ລະນຶກ ວັນຄາຍວັນເກີດ ທ່ານປະທານ ໂຮ່ຈີ໋ມິງ ຄົບຮອບ 128 ປີ ທີ່ ສປປ ລາວ

08:43 | 22/05/2018

ຍ​ສ​ໝ - ໃນໂອກາດ ລະນຶກວັນຄົບຮອບ 128 ປີ ຂອງທ່ານປະທານ ໂຮ່ຈີ໋ມິງ (19/5/1890-19/5/2018), ທ້າຍອາທິດທີ່ຜ່ານມາ, ສະຖານກົງສຸນຂອງຫວຽດນາມຢູ່ແຂວງ ສະຫວັນນະເຂດ, ພາກກາງຂອງ ສປປ ລາວ, ໄດ້ປະສານສົມທົບກັບຄະນະຄຸ້ມຄອງ ສະຖານທີ່ປະວັດສາດ - ວັດທະນະທໍາ ແຂວງສະຫວັນນະເຂດ ໄດ້ຈັດພິທີສະເລີມສະຫຼອງ ທີ່ອະນຸສອນສະຖານ ລຸງໂຮ່ ຢູ່ ບ້ານ ໄຊຍະພູມ, ເມືອງ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ.

ທີ່ນີ້, ໃນເດືອນ ມິຖຸນາ ປີ 1929, ທ່ານປະທານ ໂຮ່​ຈີ໋​ມິງ ໄດ້​ເຄື່ອນ​ໄຫວຢູ່​ບັນ​ດາແຂວງພາກເຫນືອ ຂອງປະ​ເທດໄທ, ມີຊື່ເອີ່ນ​ວ່າ: ເຖົ້າ​ຈິນ, ເພິ່ນ​ໄດ້ເດີນ​ທາງ​ຈາກ ແຂວງ ມຸກ​ດາ​ຫານ, ລາດ​ສະ​ອານາຈັກ ໄທ, ຂ້າມມາ ແຂວງ ສະ​ຫວັນ​ນະ​ເຂດ ເພື່ອ​ສໍາຫຼວດສະ​ພາບ​ການ ແລະ ເຄື່ອນໄຫວຂະ​ບວນ​ການ-ການປະຕິວັດ.

ເຂົ້າ​ຮ່ວມໃນ​ງານພິ​ທີ​ດັ່ງ​ກ່າວ: ມີ​ຕ່າງ​ໜ້າການ​ນຳ​ພັກ - ລັດ​, ອຳ​ນາ​ດ​ການ​ປົກ​ຄອງ ຂັ້ນ​ແຂວງ ໂດຍ ສະ​ຫາຍ ສັນ​ຕິ​ພາບ ພົມ​ວິ​ຫານ, ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງໆ​ສະ​ຫວັນ​ນະ​ເຂດ ເປັນ​ຜູ່​ນຳ​ພາ, ​ທ່ານ​​ກົງ​ສຸນໃຫຍ່​ແຫ່ງ​ ສ​ສ ຫວຽດ​ນາມ ປະ​ຈຳ ແຂວງ​ ສະ​ຫວັນ​ນະ​ເຂດ ​ພ້ອມ​ຄະ​ນ​ະ ນຳ​ໂດຍ​ທ່ານ ທ່ານ ເຈີ່ນ​ກົງ​ທິ້ງ ພ້ອມພັນ​ລະ​ຍາ.

ລະນຶກ ວັນຄາຍວັນເກີດ ທ່ານປະທານ ໂຮ່ຈີ໋ມິງ ຄົບຮອບ 128 ປີ ທີ່ ສປປ ລາວ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ໋ຽນ​ບ໋າ​ຮຸ່ງ ປາ​ໄສ​ໃນ​ພິ​ທີລະ​ນຶກວັນ​ຄາຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ໋​ມິງ ຄົບ​ຮອບ 128 ປີ.

ໃນວັນທີ 19 ພຶດສະພາ, ທີ່​ສະ​ໂມ​ສອນ ຫົງ​ບ່າງ , ສະ​ມະ​ຄົມ ​ຄົນຫວຽດນາມ ທີ່ ແຂວງ ​ສະ​ຫວັນ​ນະ​ເຂດ ໄດ້ຈັດພິ​ທີ​ລະ​ນຶກວັນ​ຄາຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ໋​ມິງ ຄົບ​ຮອບ 128 ປີ.

ກ່ອນນັ້ນ, ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງຄໍາມ່ວນ, ພາກກາງຂອງ ສ​ປ​ປ ລາວ ກໍ່ໄດ້ຈັດ​ພິ​ທີ​ວາງ​ພວງ​ມາ​ລາ ແລະ ຈູດ​ທູບ​ທຽນ​ໄຫ​ວ້​ສັກ​ກະ​ລະອາ​ໄລ​ຫາ ຂື້ນຢ່າງເປັນທາງການ ທີ່ ໂບດ ລຸງ​ໂຮ່ ຢູ່ບ້ານ ຊຽງ​ວາງ, ເມືອງ ຫນອງ​ບົ​ກ, ເປັນ​ສະ​ຖານທີ່ ທີ່ທ່ານປະທານໂ​ຮ່ຈີ໋ມິງ ໄດ້ມີການເຄື່ອນໄຫວໃນໄລຍະສົງຄາມຕໍ່ຕ້ານການຮຸກຮານຂອງ​ຈັກ​ກະ​ພັດ ​ໂດຍການເຂົ້າຮ່ວມຂອງການນໍາຂັ້ນແຂວງ, ຜູ້ຕາງຫນ້າແນວ​ລາວ​ສ້າງ​ຊາດ, ສະມາຄົມມິດຕະພາບລາວ - ຫວຽດນາມ ແຂວງ​ຄຳ​ມ່ວນ ຮ່ວມ​ກັ​ບ​ ສະ​ມາ​ຄົມ​ຄົນ​ໄທ ສັນ​ຊາດ​ຫວຽດ ຢຸ່​ແຂວງ ອຸ​ດອນ​ທາ​ນີ ໄດ້​ຈັດ​ຂື້​ນ.

ໃນອາທິດດຽວ​ກັນ​ນັ້ນ, 19 ພຶດສະພາ, ຢູ່ອະນຸສອນ ປະທານ ໂຮ່​ຈີ໋​ມິງ ທີ່ແຂວງອຸດອນທານີ (ປະເທດໄທ),ຫ່າງ​ຈາກ​ນະ​ຄອງ​ຫຼວງ ບາງກອກ ປະມານ 600 ກິໂລແມັດ ທາງຕາເວັນອອກສຽງເຫນືອ, ໄດ້​ຈັດພິທີງານ​ພວງ​ມາ​ລາ ຈູດ​ທູບ​ທຽນ ລະ​ລືກວັນຄ້າຍ​ວັນ​ເກີດ ຄົບຮອບ 128 ປີ ຂອງປະທານໂຮ່​ຈີ໋​ມິງ. ​ວາ​ລະ​ການ​ຈັດ​ຕັ້ງ​ພິ​ທີ ​​ດັ່ງ​ກ່າວ ແມ່ນ ສະຖານທູດຫວຽດນາມ ປະ​ຈຳ ສ​ປ​ປ ລາວ ປະສານສົມທົບ ກັບ ສະມາຄົມໄທ - ເຊື້ອ​ສາຍຫວຽດນາມຂອງແຂວງ ອຸດອນທານີ ຈັດ​ຂຶ້ນ.

ລະນຶກ ວັນຄາຍວັນເກີດ ທ່ານປະທານ ໂຮ່ຈີ໋ມິງ ຄົບຮອບ 128 ປີ ທີ່ ສປປ ລາວ

ຄະ​ນະ​ພະ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສ​ປ​ປ​ ລາວ ເຂົ້າ​ວາງ​ພວງ​ມາ​ລາ ແລະ ຈູດ​ທູບ​ທຽນ ລະ​ລຶກ​ເຖິງ ທ່ານ​ປະ​ທານ ໂຮ່​ຈີ໋​ມິງ.

ໃນພິທີດັ່ງ​ກ່າວ, ທ່ານເອກອັກຄະລັດຖະທູດ ​ຫງວ໋ຽນ​ບ໋າຮຸ່ງ ແລະ ທ່ານ ວາ​ທະ​ນາ ພູດ​ທິ​​ຊັດ, ​ເຈົ້າ​ແຂວງ-ແຂວງ ອຸ​ບົນ​ລາ​ສະ​ທາ​ນີ ພ້ອມດ້ວຍຄະນະຜູ້ແທນໄດ້ວາງ​ພວງ​ມາ​ລາ ແລະ ຈູດ​ທູບ​ທຽ​ນ ລະ​ນຶກ​ເຖິງ ທ່ານປະທານ ໂຮ່​ຈີ໋​ມິງ.

ຕໍ່​ໜ້າ​ດວງ​ວິນ​ຍານ ຂອງ​ປະ​ທານ ໂຮ່​ຈີ໋​ມິງ, ທ່ານເອກອັກຄະລັດຖະທູດ ​ຫງຽນ​ ບາ ຮຸງ , ພະນັກງານສະຖານທູດ ແລະ ບັນ​ດາຫ້ອງ​ການອ້ອມ​ຂ້າງສະຖານທູດ ຈະພະຍາຍາມຢ່າງບໍ່ຢຸດຢັ້ງຍົກ​ສູງບົດ​ບາດການເມືອງ, ສາ​ມັກ​ຄິ​ເປັນ​ຈິດ​ນື່ງ​ໃຈ​ດຽວ​ກັນເພື່ອຈຸດປະສົງໃນການກໍ່ສ້າງ ແລະ ປົກ​ປັກ​ຮັກ​ສາປະເທດຫວຽດນາມ ໃຫ້​ໝັ້ນ​ຄົງ, ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ມີຄວາມ​ສີ​ວິ​ໄລ ສູ້ຊົນເພື່ອເຮັດສໍາເລັດໜ້າວຽກງານທາງດ້ານການເມືອງທີ່ດີເລີດ, ເສດຖະກິດ, ວັດທະນະທໍາ, ການສຶກສາໃນປີ 2018, ການກໍ່ສ້າງຊຸມຊົນຫວຽດນາມໃນລາວ ແລະ ປະເທດໄທໃຫ້​ມີ​ຄວາມ​ສາ​ມັກຄີ, ເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການ ປັ​ບ​ປຸງ, ເສີມ​ຂະ​ຫຍາຍ​ການຮ່ວມມື ແລະ ພັດທະນາສາຍພົວພັນ​ມິດ​ຕະ​ພາບ​ແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ສົ່ງເສີມການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ໄທ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.