ປະທານກໍາມາທິການເສດຖະກິດ ຫວຽດນາມ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ

10:15 | 11/12/2019

ຍສໝ - ໃນຕອນເຊົ້າວັນທີ 9 ທັນວາ 2019, ທີ່ນະຄອນດ່ານັ້ງ ສສ ຫວຽດນາມ, ຄະນະປະຕິບັດງານຂອງກຳມາທິການເສດຖະກິດພ້ອມກັບກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດ ໂດຍທ່ານ ຫວູຮົ່ງແທັງ, ປະທານກໍາມາທິການເສດຖະກິດເປັນຫົວໜ້າຄະນະໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ.

ປະທານກໍາມາທິການເສດຖະກິດ ຫວຽດນາມ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ

ບັນຍາກາດທີ່ການຕ້ອນຮັບ. (ພາບ: quochoi.vn)

ທີ່ການຕ້ອນຮັບ, ທ່ານ ບຸນປອນ ສີສຸລາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ ເປັນຫົວໜ້າຄະນະ ໄດ້ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້. ທ່ານທ່ານ ບຸນປອນ ສີສຸລາດ ກໍ່ສະແດງຄວາມປາດຖະໜາວ່າ ຜ່ານກອງປະຊຸມສໍາມະນາທີ່ຈັດຕັ້ງໃນວັນທີ 9 ທັນວາ ຈະຊ່ວຍປະເທດລາວ ມີຫຼາຍຄໍາຄິດຄຳເຫັນ, ບົດຮຽນຕົວຈິງ. ພິເສດແມ່ນບັນດາເນື້ອໃນເຊິ່ງສອງກໍາມາທິການພວມຮັບຜິດຊອບ.

ສ່ວນ ທ່ານ ຫວູຮົ່ງແທັງ ກໍ່ໃຫ້ຮູ້ວ່າ, ພັກ ແລະລັດຫວຽດນາມ ຖືເປັນສໍາຄັນທີ່ສຸດຕໍ່ການພົວພັນທາງການທູດກັບ ສປປ ລາວ ແລະໃນໄລຍະຜ່ານມາໄດ້ມີບັນດາພະຍານຫຼັກຖານຢ່າງລະອຽດ. ໃນໄລຍະຜ່ານມາ, ບົນພື້ນຖານຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ, ບັນດາອົງການຂອງສະພາແຫ່ງຊາດສອງຝ່າຍໄດ້ເພີ່ມທະວີບັນດາກິດຈະກໍາຮ່ວມມື, ແບ່ງປັນບົດຮຽນ. ບົນພື້ນຖານຮ່ວມມືດ້ານການເມືອງ, ການຮ່ວມມືດ້ານເສດຖະກິດຂອງສອງຝ່າຍກໍ່ໄດ້ຮັບການພັດທະນາ. ປີ 2019, ວົງເງິນນໍາເຂົ້າ-ສົ່ງອອກຂອງສອງປະເທດອາດຈະບັນລຸໄດ້ປະມານ 1 ລ້ານໂດລາສະຫະລັດ. ກ່ຽວກັບການລົງທຶນ, ຫວຽດນາມ ມີ 413 ໂຄງການໄດ້ ແລະພວມຜັນຂະຫຍາຍຢູ່ລາວ, ສາມາດເຫັນໄດ້ວ່າ ກິດຈະກໍາເສດຖະກິດໄດ້ມີການເຕີບໂຕພໍສົມຄວນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.