໍ່ຜົນສະທ້ອນຢ່າງຫນັກຫນ່ວງເຖິງການລ້ຽງໝູກໍ່ຄືປະລິມານຊີ້ນໝູຢູ່ຕະຫລາດ. ເຖິງແນວໃດກໍຕາມ ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງຫວຽດນາມໃນປີ 2019 ຍັງຄົງບັນລຸກວ່າ 41,3 ຕື້ USD, ເພີ່ມຂຶ້ນປະມານ 3,5 % ເມື່ອທຽບໃສ່ປີ 2018. ບັນລຸໄດ້ສິ່ງດັ່ງກ່າວ ກໍ່ຍ້ອນຂະແຫນງກະສິກຳ ໄດ້ມີບັນດາການຊີ້ນຳຢ່າງທັນການເພື່ອຄວບຄຸມໂລກລະບາດ. ພ້ອມກັນນັ້ນ ກໍ່ປະຕິບັດບັນດາມາດຕະການດັດປັບອົງປະກອບການຜະລິດໃຫ້ເໝາະສົມ, ມີຄວາມໄຫວພິບກັບສະພາບການເພື່ອຊຸກຍູ້ການເຕີບໂຕບັນດາຂະແຫນງທີ່ຍັງເຫລືອຊື່ງມີຄວາມສາມາດບົ່ມຊ້ອນເຕີບໂຕດີ.

ປີ 2020 ຂະແຫນງກະສິກຳ ຍັງຄົງບັນລຸຄາດໝາຍສືບຕໍ່ທ່າເຕີບໂຕ, ສ້າງໂຄງປະກອບຂະແຫນງຄືນໃຫມ່ ມຸ້ງໄປເຖິງການພັດທະນາແບບຍືນຍົງ, ເພີ່ມມູນຄ່າສິນຄ້າມຸ້ງໄປເຖິງການສົ່ງອອກ. ກ່າວຄຳເຫັນທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກ່ຽວກັບການສະຫລຸບຫນ້າທີ່ປີ 2019, ຜັນຂະຫຍາຍວຽກງານປີ 2020 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ ໃນປີ 2020 ຂະແຫນງກະສິກຳ ຕ້ອງກາຍເປັນຂະແຫນງສົ່ງອອກຫລັກແຫລ່ງ. ໃນນັ້ນ ຄາດໝາຍການສົ່ງອອກໃນປີຈະມາເຖິງບັນລຸ 43 ຕື້ USD, ຮອດປີ 2025 ບັນລຸ 50 ຕື້ USD ຢືນອັນດັບຫນຶ່ງໃນອາຊຽນ ແລະ ເຂົ້າ Top 10 ປະເທດໃນໂລກ.

ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີຮັບຮອງການສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸຕົວເລກ 500 ຕື້ USD. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ໜ້າຊຶນຊົມ, ຍ້ອນຫວຽດນາມ ຈາກປະເທດຂາດເຂີນອາຫານການກິນ, ເກື້ອກູນ, ກາຍເປັນປະເທດສົ່ງອອກທີ່ໃຫຍ່ລະດັບໂລກ ແລະ ພາກພື້ນ, ຢືນອັນດັບທີ 22 ໃນໂລກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ບັນດາກະຊວງ, ຂະແໜງການຍູ້ແຮງການປຸງແຕ່ງຕາມທິດລວງເລິກ, ຍູ້ແຮງການພັດທະນາອຸດສາຫະກຳສຳຮອງຮັບໃຊ້ໃຫ້ແກ່ການຜະລິດສິນຄ້າສົ່ງອອກ. ພ້ອມກັນນັ້ນແມ່ນຍູ້ແຮງການສົ່ງອອກຢູ່ກັບທີ່ ໂດຍຜ່ານການເຄື່ອນໄຫວການບໍລິການທ່ອງທ່ຽວ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຕ້ອງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ບັນດາອົງການທີ່ມີໜ້າທີ່ຕ້ອງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການສົ່ງອອກ.

ປີ 2001, ຍອດມູນຄ່າສົ່ງອອກນຳເຂົ້າຂອງຫວຽດນາມ ພຽງແຕ່ຢູ່ໃນລະດັບກວ່າ 30 ຕື້ USD ເທົ່ານັ້ນ. ໄລ່ຮອດກາງເດືອນທັນວາ 2019, ມູນຄ່ານຳເຂົ້າສົ່ງອອກຂອງຫວຽດນາມ ບັນລຸກວ່າ 500 ຕື້ USD. ປີ 2006, ຫວຽດນາມ ຢືນອັນດັບທີ 50 ໃນໂລກກ່ຽວກັບການສົ່ງອອກ ແລະ ຢືນອັນດັບທີ 44 ກ່ຽວກັບການນຳເຂົ້າ. ຮອດປີ 2018, ຫວຽດນາມ ຢືນອັນດັບທີ 26 ກ່ຽວກັບການສົ່ງອອກ ແລະ ຢືນອັນດັບທີ 23 ກ່ຽວກັບການນຳເຂົ້າ (ຕາມການຈັດອັນດັບຂອງ WTO), ແມ່ນສືບຕໍ່ນອນໃນກຸ່ມ 30 ປະເທດ, ເຂດແຄວ້ນທີ່ມີມູນຄ່າສົ່ງອອກນຳເຂົ້າສິນຄ້າຫຼາຍທີ່ສຸດໃນຂອບເຂດທົ່ວໂລກ.

ປີ 2020 ໄດ້ຮັບຖືວ່າແມ່ນປີ ບານພັບຂອງການພັດທະນາເສດຖະກິດ ສັງຄົມ ຂອງຫວຽດນາມ ດ້ວຍການສະຫລຸບປະຕິບັດບັນດາມະຕິ, ຂໍ້ຕົກລົງສຳຄັນກ່ຽວກັບຍຸດທະສາດພັດທະນາເສດຖະກິດ ສັງຄົມ ໄລຍະ2011 – 2020, ແມ່ນປີສຸດທ້າຍແຫ່ງການປະຕິບັດແຜນການເສດຖະກິດ ສັງຄົມ ໄລຍະ5 ປີ ຄືແຕ່ປີ 2016 – 2020 ແລະ ວາງແຜນການພັດທະນາໃຫ້ໄລຍະຕໍ່ໄປ.

(ໄຊພອນ)

ເຫດການ
302 Found

Found

The document has moved here.