ຫວຽດນາມ ເຂົ້າຮ່ວມກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22

06:17 | 27/11/2019

ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງພະນົມເປັນ, ປະເທດ ກໍາປູເຈຍ ໃນຕອນເຊົ້າວັນທີ 25 ພະຈິກ.

ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ອາຊຽນ ເຊື້ອມຕໍ່ຮອດປີ 2025: ໂລກອັດສະລິຍະໃໝ່, ປະດິດຄິດສ້າງດີຈີຕອນເພື່ອພາກພື້ນທະນາຄານ ອາຊຽນ”, ກອງປະຊຸມ ໂດຍສະຫະສະມາຄົມບັນດາທະນາຄານ ກໍາປູເຈຍ (ABC) ແລະ ສະຫະສະມາຄົມບັນດາທະນາຄານໃນ ອາຊຽນ (ABA) ຮ່ວມກັນຈັດຕັ້ງ. ນໍາໜ້າຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນຕວ່ານຖັ໊ງ, ເລຂາທິການໃຫຍ່ສະຫະສະມາຄົມທະນາຄານຫວຽດນາມ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22

ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22 (ພາບ: TTXVN)

ນະທີ່ນີ້, ບັນດານັກປາຖະກະຖາທີ່ມີສື່ສຽງ ກໍໄດ້ມີບົດປະກອບຄໍາເຫັນ ກ່ຽວກັບບັນດາຫົວຂໍ້ທີ່ຈໍາເປັນ ຢູ່ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22, ພິເສດແມ່ນຂະບວນວິວັດຫັນເປັນດີຈີຕອນ ແລະ ເຕັກໂນໂລຢີການເງິນ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, blockchain ແລະ ການຫັນເປັນດີຈີຕອນໃນຂົງເຂດການທະນາຄານ ແລະ ບັນດາການບໍລິການການເງິນ. ໃນຂອບເຂດກອງປະຊຸມ ທີ່ຈັດຂຶ້ນໃນລະຫວ່າງວັນທີ 26 – 27 ພະຈິກ ຈະດໍາເນີນກອງປະຊຸມຄັ້ງທີ 49 ສະພາການທະນາຄານ ອາຊຽນ ສະຫງວນສະເພາະໃຫ້ສະມາຊິກສະຫະສະມາຄົມບັນດາທະນາຄານໃນອາຊຽນ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.