ນາຍົກລັດຖະມົນຕີ ຫງ໋ວຽນຊົນຟຸກ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມ ຂອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ

08:27 | 16/05/2018

ຍ​ສ​ໝ - ສອງວັນ​ທີ່​ຜ່ານ​ມາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງ໋ວຽນຊົນຟຸກ ໄດ້ ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເສນາທີການ ກອງທັບປະຊາຊົນລາວ ກໍາລັງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.

ນາຍົກລັດຖະມົນຕີ ຫງ໋ວຽນຊົນຟຸກ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມ ຂອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ

ທ່ານ ຫງ໋​ວຽນ​ຊົນ​ຟຸກ ນາຍົກລັດຖະມົນຕີ ສ​ສ ຫວຽດ ໃຫ້​ການ​ຕ້ອນ​ຮັບ ທ່ານພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ແລະ ຄະ​ນະ​​ນໍາຂັ້ນ​ສຸງ​ ຂອງກອງທັບປະຊາຊົນລາວ.

ໃນການຕ້ອນຮັບ, ທ່ານ ຫງ໋​ວຽນ​ຊົນ​ຟຸກ ນາຍົກລັດຖະມົນຕີ ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ ໃນ​ການ​ມາ​ຢ້​ຽມ​ຢາມ ​ຂອງທ່ານພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ແລະ ຄະ​ນະ​​ນໍາຂັ້ນ​ສູງ​ ຂອງກອງທັບປະຊາຊົນລາວ; ເຊື່ອ​ໝັ້ນ​ວ່າການຢ້ຽມຢາມໃນ​ເທື່ອ​ນີ້ ເປັນ​ການປະກອບສ່ວນເພີ່ມທະວີ ສາຍ​ສຳ​ພັນ ມິດຕະພາບອັນ​ເກົ່າ​ແກ່ ແບບພິເສດ ລະຫວ່າງສອງປະເທດເວົ້າ​ລວມ ແລະ ​ສາຍ​ພົວ​ພັນຮ່ວມມືກ່ຽວກັບວຽກ​ງານປ້ອງກັນຊາດເວົ້າສະເພາະ, ເພື່ອສິດ​ຜົນປະໂຫຍດ​ປະ​ຊາ​ຊົນສອງຊາດ.

ເນັ້ນຫນັກເຖິງ ສາຍ​ພົວ​ພັນ​ອັນ​ເລິກ​ເຊິ່ງ, ຄວາມ​ຮັກ​ແພງ​ຂອງ​ສະ​ຫາຍ , ອ້າຍນ້ອງ ຂອງ ສອງ​ພັກ, ສອງລັດ, ທະຫານ ແລະ ປະຊາຊົນສອງ​ປະ​ເທດ ຫວຽດນາມ - ລາວ, ທ່ານນາຍົກລັດຖະມົນຕີ ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ໃນປະຫວັດສາດຂອງການກໍ່ສ້າງ ແລະ ປົກປັກ​ຮັກ​ສາປະເທດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຢູ່​ຄຽງ​ບ່າ​ຄຽງ​ໄລ່, ພ້ອມ​ກັນ​ກ້າວ​ເດີນ ແລະ ແບ່ງ​ປັນ ກັບ ກອງທັບ ແລະ ປະຊາຊົນລາວ ໃນທຸກສະຖານະການ.

ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ໄດ້​ສະ​ແດງ​ຄວາມຂອບໃຈ ມາ​ຍັງທ່ານ ນາຍົກລັດຖະມົນຕີ ຫງ໋​ວຽນ​ຊົນ​ຟຸກ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ ຄະ​ນະ​​ນໍາຂັ້ນ​ສູງ​ ຂອງກອງທັບປະຊາຊົນລາວ ຄະນະຜູ້ຕາງຫນ້າລະດັບສູງຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ດ້ວຍ​ຄວາມ​ຮັກ​ແພງ ແລະ ​ເຄົາ​ລົບ.

ດ້ວຍ​ຄວາມຍິນດີແຈ້ງ​ໃຫ້ ທ່ານນາຍົກລັດຖະມົນຕີ ຫງ໋​ວຽນ​ຊົນ​ຟຸກ ກ່ຽວກັບຜົນ​ສໍາເລັດ​ອັນ​ຈົບ​ງາມຂອງການເຈລະຈາກັບ​ ທ່ານ ພົນ​ໂທ ຟານວັນ​ຢາງ ,ຫົວ​ໜ້າ​ກົມໃຫຍ່ ​ເສ​ນາ​ທີ​ການ​ ​ກອງ​ທັບ​ປະ​ຊາ​ຊົນຫວຽ​ດ​ນາມ, ຮອງລັດຖະມົນຕີ ປ້ອງກັນປະເທດ ຫວຽດນາມ, ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ກ່າວວ່າ: ທັງສອງຝ່າຍໄດ້ປະເມີນຢ່າງ ຮ​ອບ​ດ້ານ ​ຜົນ​ສຳ​ເລັດ​ໃນການຮ່ວມມືໃນປີ 2017 ແລະ ຕົກລົງເຫັນດີເປັນ​ເອກກ​ະ​ພາບ ກ່ຽວກັບທິດທາງ ການຮ່ວມມືໃນປີ 2018 ແລະ ໃນໄລ​ຍະ​ຕໍ່​ໄປ.

ໃນປີ 2017, ກະຊວງ ປ້ອງກັນປະເທດ ຫວຽດນາມ ແລະ ກະຊວງ ປ້ອງກັນປະເທດ ລາວ ໄດ້ເພີ່ມທະວີການຮ່ວມມືໃນທຸກໆຂົງເຂດ. ໂດຍສະເພາະ ແມ່ນ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້​ການສະຫນັບສະຫນູນຢ່າງຕັ້ງຫນ້າ, ຊ່ວຍເຫຼືອກອງທັບປະຊາຊົນລາວອ້າຍ​ນ້ອງ ໃນການເຄືອນ​ໄຫວ​ປະ​ສານ​ງານ, ກໍ່ສ້າງກອງກໍາລັງ, ປະກອບສ່ວນ​ສຳ​ຄັນເຂົ້າ ໃນການປະຕິບັດເປົ້າຫມາຍພັດທະນາ ເສດຖະກິດ - ສັງຄົມ ຂອງລາວ.

ພິ​ເສດ, ທັງສອງຝ່າຍໄດ້ມີ​ການ​ເຄື່ອ​ໄຫວປະສານງານຫຼາຍຢ່າງ​, ສ້າງເງື່ອນໄຂສະ​ດ​ວກໃຫ້​ແກ່ການປັບປຸງຊີວິດການ​ເປັນ​ຢູ່, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ສອງປະເທດທີ່ອາໄສຢູ່ເຂດຊາຍແດນ ລະຫວ່າງ ຫວຽດນາມ-ລາວ. ການ​ເຄື່ອນ​ໄຫວ ດັ່ງ​ກ່າວໄດ້ຮັບການເຫັນດີ, ​ພ້ອມ​ທັງ​ເປັນ​ການສະຫນັບສະຫນູນຢ່າງແຂງແຮງຂອງປະຊາຊົນສອງຊາດ.

ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ໃຫ້​ຮູ້​ວ່າ ໃນ​ອາ​ນາ​ຄົດ​ອັນ​ໄກ້​ນີ້, ທັງສອງຝ່າຍໄດ້ເຫັນດີເປັນ​ເອກ​ກະ​ພາບ ເພີ່ມທະວີ ການ​ເຄື່ອນ​ໄຫວຮ່ວມມືກໍ່​ສ້າງ ຝຶກອົບຮົມພະ​ນັກ​ງານ; ກໍ່ສ້າງຊາຍແດນລະຫວ່າງ ຫວຽດນາມ -ລາວ ໃຫ້ມີຄວາມຫມັ້ນຄົງ, ພັດທະນາຢ່າງຮອບ​ດ້ານ.

ທ່ານນາຍົກລັດຖະມົນຕີ ຫງ໋​ວຽນ​ຊົນ​ຟຸກ ໄດ້ຕີລາຄາສູງຜົນສໍາເລັດຂອງການຮ່ວມມືລະຫວ່າງ ກະຊວງປ້ອງກັນປະເທດຂອງສອງຊາດໃນ​ໄລ​ຍະ​ຜ່ານ​ມາ, ໄດ້​ສະ​ເໜີ ທັງສອງຝ່າຍສືບຕໍ່ຢ່າງ​ແຂງ​ຂັນ ຮ່ວມມື, ປະກອບສ່ວນ ຮັກສາ, ​ເພີ່ມ​ພູນ ນ້ຳ​ໃຈມິດຕະພາບລະຫວ່າງສອງປະເທດນັບ​ມື້​​ພັດ​ທະ​ນາ​ດີຂື້ນໃນອະນາຄົດ.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ດ້ວຍຄວາມພິເສດທີ່ມີຊາຍແດນຮ່ວມ​ກັນ​ມາ​ຢ່າງຍາວນານ, ສ່ວນໃຫຍ່ແມ່ນເຂດພູສູງ, ພູດອຍ, ​ມີຄວາມຫຍຸ້ງຍາກຫຼາຍ, ຫວຽດນາມ ແລະ ລາວ, ຕ້ອງ​ໄດ້​ເພີ່ມ​ທະ​ວີຢ່າງ​ແຂງ​​ຂັນ​ຕື່ມ​ອີກ​ກ່ຽວ​ກັບ ​ການ​ປະ​ສານ​ງານ​ລະ​ຫວ່າງ​ກອງ​ກຳ​ລັງ, ກອງທັບ ແລະ ຕໍາຫຼວດ ເພື່ອ ຮັກສາສັນຕິພາບຊາຍແດນ, ມິດຕະພາບ ແລະ ຮັກສາຄວາມ​ເປັນ​ລະ​ບຽບ​.

ນອກເຫນືອຈາກ​ຮ່ວມປະສານງານແນ​ໃສ່​ການ​ຊ່ວຍ​ເຫຼືອ, ປັບປຸງມາດຕະຖານການດໍາລົງຊີວິດຂອງປະຊາຊົນທີ່ຢູ່ໃນເຂດຊາຍແດນ, ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ທະ​ຫານ ຂອງສອງປະເທດ ຈົ່ງ​ເອົາ​ໃຈໃສ່ໃນການ​ເຄື່ອນ​ໄຫວຮ່ວມມືປ້ອງ​ກັນ ອາຊະຍາກໍາ ຕ້ານການຄ້າມະນຸດ, ຂາຍ​ຢາ​ເສບ​ຕິດຂ້າມ​ຊາດ. ນອກຈາກນັ້ນ, ທັງສອງຝ່າຍຍັງຈໍາເປັນຕ້ອງໄດ້ເລັ່ງການປະສານງານໃນການຝຶກອົບຮົມພະນັກງານ, ກໍ່ສ້າງກຳ​ລັງກອງທັບຢ່າງເປັນປົກກະຕິ, ມີ​ຄວາມຫຼັກ​ແຫຼມ.

ທ່ານ ນາຍົກລັດຖະມົນຕີ ສະແດງຄວາມເຊື່ອຫມັ້ນວ່າ ການພົວພັນຮ່ວມ​ມືລະຫວ່າງທະຫານຂອງສອງປະເທດຈະເຂັ້ມແຂງ, ຮັດ​ແໜ້ນ​ກວ່າ​ເກົ່າ ເພື່ອຮັກສາຄວາມໄວ້ວາງໃຈ, ການຮ່ວມມືລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະສອງປະເທດ; ເພື່ອຮັບ​ປະ​ກັນສະຖຽນລະພາບ, ຄວາມຫມັ້ນຄົງທາງດ້ານການເມືອງ, ປະກອບສ່ວນເພື່ອຮັກສາສັນຕິພາບ, ຄວາມຫມັ້ນຄົງ ແລະ ການພັດທະນາຂອງທັງ​ສອງ​ປະ​ເທດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.