ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

16:11 | 17/05/2018

ມື້​ວານນີ້, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ ກະຊວງ​ ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​​ໃຫ້ກຽດ​ຕ້ອນຮັບ ​ແລະ ພົບ​ປະເຮັດວຽກ ກັບ​ ທ່ານ ປຣາກ ​ໂຊ​ຄົນ, ລັດຖະມົນຕີ ​ກະຊວງ​ການ ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ.

ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ


ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

ກອງ​ປະ​ຊຸມພົບປະປຶກສາຫາລື ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ແລະ ທ່ານ ປຣາກ ​ໂຊ​ຄົນ, ລັດຖະມົນຕີ​ ກະຊວງ​ ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ

ໃນຕອນ​ເຊົ້າ​ຂອງວັນທີ 16 ພຶດສະພາ 2018, ທີ່ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​​ໃຫ້ກຽດ​ຕ້ອນຮັບ ​ແລະ ພົບ​ປະເຮັດວຽກກັບ​ ທ່ານ ປຣາກ ​ໂຊ​ຄົນ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ. ການພົບປະປຶກສາຫາລືກັນໃນຄັ້ງນີ້ ແມ່ນປະຕິບັດຕາມເຈດຕະນາລົມຂອງສອງລັດຖະບານ ກໍຄືຄຳຕົກລົງຂອງສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ທີ່ໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດຂອງທັງສອງປະເທດ ປຶກສາຫາລືຮ່ວມກັນ ເພື່ອຊອກວິທີແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ ລະຫວ່າງ ສອງປະເທດໃຫ້ມີຄວາມຄືບໜ້າ ແລະ ກ້າວໄປສູ່ຄວາມສໍາເລັດຕະຫຼອດເສັ້ນຊາຍແດນທີ່ຍັງເຫຼືອຢູ່ 14 % ຂອງລວງຍາວເສັ້ນຊາຍແດນທັງໝົດ 535 ກິໂລແມັດ.

ການພົບປະເຮັດວຽກຮ່ວມກັນຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນຕີລາຄາສູງຕໍ່ຜົນສຳເລັດໃນຂອບການຮ່ວມມືຕ່າງໆ, ພ້ອມດຽວກັນນີ້ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ໂດຍໄດ້ເປັນເອກະພາບກັນ ຈະສືບຕໍ່ຊຸກຍູ້ໃຫ້ຄະນະກໍາມະການຊາຍແດນ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ ພົບປະປຶກສາກັນໃຫ້ຫຼາຍຂຶ້ນ ເພື່ອພ້ອມກັນແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ ລະຫວ່າງ ສອງປະເທດ ໃຫ້ສຳເລັດໃນເວລາອັນຄວນ. ພ້ອມດຽວກັນນີ້, ສອງຝ່າຍ ຈະສ້າງຕັ້ງກົນໄກປະສານງານຂັ້ນກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດຂອງທັງສອງປະເທດຮ່ວມກັນຕື່ມອີກ, ທັງນີ້ເພື່ອເປັນການປະກອບສ່ວນເຮັດໃຫ້ບໍລິເວນຊາຍແດນ ມີຄວາມສະຫງົບ ແລະ ມີສະຖຽນລະພາບ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສອງຝ່າຍກັບຄືນສູ່ສະພາບທີ່ເປັນປົກກະຕິດັ່ງທີ່ເຄີຍມີມາແຕ່ກ່ອນ. ການພົບປະປຶກສາຫາລື ໄດ້ດຳເນີນໄປດ້ວຍບັນຍາກາດໄມຕິຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອອັນດີງາມນຳກັນມາແຕ່ບູຮານນະການ.

(ແຫຼ່ງ​ຂໍ້​ມູນ​: www.mofa.gov.la)

ເຫດການ
302 Found

Found

The document has moved here.