ຕະຫລາດຫລັກຊັບລາວ ມີການລົງທຶນເພີ່ມຂຶ້ນ
ມູນຄ່າການຊື້ - ຂາຍ ຂອງຮຸ້ນແມ່ນປະມານ 343 ຕື້ກີບ (ປະມານ 41 ລ້ານໂດລາສະ ຫະລັດ) ນີ້ແມ່ນການເພີ່ມຂຶ້ນ 202% ເມື່ອທຽບກັບປີກ່ອນ, ເຊິ່ງກວມເອົາຂໍ້ມູນຈາກຕະຫລາດຫລັກຊັບລາວ ທີ່ເປັນບໍລິສັດຮ່ວມທຶນລາວ - ເກົາຫລີ.
ມູນຄ່າການຊື້ - ຂາຍ ຂອງຮຸ້ນແມ່ນປະມານ 343 ຕື້ກີບ (ປະມານ 41 ລ້ານໂດລາສະ ຫະລັດ) ນີ້ແມ່ນການເພີ່ມຂຶ້ນ 202% ເມື່ອທຽບກັບປີກ່ອນ, ເຊິ່ງກວມເອົາຂໍ້ມູນຈາກຕະຫລາດຫລັກຊັບລາວ ທີ່ເປັນບໍລິສັດຮ່ວມທຶນລາວ - ເກົາຫລີ.
ຍສໝ - ໃນໂອກາດ ລະນຶກວັນຄົບຮອບ 128 ປີ ຂອງທ່ານປະທານ ໂຮ່ຈີ໋ມິງ (19/5/1890-19/5/2018), ທ້າຍອາທິດທີ່ຜ່ານມາ, ສະຖານກົງສຸນຂອງຫວຽດນາມຢູ່ແຂວງ ສະຫວັນນະເຂດ, ພາກກາງຂອງ ສປປ ລາວ, ໄດ້ປະສານສົມທົບກັບຄະນະຄຸ້ມຄອງ ສະຖານທີ່ປະວັດສາດ - ວັດທະນະທໍາ ແຂວງສະຫວັນນະເຂດ ໄດ້ຈັດພິທີສະເລີມສະຫຼອງ ທີ່ອະນຸສອນສະຖານ ລຸງໂຮ່ ຢູ່ ບ້ານ ໄຊຍະພູມ, ເມືອງ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ.
ຈຸດປະສົງໃນ ການຈັດກອງປະຊຸມໂຄສະນາເຜີຍແຜ່ ເອກະສານສະພາບການ ລາວ-ກຳປູເຈຍ, ເພື່ອໃຫ້ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ປທສ ໄດ້ຮັບຮູ້ ຄວາມເປັນມາ ທາງດ້ານປະຫວັດສາດ ແຫ່ງການພົວພັນລະຫວ່າງ ລາວ-ກຳປູເຈຍ ນັບແຕ່ໄລຍະການຕໍ່ສູ້ເພື່ອຄວາມເປັນເອກະລາດ ຈົນເຖິງປັດຈຸບັນ.
ຍສໝ - ໃນອາທິດຜ່ານມາ, ທີ່ຫໍປະຊຸມສະພາແຫ່ງຊາດ, ກຳມະການກົມການເມືອງ, ຮອງປະທານປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຕ້ອນຮັບ ທ່ານຮອງປະທານສະພາແຫ່ງຊາດ ສປປ ລາວ ທ່ານ ສົມພັນ ແພງຄຳມີ ຕ່າງຫນ້າຄະນະຜູ້ແທນສະພາແຫ່ງຊາດ ສປປ ລາວ ທີ່ກຳລັງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ. ຫວຽດນາມ.
ຍສໝ - ຄອບຄົວຂອງສົມເດັດ ສຸພານຸວົງ ຍັງຄົງສືບຕໍ່ເລົ່າເລື່ອງລາວກ່ຽວກັບຄຳທຳນາຍຂອງ ໝໍໂຫນທີ່ວ່າ: ເມື່ອໃຫຍ່ຂື້ນມາ ສົມເດັດ ສຸພານຸວົງ ຈະກາຍເປັນພໍ່ຄ້າ ແລະ ແຕ່ງງານກັບຊາວຕ່າງຊາດ. ໃນການພົບກັນຄັ້ງທຳອິດ ຜູ່ຍິງຄົນນັ້ນຈະໃສ່ຊູດສີບົວ…. ຄຳທຳນາຍທາຍທັກດັ່ງກ່າວນັ້ນປຽບດັ່ງການຜູກມັດຄວາມຮັກ ເປັນສາຍແນນ ອັນຍາວນານ ເຖິງ 58 ປີ ຂອງ ພະອົງ ແລະ ພະຊາຍາ, ເຈົ້າຍິງ ວຽງຄຳ ຫງວ໋ຽນທິກີ່ນາມ ເປັນນາງງາມຂອງດິນແດນພາກກາງ ໃນຄາວທີ່ຍັງເປັນສາວ.
ປະຊາຊົນລາວຈຳນວນຫລາຍ ໄດ້ປະກອບອາຊີບໃນຂະແໜງ ກະສິກຳເປັນຫລັກ, ສະນັ້ນມັນຈຶ່ງຈຳເປັນຫລາຍ ໃນການສົ່ງເສີມຂະແໜງການນີ້ ໃຫ້ມີປະສິດທິພາບ, ມີຄວາມສາມາດແຂ່ງຂັນ ກັບປະເທດອາຊຽນ.
ມື້ວານນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະເຮັດວຽກ ກັບ ທ່ານ ປຣາກ ໂຊຄົນ, ລັດຖະມົນຕີ ກະຊວງການ ຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.
ລາວແມ່ນປະເທດທີ່ມີເອກລັກ ວັດທະນະທຳ ສະຖານທີ່ທ່ອງທ່ຽວ ອັນມີມູນເຊື້ອມາຢ່າງຍາວນານ. ມີຫຼາຍສະຖານທີ່ທ່ອງທ່ຽວທັງພາຍໃນແລະຕ່າງປະເທດຍອມຮັບ ໄດ້ຖືອົງການ ຢູເນສໂກ້ ຍອມຮັບວ່າເປັນມໍລະດົກໂດກ, ນອກຈາກນັ້ນ ລາວເຮົາຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ຫາກໍ່ຖືກຄົ້ນພົບ ແລະ ຍັງອີກຫຼາຍແຫ່ງຍັງບໍ່ທັນຖືກຄົ້ນພົບ.
ສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາການປະກອບຄຳເຫັນ, ຂໍ້ສະເໜີ ແລະ ຄວາມປາດຖະໜາຂອງສອງຝ່າຍ ກ່ຽວກັບເລື່ອງເພີ່ມທະວີການໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ
ໃນວັນທີ 15 ພຶດສະພາ 2018 ທີ່ນະຄອນຫຼວງວຽງຈັນ, ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ແລະ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດເວທີສົນທະນາຮ່ວມມືການທ່ອງທ່ຽວ ລາວ-ຈີນ ຄັ້ງທີ 1.
ຕອນເຊົ້າວັນທີ 15 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕອງທິຟ໋ອງ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວນຳໜ້າ ເຊິ່ງພວມຢ້ຽມຢາມຫວຽດນາມ.
ຍສໝ - ມື້ວານນີ້, ຢູ່ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈິ່ນດ໋າຍກວາງ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ກົງທອງ ພົງພິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ, ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ສອງວັນທີ່ຜ່ານມາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງ໋ວຽນຊົນຟຸກ ໄດ້ ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເສນາທີການ ກອງທັບປະຊາຊົນລາວ ກໍາລັງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ມື້ວານນີ້, ທີ່ສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ ໄດ້ຈັດກອງປະຊຸມ ເພື່ອເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບແຜນຍຸດທະສາດ 3 ປີ ຂອງສະພາອຸດສາຫະກຳແຫ່ງຊາດລາວ, ໂດຍເປັນປະທານ ຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ.
ມື້ວານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຈ້າວ ເຄີຈື້.
ມື້ວານນີ້, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບ ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະຖາບັນວິທະຍາສາດແຫ່ງຊາດລາວ ແລະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ຍສໝ - ຮັບຄຳເຊີນຂອງທ່ານ ພົນໂທ ຟານວັນຢາງ, ກຳມະການສູນກາງພັກຄອມມູນິດຫວຽດນາມ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງຮອງລັດຖະມົນຕີປ້ອງກັນປະເທດ, ທ່ານ ພົນໂທ ສຸວອນ ຫຼວງບຸນມີ ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີປ້ອງກັນປະເທດຫົວໜ້າກົມໃຫຍ່ ເສນາທີການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ວັນທີ 13 ຫາ 17 ພຶດສະພາ.
ຍສໝ - ມື້ວານນີ້, ທ່ານ ເຢືອງເຕີດຖັງ ຮອງເຈົ້າແຂວງ ຮ່າຕິງ ໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບຂະແໜງທີ່ກ່ຽວຂ້ອຂອງ ສປປ ລາວ ນຳພາໂດຍທ່ານ ວຽງສະຫວັນ ສີພັນດອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ໄດ້ນໍາສະເຫນີກ່ຽວກັບສະພາບການການຮ່ວມມືໃນການຂຸດຄົ້ນ ພັດທະນາ ທ່າເຮືອ ວຸ໋ງອ໋າງ.
ລັດຖະບານ ສປປ ລາວ ແລະ ສປ ຈີນ, ໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ທັງເປັນປະທານຄະນະ ກຳມະການຮ່ວມມືລາວ-ຈີນ ແລະ ທ່ານ ນາງ ກາວ ຢ້ຽນ ຮອງ ລັດຖະມົນຕີ ກະຊວງການຄ້າ ແຫ່ງ ສປ ຈີນ ໄດ້ເຊັນ ສັນຍາສືບຕໍ່ຮ່ວມມື ຮອບດ້ານ.
ໃນວັນທີ 11 ພຶດສະພາ 2018 ທີ່ສຳນັກງານ ນາຍົກລັດຖະມົນຕີ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມ ເອກະສານສະພາບຊາຍແດນ ລາວ-ກຳປູເຈຍ ໃນປັດຈຸບັນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານໄດ້ມີຄວາມຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ, ກວ້າງຂວາງ ແລະ ເລິກເຊິ່ງ.