ພັດທະນາເສດຖະກິດ ແລະ ສັງຄົມ

15:11 | 01/11/2019

ວັນທີ 01 ພະຈິກ 2019, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບແຜນຮ່າງສັງລວມໃນການພັດທະນາເສດຖະກິດສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງືຶ່ອນໄຂຫຍຸ້ງຍາກເປັນພິເສດ.

ພັດທະນາເສດຖະກິດ ແລະ  ສັງຄົມ

ກອງປະຂຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຂຸດທີ XIV (ພາບ: Moha)

ປະກອບຄຳເຫັນໃສ່ແຜນຮ່າງສັງລວມໃນການພັດທະນາເສດຖະກິດ - ສັງຄົມ ຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂຫຍຸ້ງຍາກເປັນພິເສດ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ການຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າໃນຊຸມປີຜ່ານມາບັນລຸໄດ້ບັນດາຜົນງານສຳຄັນ, ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງພໍ່ແມ່ປະຊາຊົນໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ. ຍ້ອນເຫດນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ສະພາແຫ່ງຊາດຮັບຮອງເອົາແຜນຮ່າງພັດທະນາສັງຄົມຢູ່ເຂດທີ່ມີຄວາມຫຍຸ້ງຍາກເປັນພິເສດ. ໃນນັ້ນ, ຈຸດໃໝ່ຂອງແຜນຮ່າງແມ່ນສະພາແຫ່ງຊາດປະກາດໃຊ້ນະໂຍບາຍ ແລະ ຫລັງຈາກນັ້ນ ຈັດແບ່ງແຫຼ່ງກຳລັງເພື່ອຮັບປະກັນໃຫ້ແຜນຮ່າງມີການເຄື່ອນໄຫວຢ່າງມີປະສິດທິຜົນ.

ຕອນເຊົ້າວັນທີ 31 ຕຸລາ, ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ສືບຕໍ່ປຶກສາຫາລືກ່ຽວກັບໝາກຜົນຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ວິທີຈັດແບ່ງງົບປະມານສູນກາງປີ 2020.ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງຕໍ່ສັນຍານຕັ້ງໜ້າກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ດ້ວຍບັນດາຕົວເລກທີ່ໜ້າຊື່ນຊົມ ແລະ ສະເໜີໃຫ້ສ້າງນະໂຍບາຍ, ກົດໝາຍ ໃຫ້ສອດຄ່ອງກັບການຜັນແປຢ່າງໄວວາຂອງສະພາບການເສດຖະກິດ-ສັງຄົມ ຕໍ່ໜ້າຜົນກະທົບຂອງການປະຕິວັດອຸດສາຫະກໍາຄັ້ງທີ 4.

ທີ່ວາລະປຶກສາຫາລືກ່ຽວກັບສະພາບການເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດ ທີ່ກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ໄດ້ອະພິປາຍ ເຮັດແຈ້ງ ບາງບັນຫາ ຊື່ງ ສະມາຊິກສະພາແຫ່ງຊາດ ມີຄວາມສົນໃຈ ກ່ຽວກັບການຮັບປະກັນດ້ານຄົມມະນາຄົມເຊື່ອມຕໍ່ເຂດ ແລະ ບັນດາໂຄງການຈຸດສຸມ. ທ່ານ ຫງວຽນວັນເຖ ແລ້ວ ໃຫ້ຮູ້ວ່າ: ປະຈຸບັນ ຫວຽດນາມ ມີທາງຫລວງ ຍາວກວ່າ 24.500 ກິໂລແມັດ ແລະ ເສັ້ນທາງຄວາມໄວສູງ ເກືອບ 2000 ກິໂລແມັດ, ນີ້ແມ່ນບັນດາເສັ້ນທາງເຊື່ອມຕໍ່ລະຫວ່າງບັນດາແຂວງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາດ້ານຂົນສົ່ງທາງບົກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.