ຫວຽດນາມ ໄດ້ຍົກການບຸລິມະສິດເພື່ອຊຸກຍູ້ການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2020.

06:06 | 07/01/2020

ຍສໝ - ຕາມບັນດາຜູ້ຊ່ຽວຊານໃຫ້ຮູ້ວ່າ, ບັນດາວິສາຫະກິດ ຫວຽດນາມ ຕ້ອງປັບປຸງຄຸນນະພາບ, ຮູບແບບ ຂອງຜະລິດຕະພັນ ແລະ ການໂຄສະນາຮູບພາບ ເພື່ອເພີ່ມຄວາມສາມາດແກ່ງແຍ່ງ ໃນຕະຫຼາດ RCEP.

ຫວຽດນາມ ເລີ່ມຕົ້ນດຳລົງຕຳແໜ່ງ ເປັນປະທານອາຊຽນ 2020 ຢ່າງເປັນທາງການ ນັບແຕ່ວັນທີ 1 ມັງກອນນີ້ເປັນຕົ້ນໄປ. ໃນຖານະຕຳແໜ່ງນີ້, ຫວຽດນາມ ໄດ້ຍົກການບຸລິມະສິດຫຼາຍຢ່າງ, ໃນນັ້ນມີການຊຸກຍູ້ການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໃນປີນີ້.

ຂັ້ນທຳອິດ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ມີ 16 ປະເທດສະມາຊິກ. ເຖິງຢ່າງໃດກໍ່ຕາມ, ອີງຕາມຖະແຫຼງການສຸດທ້າຍ, 15 ປະເທດໄດ້ຕົກລົງທີ່ຈະສິ້ນສຸດການເຈລະຈາ ສຳລັບທັງໝົດ 20 ບົດຂອງຂໍ້ຕົກລົງດັ່ງກ່າວ. ປະເທດ ອິນເດຍ ແມ່ນປະເທດດຽວມີຫລາຍບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂ, ສະນັ້ນປະເທດ ອິນເດຍ ຈະສືບຕໍ່ຮ່ວມມືກັບບັນດາປະເທດເພື່ອບັນລຸມາດຕະການແກ້ໄຂໃຫ້ທຸກຝ່າຍ.

ໃນເມື່ອບໍ່ມີປະເທດ ອິນເດຍ, ສັນຍາ RCEP ແມ່ນຂໍ້ຕົກລົງ ທີ່ສ້າງເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ, ເຊິ່ງກວມເອົາປະມານ 30% ຂອງ GDP ທົ່ວໂລກ. ສັນຍາ RCEP ຍັງຊ່ວຍໃຫ້ເອກະພາບກັນ 6 ສັນຍາການຄ້າເສລີສອງຝ່າຍລະຫວ່າງອາຊຽນ ແລະ ແຕ່ລະປະເທດຄູ່ຮ່ວມມື RCEP ທີ່ຍັງເຫຼືອອີກ. ພິເສດ, ເມື່ອມີຜົນສັກສິດ, ສັນຍາ RCEP ສາມາດເປີດກາລະໂອກາດພັດທະນາຕະຫຼາດ ໃຫ້ແກ່ອຸດສາຫະກຳການຜະລິດຂອງ ຫວຽດນາມ ຫຼາຍແຫ່ງ.

ຫວຽດນາມ ໄດ້ຍົກການບຸລິມະສິດເພື່ອຊຸກຍູ້ການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2020.

ກອງປະຊຸມສຸດຍອດ RCEP ຄັ້ງທີ 3 ທີ່ປະເທດໄທ 2019. (ພາບ: vietnamplus)

ທ່ານຮອງສາດສະດາຈານ ດັ້ງຫ່ວາງລິງ - ຫົວໜ້າພະແນກເສດຖະກິດ, ສະຖາບັນການທູດ ໃຫ້ຮູ້ວ່າ “ ບັນດາຜະລິດຕະພັນຂອງ ຫວຽດນາມ ມີທ່າດີເຊັ່ນ: ຜະລິດຕະພັນກະເສດ, ສິນຄ້າປຸງແຕ່ງ ຫລື ສົ້ງເສື້ອໂດຍບໍ່ມີການເສີມ, ເຊິ່ງມີຄວາມຄ້າຍຄືກັນຫລາຍກັບບັນດາປະເທດອື່ນໆເຊັ່ນ ປະເທດຈີນ ຫລື ໄທ. ບັນດາການບໍລິການໂດຍສະເພາະເຊັ່ນ ຕະຫຼາດແຮງງານ, ບໍລິການທະນາຄານ, ການເງິນ ຫລື ຕະຫຼາດໂທລະຄົມມະນາຄົມ ເຊິ່ງແມ່ນຂະແໜງການ ທີ່ພວກເຮົາຈະປະສົບກັບການແກ່ງແຍ່ງທີ່ໃຫຍ່ຫຼວງ”.

ສະນັ້ນ, ບັນດານັກຊ່ຽວຊານແນະນຳວ່າ ບັນດາວິສາຫະກິດຫວຽດນາມ ຄວນຄົ້ນຄວ້າຢ່າງລະອຽດກ່ຽວກັບເນື້ອໃນສະເພາະຂອງຂໍ້ຕົກລົງທີ່ກ່ຽວຂ້ອງໂດຍກົງກັບການເຮັດທຸລະກິດຂອງເຂົາເຈົ້າ. ສິ່ງທີ່ ສຳຄັນກວ່ານັ້ນ, ພວກເຂົາຍັງຕ້ອງໄດ້ປັບປຸງຄຸນນະພາບ, ຮູບແບບ ຂອງຜະລິດຕະພັນ ແລະ ການໂຄສະນາຮູບພາບ ເພື່ອເພີ່ມຄວາມສາມາດແກ່ງແຍ່ງ ໃນຕະຫຼາດ RCEP.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.