ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ເບິ່ງແຍງຊີວິດການເປັນຢູ່ໃຫ້ປະຊາຊົນ

11:11 | 28/11/2019

ຍສໝ - ໃນການເຮັດວຽກເປັນເວລາກ່ວາ 1 ເດືອນ, ສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍ, ມະຕິຫລາຍສະບັບ, ພິເສດແມ່ນບັນດາແຜນນະໂຍບາຍ, ນະໂຍບາຍການພັດທະນາເສດຖະກິດ - ສັງຄົມປະເທດຊາດໃນຊຸມປີຕໍ່ໄປ.

ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ເບິ່ງແຍງຊີວິດການເປັນຢູ່ໃຫ້ປະຊາຊົນ

ພາບປະກອບ

ກອງປະຊຸມສະໄໝສາມັນເທື່ອທີ 8,ສະພາແຫ່ງຊາດ ສສ ຫວຽດນາມ ໄດ້ພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາບັນດາບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດ ແລະ ແຜນການພັດທະນາເສດຖະກິດ - ສັງຄົມປີ 2019 ແລະ 2020. ໃນມະຕິກ່ຽວກັບແຜນການພັດທະນາເສດຖະກິດສັງຄົມປີ 2020, ສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບວາງເປົ້າໝາຍບັນລຸຍອດຜະລິດຕະພັນພາຍໃນປະເທດ (GDP) ປະມານ 6,8%. ບັນດາສະມາຊິກສະພາແຫ່ງຊາດໄດ້ໄຈ້ແຍກ, ປຶກສາຫາລືຢ່າງລະອຽດ ແນໃສ່ຍົກອອກບັນດາເປົ້າໝາຍ, ໜ້າທີ່ ແລະ ບັນດາມາດຕະການ ເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ, ສືບຕໍ່ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

ສະພາແຫ່ງຊາດຮັບຮອງເອົາມະຕິໃຫ້ສັດຕະຍາບັນແຜນຮ່າງສັງລວມການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະປີ 2021 – 2030. ມະຕິໄດ້ລະບຸນະໂຍບາຍຄົບຊຸດ, ເປັນເອກະພາບ, ແນໃສ່ຊຸກຍູ້ການພັດທະນາຮອບດ້ານ, ຮັດແຄບໄລຍະຫ່າງຄວາມຜິດໂຕ່ນກ່ຽວກັບລະດັບການພັດທະນາ ແລະ ລາຍຮັບ, ປະກອບສ່ວນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບວຽກງານຊົນເຜົ່າຢ່າງມີໄຊ. ຈຸດພົ້ນເດັ່ນໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຄັ້ງນີ້ ແມ່ນວຽກງານສ້າງກົດໝາຍ ດ້ວຍເລື່ອງສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ, ປະມວນກົດໝາຍ 11 ສະບັບ ເພື່ອເປັນພື້ນຖານໃຫ້ແກ່ວຽກງານຄຸ້ມຄອງ, ບໍລິຫານ, ສ້າງລະບອບລະບຽບການພັດທະນາແບບຍືນຍົງໃຫ້ແກ່ປະເທດຊາດ.

ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະຕິບັດຢ່າງມີຄວາມຮັບຜິດຊອບຕໍ່ການລົງທຶນພັດທະນາແບບຍືນຍົງຢູ່ທັງ 3 ເສົາຄ້ຳຄື: ການພັດທະນາເສດຖະກິດ - ສັງຄົມສະເໝີພາບ, ຄວາມຍຸຕິທຳ ແລະ ການຮັບປະກັນສະພາບແວດລ້ອມ. ໃນນັ້ນຖືເປັນສຳຄັນບົດບາດຕັດສິນ, ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ, ຮ່ວມເດີນທາງພ້ອມກັບລັດຖະບານ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຮັບປະກັນຫຼັກການມີຄວາມຍຸຕິທຳ - ສາມັກຄີ - ການໜູນຊ່ວຍເຊິ່ງກັນແລະກັນ ພ້ອມກັນພັດທະນາໃນປະຊາຄົມບັນດາເຜົ່າສ່ວນໜ້ອຍ.

ປີ 2020 ແມ່ນປີສຸດທ້າຍໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ຍຸດທະສາດ ພັດທະນາເສດຖະກິດສັງຄົມໄລຍະ 2011-2020 ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ 2016-2020, ພ້ອມທັງຈະກໍ່ສ້າງ ແຜນພັດທະນາເສດຖະກິດສັງຄົມໄລຍະ 5 ປີຕໍ່ໄປ. ນີ້ກໍແມ່ນປີທີ່ມີຫຼາຍເຫດການການເມືອງ, ການທູດທີ່ສຳຄັນ ແລະ ກໍແມ່ນປີທີ່ຫວຽດນາມແບກຫາບພາລະບົດບາດເປັນປະທານອາຊຽນ ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ, ປະທານ ໄອປາ ຄັ້ງທີ 41… ເພາະສະນັ້ນ, ຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ການຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຈຶ່ງສາມາດຮັບປະກັນຄວາມສຳເລັດບັນດາໜ້າທີ່ວຽກງານ ແລະ ຄວາມຮຽກຮ້ອງຕ້ອງການໃນປີ 2020.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.