ລາວ: ຈັດກອງປະຊຸມເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດທ້າຍປີ 2019

06:17 | 04/11/2019

ເມື່ອບໍ່ດົນມານີ້, ທີ່ ແຂວງຈໍາປາສັກ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ 4 ແຂວງພາກໃຕ້ ໄດ້ຈັດກອງປະຊຸມເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດທ້າຍປີ 2019 ແລະ ວຽກງານຈຸດສຸມປະຈໍາປີ 2020.

ລາວ: ຈັດກອງປະຊຸມເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດທ້າຍປີ 2019

ບັນຍາກາດທີ່ກອງປະຊຸມ.(ພາບ:ຂປລ)

ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມັນຕີ, ວ່າການລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໂດຍມີເຈົ້າແຂວງ, ຮອງເຈົ້າແຂວງ, ຕາງໜ້າສະພາປະຊາຊົນຂັ້ນແຂວງ, ຫົວໜ້າພະແນກການອ້ອມຂ້າງ ແລະ ພະນັກງານຫລັກແຫລ່ງຈາກ 4 ແຂວງພາກໃຕ້ ເຂົ້າຮ່ວມ 90 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ຊຸກຍູ້ຕິດຕາມການຈັດຕັ້ງຜັນຂະ ຫຍາຍດໍາລັດສະບັບເລກທີ 560/ນຍ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ຄໍາສັ່ງເລກທີ 06/ນຍ ວ່າດ້ວຍການສະ ຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2019 ເພື່ອຊຸກຍູ້ 4 ແຂວງພາກໃຕ້ ຊຶ່ງມີທ່າແຮງຫລາຍ ດ້ານໃຫ້ສາມາດ ບັນລຸຕາມເປົ້າໝາຍ ແລະ ຄາດໝາຍສູ້ຊົນທີ່ວາງໄວ້ຮອດທ້າຍປີ 2019. ພ້ອມດຽວກັນນັ້ນ, ກໍເປັນການປຶກສາຫາລືກ່ຽວກັບການຄົ້ນຄວ້າ ໃນການສ້າງແຜນພັດທະນາເສດ ຖະກິດ-ສັງຄົມປະຈໍາປີ 2020 ໃຫ້ມີຄວາມສອດຄ່ອງກົມກຽວ ແລະ ສາມາດປະຕິບັດ ໄດ້ໂດຍອີງໃສ່ທ່າແຮງ ແລະ ເງື່ອນໄຂຕົວຈິງຂອງແຕ່ລະແຂວງ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດໃຫ້ຖືກຕາມທິດທາງ, ມີຈຸດສຸມ ແລະ ບັນລຸບັນດາຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ອໍານາດການປົກຄອງ, ການນຳຂອງ 4 ແຂວງ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ຢ່າງໃກ້ຊິດ ໃນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈຂອງມະຕິ ແລະ ນະໂຍບາຍ ຂອງລັດຖະບານ ເຂົ້າສູ່ລວງເລິກ ເຊິ່ງເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ເຊິ່ງສະເລ່ຍລວມຍອດຜະລິດຕະພັນພາຍໃນ (GDP) ຂອງແຂວງເຊກອງແມ່ນ 8%, ແຂວງອັດຕະປື 7,59%, ແຂວງສາລະວັນ 8% ແລະ ແຂວງຈຳປາສັກ 8,16%. ພ້ອມດຽວກັນນັ້ນ, ຍັງມີຫລາຍຕົວເລກຄາດໝາຍທາງດ້ານສັງຄົມຕ່າງໆ ບັນລຸຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດ ຖະມົນຕີ ກໍໄດ້ຊີ້ນໍາໃຫ້ການນໍາຂອງແຂວງ 4 ແຂວງ ກໍຄື ພະແນກການອ້ອມຂ້າງແຂວງ ໃຫ້ເອົາໃຈໃສ່ສະ ຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນໄລຍະຜ່ານມາຢ່າງພາວະວິໄສ ເພື່ອໃຫ້ສາມາດຕີລາຄາໄດ້ ດ້ານດີ, ຂໍ້ຄົງຄ້າງ ແລະ ກາລະໂອກາດ ເພື່ອພ້ອມກັນປຶກສາຫາລື ຊອກຫາມາດຕະການແກ້ໄຂໃຫ້ເໝາະສົມ ແລະ ທັນສະພາບການ ເຮັດໃຫ້ສາມາດບັນລຸໄດ້ຕາມແຜນ ຫລື ລື່ນຄາດໝາຍແຜນການທີ່ວາງໄວ້ ໂດຍສະເພາະບັນດາແຂວງ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ ທາງທໍາມະຊາດໃນໄລຍະຜ່ານມາ ໂດຍສຸມໃສ່ການຟື້ນຟູ ໂຄງລ່າງພື້ນຖານ ໃຫ້ສາມາດກັບມານໍາໃຊ້ ເຂົ້າໃນການຜະລິດລະດູແລ້ງ ເພື່ອທົດແທນຜົນຜະລິດທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດດັ່ງກ່າວ, ໃຫ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມການຜະລິດ ເປັນສິນຄ້າຂອງປະຊາຊົນທີ່ມີທ່າແຮງ ໃຫ້ສາມາດສະໜອງ ໄດ້ຄວາມຕ້ອງການພາຍໃນ ທັງຫລຸດຜ່ອນການເອື່ອຍອີງ ແລະ ນໍາເຂົ້າຈາກຕ່າງປະເທດລົງເທື່ອລະກ້າວ ຄຽງຄູ່ກັບການປັບປຸງຄຸນນະພາບສິນຄ້າ ແລະ ການຊຸກຍູ້ສົ່ງເສີມ ເພື່ອເພີ່ມການສົ່ງອອກໃຫ້ຫລາຍຂຶ້ນ, ເອົາໃຈໃສ່ເກັບລາຍຮັບໄດ້ຕາມແຜນ ຫລື ລື່ນແຜນທີ່ວາງໄວ້, ໄປພ້ອມໆກັບການເຂັ້ມງວດໃນການຄຸ້ມຄອງລາຍຈ່າຍ ທີ່ບໍ່ຈໍາເປັນຕາມທິດປະຢັດຂອງລັດຖະບານ.

ນອກຈາກນີ້, ກໍໃຫ້ເອົາໃຈໃສ່ແກ້ໄຂ ປັບປຸງຂອດຂັ້ນການດໍາເນີນທຸລະກິດ ແລະ ການຄ້າ ແລະ ການສົ່ງອອກຕາມແນວຊາຍແດນ ເພື່ອສ້າງບັນຍາກາດການລົງທຶນ ໃຫ້ມີຄວາມໂລ່ງລ່ຽນໂປ່ງໃສ ແລະ ມີຄວາມສະດວກວ່ອງໄວ ຕາມທິດຂອງລັດຖະບານ ທີ່ໄດ້ກໍານົດໄວ້ໃນຄໍາສັ່ງເລກທີ 02/ນຍ, ທັງເປັນການຊຸກຍູ້ໃຫ້ບັນດາໂຄງການຕ່າງໆ ໃຫ້ສາມາດດໍາເນີນໄປຕາມແຜນທີ່ວາງໄວ້ ເພື່ອເປັນການກະຕຸກຊຸກຍູ້ໃຫ້ບັນລຸຄາດໝາຍຂອງແຜນການທີ່ວາງໄວ້.

ສໍາລັບການສ້າງແຜນ ພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແມ່ນເປັນປີທີ່ສໍາຄັນຫລາຍ ເນື່ອງຈາກເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020). ສະນັ້ນ, ເພື່ອສ້າງພື້ນຖາ ນທີ່ໜັກແໜ້ນໃຫ້ແກ່ກາ ນຫັນໂຄງປະກອບ ສດຖະກິດ ເຮັດໃຫ້ການພັດທະນາໄປຕາມທິດຂະຫຍາຍຕົວດ້ວຍຈັງຫວະທີ່ໝັ້ນທ່ຽງ, ສົມດຸນ ແລະ ສ້າງພື້ນຖານນໍາພາປະເທດຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດທະນາ ຕາມທິດຍືນຍົງ ແລະ ສີຂຽວ, ການພັດທະນາໃນຊຸມປິຕໍ່ໜ້າຕ້ອງມີຈຸດສຸມ, ມີຄຸນນະພາບສູງຂຶ້ນ ແລະ ຕິດພັນກັບການນໍາໃຊ້ຜົນປະໂຫຍດຈາກບັນດາໂຄງການໃຫຍ່ຂອງລັດຖະບານ ເປັນຕົ້ນ ທາງລົດໄຟ, ຂົວ, ທາງດ່ວນ, ທ່າບົກ (ສາງຄ່ຽນຖ່າຍສິນຄ້າ) ແລະ ໂຄງການອື່ນໆ ເພື່ອເປັນການຊຸກຍູ້, ດຶງດູດ ແລະ ນໍາຜົນປະໂຫຍດສູງສຸດມາໃຫ້ແກ່ບັນດາແຂວງ ກໍຄື ປະເທດຊາດ ໄປຕາມທິດການພັດທະນາ ເຊື່ອມໂຍງເຊື່ອມ ຈອດກັບພາກພື້ນ ແລະ ສາກົນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.