ເສດຖະກິດຫວຽດນາມມີການເຕີບໂຕຢ່າງໜ້າປະທັບໃຈ ໃນປີ 2019

10:49 | 29/12/2019

ຍສໝ - ເສດຖະກິດຫວຽດນາມ ໄດ້ຮັບການເຕີບໂຕຢ່າງໜ້າປະທັບໃຈໃນປີ 2019, ລື່ນກາຍຄາດໝາຍເຊິ່ງລັດຖະບານໄດ້ວາງອອກ.

ເສດຖະກິດຫວຽດນາມມີການເຕີບໂຕຢ່າງໜ້າປະທັບໃຈ ໃນປີ 2019

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາກອງປະຊຸມສະຫຼຸບວຽກງານ ປີ 2019 ແລະຜັນຂະຫຍາຍໜ້າທີ່ ປີ 2020 ຂອງຂະແໜງອຸດສາຫະກຳ ແລະການຄ້າຫວຽດນາມ.

ລະດັບເຕີບໂຕຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມໃນປີ 2019 ບັນລຸລະດັບ 7,02%; ລະດັບເຕີບໂຕຂອງວົງເງິນການຄ້ານຳເຂົ້າແມ່ນ 8,1%, ວົງເງິນສົ່ງອອກ - ນຳເຂົ້າບັນລຸເກືອບ 571 ຕື້ USD. ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເຕີບໂຕໄວທີ່ສຸດຢູ່ພາກພື້ນອາຊີ ໃນໄລຍະ 1 ທົດສະວັດຜ່ານມາ. ການເຕີບໂຕ GDP ຂອງເສດຖະກິດຫວຽດນາມ ຕົ້ນຕໍແມ່ນຍ້ອນການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ ກໍ່ຄືບັນດາຜະລິດຕະພັນເຕັກໂນໂລຊີສູງ. ເມື່ອຕົ້ນປີ 2019, ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງການຄ້າກັບສະຫະພາບເອີລົບ (ອີຢູ) ໝັ້ນໝາຍວ່າຈະລົບລ້າງຮົ້ວກີດຂວາງດ້ານພາສີຫຼາຍຢ່າງ ແລະ ສ້າງເງື່ອນໄຂເພື່ອເປີດປະຕູຕະຫຼາດຢ່າງສຸດຂີດໃຫ້ແກ່ກັນ.

ການສົ່ງອອກເກີນດຸນ ເກືອບ 10 ຕື້ USD. ໂຄງປະກອບສິນຄ້າສົ່ງອອກມີຄວາມຕັ້ງໜ້າພໍສົມຄວນ, ຫຼຸດປະລິມານນ້ຳມັນດິບລົງ, ເພີ່ມຜະລິດຕະພັນການປຸງແຕ່ງ, ຜະລິດຕະພັນອຸດສາຫະກຳ. ຕະຫຼາດສົ່ງອອກໄດ້ຮັບການເປີດກ້ວາງ, ຂຸດຄົ້ນບັນດາຕະຫຼາດໃນບັນດາສັນຍາການຄ້າເສລີທີ່ຫວຽດນາມໄດ້ລົງນາມແລ້ວ ໄດ້ເປັນຢ່າງດີ, ເປັນຕົ້ນແມ່ນ EU, ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ. ພິເສດ, ວົງເງິນສົ່ງອອກໄປຍັງບັນດາຕະຫຼາດໃນສັນຍາຄູ່ຮ່ວມມືກ້າວໜ້າຂ້າມປາຊີຟິກ (CPTPP) ບັນລຸໄດ້ໝາກຜົນດີ. ປີນີ້ິ້ກໍໄດ້ເຫັນປະຈັກຕາການສົ່ງອອກ ຂອງກຸ່ມວິສາຫະກິດພາຍໃນປະເທດໄດ້ເພີ່ມຂຶ້ນ, ບັນລຸ 82 ຕື້ USD, ກວມເອົາເກືອບ 1/3 ຍອດວົງເງິນສົ່ງອອກຂອງທົ່ວປະເທດ.

ກ່າວຄໍາເຫັນຊີ້ນໍາກອງປະຊຸມສະຫຼຸບວຽກງານ ປີ 2019 ແລະຜັນຂະຫຍາຍໜ້າທີ່ ປີ 2020 ຂອງຂະແໜງອຸດສາຫະກຳ ແລະການຄ້າຫວຽດນາມ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຂະແໜງອຸດສາຫະກຳ ແລະການຄ້າຕ້ອງສຸມໃສ່ເພື່ອພ້ອມກັບລັດຖະບານສໍາເລັດບັນດາໜ້າທີ່ທີ່ໄດ້ວາງອອກ ແລະ ເອົາໃຈໃສ່ເຖິງຕະຫຼາດອາເມລິກາ ແຕ່ຕະຫຼາດອື່ນໆກໍ່ມີຄວາມສໍາຄັນທີ່ສຸດເປັນຕົ້ນແມ່ນຕະຫຼາດ CPTPP ແລະ ອີຢູ.

(ໄຊພອນ)

ເຫດການ
302 Found

Found

The document has moved here.