10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

10:48 | 17/05/2018

ລາວ​ແມ່ນ​ປະ​ເທດ​ທ​ີ່​ມີ​ເອກ​ລັກ​ ວັດ​ທະ​ນະ​ທຳ ສະ​ຖານ​ທີ່​ທ່ອງ​ທ່ຽວ ອັນ​ມ​ີ​ມູນ​ເຊື້ອ​ມາ​ຢ່າງ​ຍາວ​ນານ. ມີ​ຫຼາຍ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດຍອມ​ຮັບ ໄດ້​ຖື​ອົງ​ການ ຢູ​ເນ​ສ​ໂກ້ ຍອມ​ຮັບ​ວ່າ​ເປັນ​ມໍ​ລະ​ດົກ​ໂດກ, ນອກ​ຈາກ​ນັ້ນ ລາວ​ເຮົາ​ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ​ທີ່​ຫ​າກໍ່​ຖືກ​ຄົ້ນ​ພົບ ແລະ ຍັງ​ອ​ີກ​ຫຼາຍ​ແຫ່ງ​ຍັງ​ບໍ່​ທັນ​ຖືກ​ຄົ້ນ​ພົບ.

1. ວັງວຽງ : ຕັ້ງຢູ່ຂ້າງທາງພາກ​ເໝືອ​ຂອງລາວ ຖືກປົກຄຸມໄປດ້ວຍສາຍພູ, ປ່າດົງພົງໄພ ແລະ ລຳນ້ຳຊອງ. ປີ 1990, ວັງວຽງໄດ້ສ້າງເປັນເຂດທ່ອງທ່ຽວທຳມະຊາດ ແລະ ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາທັດສະນາຈອນ ແລະ ທ່ຽວຊົມທັດສະນິຍະພາບ ທຳມະຊາດ ອັນ ສວຍງາມດັ່ງໃນຝັນ ແລະ ເຕັມໄປດ້ວຍສະເໜ່ໃນນ້ຳໃຈຮັກແພງແຂກຄົນ ຂອງຊາວບ້ານແຫ່ງນີ້.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

ຈະໄດ້ທ່ຽວຊົມທັດສະນິຍະພາບອັນສວຍງາມ ແລະ ສະພາບແວດລ້ອມທີ່ສົດໃສຂອງວັງວຽງ ຖືກສ້າງຂຶ້ນບົນໜ້ານ້ຳ, ເປັນບ່ອນພັກຜ່ອນຢ່ອນອາລົມທີ່ສຸດຍອດແຫ່ງໜຶ່ງຂອງວັງວຽງ. ວັງວຽງ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊັ່ນ: ພູຫີນປູນ, ຖ້ຳ, ໃນນັ້ນທີ່ໜ້າອອນຊອນທີ່ສຸດແມ່ນຖ້ຳພູຄຳທີ່ມີຫີນຍ້ອຍຮູບຊົງ ຄ້າຍໄກ່ປ່າ, ຄັນຄາກ, ມັງກອນ, ຕາດ ນ້ຳ…ຊຶ່ງເຮັດໃຫ້ນຶກເຖິງນິຍາຍບູຮານແຫ່ງໂລກມະຫັດສະຈັນກໍວ່າໄດ້. ນັກທ່ອງທ່ຽວອາດສາມາດ ເລືອກວິທີພັກຜ່ອນໃນຕູບຕັ້ງຢູ່ເທິງໜ້ານ້ຳ ຫຼື ນອນເທິງທຸ່ນລອຍ ຫຼື ຈະນັ່ງເຮືອຈັກ ຫຼື ພາຍເຮືອກາຢັກລ່ອງໄປຕາມລຳນ້ຳຊອງ ຢ່ອນອາລົມໄປກັບຍ່ານເວຫາ, ທິວທັດ ແລະ ສະພາບແວດລ້ອມທີ່ສົດໃສ, ເຢັນດີ. ນັກທ່ອງທ່ຽວ ກໍ ອາດຈະເຂົ້າຮ່ວມການຜະເຊີນໄພກັບການເລື່ອນໄປຕາມຮາງລິນ ຫຼື ໂຍນຕົວຂຶ້ນສູ່ເວຫາ ແລ້ວປ່ອຍຕົວລົງ ກະແສນ້ຳທີ່ໃສເຢັນ ໄດ້ກັບກາຍເປັນຈັບອົກຈັບໃຈ ຂອງ ໄວໜູ່ມ ແລະ ນັກທ່ອງທ່ຽວຕ່າງປະເທດ. ດ້ວຍກຳລັງຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ທີ່ມີຢູ່ຂອງພູຜາ,ປ່າໄມ້. ວັງວຽງ ບໍ່ຕ່າງຫຍັງກັບ ສວງສະຫວັນ ຂອງ ເມືອງມະນຸດ.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

2. ເມືອງມໍລະດົກໂລກຫຼວງພະບາງ:

ຫຼວງພະບາງ ເປັນເມືອງເອກຂອງແຂວງຫຼວງພະບາງ ປະເທດລາວ, ຕັ້ງຢູ່ທາງພາກເໜືອຂອງປະເທດ, ຕົວເມືອງຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ແລະ ແມ່ນໍ້າຄານ ທີ່ໄດ້ໄຫຼມາພົບພໍ້ກັນ. ເປັນເມືອງທີ່ອົງການຢູເນັສໂກ (UNESCO) ໄດ້ຍົກຍ້ອງໃຫ້ເປັນມໍລະດົກໂລກອີກດ້ວຍ. ຫຼວງພະບາງ ເປັນເມືອງເກົ່າແກ່ ຂອງອານາຈັກລາວລ້ານຊ້າງ ຕັ້ງແຕ່ສະໄໝສະຖາປະນາອານາຈັກລາວລ້ານຊ້າງ ເຊິ່ງແຕ່ກ່ອນນັ້ນມີຊື່ວ່າ “ເມືອງຊວາ” ແລະ ເມື່ອ ພ.ສ 1300 ຂຸນລໍ ເຊິ່ງຖືວ່າເປັນປະຖົມມະກະສັດຂອງອານາຈັກລາວ ໃນແຕ່ກ່ອນ ໄດ້ສ້າງຕັ້ງເມືອງຊວາ ເປັນລາຊະທານີ ຂອງອານາຈັກລາວລ້ານຊ້າງ ແລະ ໄດ້ປ່ຽນຊື່ໃໝ່ວ່າ “ຊຽງທອງ”.ບັນດາແຫຼ່ງທ່ອງທ່ຽວທາງທຳມະຊາດ ທີ່ໄດ້ຮັບຄວາມນິຍົມ ປະກອບມີ: ນໍ້າຕົກຕາດກວາງຊີ ແລະ ຖໍ້າປາກອູ, ກິດຈະກຳຂີ່ຊ້າງ ໄປຢ້ຽມຊົມ ສະຖານທີ່ບາງແຫ່ງ, ພູສີ ເຊິ່ງຢູ່ໃຈກາງຂອງຕົວເມືອງ ທີ່ສາມາດແນມເຫັນ ທິວທັດຂອງຕົວເມືອງ ແລະ ແມ່ນໍ້າອີກດ້ວຍ.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

3. ນໍ້າກັດ ຢໍລະປ່າ:

ສະຖານທີ່ ທ່ອງທ່ຽວນໍ້າກັດຢໍລະປ່າ ຖືກເນລະມິດຂື້ນມາໃຫ້ກາຍເປັນສະຖານທີ່ ທ່ອງທ່ຽວຄົບວົງຈອນ ທີ່ ສຸດໃນເມືອງລາວກໍ ວ່າໄດ້. ມາທີ່ ນີ້ທ່ານຈະສາມາດເຮັດກິດຈະກໍ າການທ່ອງທ່ຽວຕ່າງໆ ທີ່ ຫລາກຫລາຍ ນັບແຕ່ຣີສອດອັນງົດງາມ ເຮັດໃຫ້ການຜັກຜ່ອນຂອງທ່ານສະດວກສະບາຍທ່າມ ກາງທໍ າມະຊາດ, ຫລືນອນເຕັ ້ນທ້າຄວາມໝາວສົມສາຍໝອກ, ຂີ່ ລົດຖີບຊົມຜືນປ່າ, ຂີ່ ສະລິງທ້າຄວາມສູງ, ຂີ່ ຊ້າງຊົມປ່າ ມາປິກນິກກິນເຂົ້າປ່າກໍ ໄດ້

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ


10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

4. ເມືອງປາກຊ່ອງ ແຂວງຈໍ າປາສັກ:

ເມືອງແຫ່ງນໍ້າຕົກ ປາກຊ່ອງຖືເປັນເມືອງທີ່ ຫນ້າທ່ຽວທີ່ ສຸດອີກເມືອງໜື່ງຂອງລາວ; ປັດຈຸບັນມີຫລາຍກິດຈະກໍ າການທ່ອງທ່ຽວ ແຕ່ທີ່ ໂດດເ ແມ່ນນໍ້າຕົກຕາດຫຼາຍແຫ່ງທີ່ ງົດງາມ ແລ້ວແຕ່ຄວາມສະດວກທີ່ ທ່ານມາມາດເລືອດໄປໄດ້ເຊັ່ນ: ຕາດຢານ, ຕາດເຍືອງ, ຕ ຖໍ້າຈໍ າປີ. ແຕ່ຫາກມັດູວາມທ້າທາຍແດ່ກໍ ໄປຂີ່ ສະລິງເບິ ່ ງຕາດຂະເມີດກາງປ່າສະຫງວນດົງຫົວສາວ ນອກນັ້ນທີ່ ປາກຊ່ອງຍັງມີສວນດອກໄມ້ນາໆພັນທີ່ ກໍ າລັງໄດ້ຮັບຄວາມນະຍົມເຊິ່ງ​ຕັ້ງຢູ່ບໍ່ ໄກຈາກຕົວເມຶອງປານໃດນນັ້ນຄືສວນ ມົນຕາ.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

5. ຖໍ້ານໍ້າລອດເຊບັ້ງໄຟ ຖໍ້ານໍ້າລອດເຊບັ້ງໄຟ:

ຕັ້ງຢູ່ບ້ານຫນອງປີງ ເມືອງບົວລະພາ ແຂວງຄໍ າມ່ວນ ຖືເປັນຄວາມມະຫັດ ສະຈັນຂອງທໍ າມະຊາດທີ່ ສັນສ້າງ ຄວາມງົດງາມນີ້ຂື້ນມາ.ຖໍ້ານໍ້າລອດເຊບັ້ງໄຟເປັນຖໍ້າທີ່ ມີຄວາມຍາວ ປະມານ12 ກິໂລແມັດ ໂດຍມີນໍ້າໄຫລຜ່ານຄືກັບຖໍ້າກອງລໍ ແຕ່ຄວາມງົດງາມດ້ານໃນຂອງຖໍ້າຍິ່ງ ໃຫຍ່ອະລັງການງານສ້າງແທ່້ໆ. ກິດຈະກໍ າທີ່ ສໍ າຄັນຢູ່ທີ່ ນີ້ແມ່ນການຂີ່ເຮືອເຂົ້າສູ່ຖໍ້າ ແລ້ວກໍ ຍ່າງຊົມຄວາມງາມອັດສະຈັນຂອງຜາຫີນ, ຫີນງອກຫີນຍ້ອງ, ດິ ຊາຍ ໂດຍແມ່ນຊາວບ້ານຫນອງປີງເປັນຜູ້ບໍ ລິການແລະພາທ່ຽວ.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ


10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

6. ຕາດກວາງຊີ:

ຕາດກວາງຊີຖືເປັນນໍ້າຕົກຕາດທີ່ ຂື້ນຊື່ ລື່ ນາມຂອງເມືອງລາວ ເນື່ ອງຈາກຄວາມງົດງາມແລະການ ເຂົ້າຮອດສະດວກສະບາຍ ແລະ ມີການບໍ ການຫລາຍຢ່າງໃນບໍ ລິເວນໃກ້ຄຽງ. ສ່ວນກິດຈະກໍ າຕ່າງໆທ່ານກໍ ສາມາດຍ່າງເລາ ຊົມນໍ້າຕົກແຕ່ຕີນຕາກ ແລະ ຫລິ ້ນນໍ້າຢູ່ທີ່ ນັ້ນ ແລ້ວກໍ ຍ່າງໄປຈົນເຖິງຕົວນໍ້າຕົກຕາດກວາງຊີ. ເຊລຟີ້ໃຫ້ໝູ່ເພື່ ອນໄດ້ເບິ່ງ ຫາກມີແຮງພໍ ກໍ ຄ່ອຍໆຍ່າງຂື້ນໄປເທິງຕາດກໍໄດ້.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ


10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

7. ທ່າລາດ ທະເລລາວ :

ສຳລັບໃຜທີ່ຍັງບໍ່​ເຄີຍ​ໄປ ຫຼື ເຄີຍໄປແລ້ວ ບໍ່​ທັນ​ຮູ້ວ່າ ທະເລເມືອງລາວ ສະຫວັນເທິງດິນ ທີ ທ່າລາດ ແຂວງວຽງຈັນ ມີ​ບັນ​ຍາ​ກາດ​ດີໆ ກິດ​ຈະ​ກຳ​ມັນໆ ໂດຍບໍ່​ຕ​ອ້ງ​ໄປໃສໄກ ບໍ່​ຕ້ອງ​ຈ່າຍ​ຄ່າ​​ປີ້​ຍົນ ແລະ ບອ່ນພັກແພງໆ ມີ​ໃຫ້ທຸກຄົນສຳພັດໄດ້ ທີ່ອ່າງ​ນ້ຳ​ງື່ມ ຫຼື ເຂື່ອນນ້ຳ​ງື່ມນັ້ນ​ເອງ.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ


10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

8. ວັດພູຈໍ າປາສັກ ຜາສາດຫີນວັດພູ :

ຖືກຮັບຮູ້ມາເປັນເວລາດົນ ນານແລ້ວ ມັນເປັນຕົວແທນອັນສໍ າຄັນ ທາງດ້ານສະຖາປັດຕະຍະກໍ າ ໃນຍຸກ ສະໄໝກ່ອນ ແລະ ຍຸກສະໄໝອັງກໍ ວັດ ໃນສັດຕະວັດທີ 7 ຫາ 12. ຜາສາດຫີນວັດພູຮັບຮອງເປັນມໍ ລະດົກໂລກທີ່ ມີຄວາມເກົ່ າແກ່ແລະສວຍສົດງົດງາມຫຼາຍ ທີ່ ທ່ານຄວນໄປຢາມຢາມສໍ າຜັດ ເບິ່ງຕົວຈິງເຖິງຄວາມເກັ່ງກ້າຄົນສະໄຫມກ່ອນໃນການກໍ່ສ້າງ. ຫາກທ່ານໃດທີ່ ມາທ່ຽວປາກເຊແລ້ວບໍ່ມາສະຖານທີ່ ນີ້ກໍ່ ຖືວ່າມາບໍ່ຮອດປາກເຊນ.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ


10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

9. ທົ່ງໄຫຫີນຊຽງຂວາງ ຊຽງຂວາງ:

ຊຽງ​ຂວາງ​ ທົ່ງໄຫຫີນຢູ່​ທີ່​ເມືອງ​ໂພນ​ສະ​ຫວັນ​ ແຂວງ​ຊຽງ​ຂວາງ​ ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ທາງ​ປະຫວັດສາດ​ແລະ​ວັດ​ທະນະທຳ​ທີ່​ສຳຄັນ​ຂອງ​ເມືອງ​ ໄຫ​ຫີນ​ຫຼວງ​ຫຼາຍ​ທີ່​ຕັ້ງ​ລຽງ​ກັນ​ຢູ່​ເທິງ​ໂນນພູ​ສ່ວນ​ໃຫຍ່​ເຮັດ​ມາ​ຈາກ​ຫີນ​ຊາຍ​ ພາຍ​ໃນ​ໄຫ​ບາງ​ໄຫ​ພົບ​ໂຄງ​ກະດູກ​ມະນຸດ​ ບາງ​ໄຫ​ພົບ​ລູກ​ປັດ​ຈາກ​ຈີນ​ ເຄື່ອງ​ປະ​ດັບ​ຊົນ​ເຜົ່າ​ ແລະ​ ຮູບ​ສຳ​ຣິດ​ ຕອນ​ນີ້​ຈຶ່ງ​ຍັງ​ບໍ່​ມີ​ໃຜ​ຮູ້​ທີ່​ມາ​ທີ່​ໄປ​ຍ່າງ​ຊັດເຈນ​ຂອງ​ໄຫ​ຫິນ​ເຫຼົ່າ​ນີ້​ ແຕ່​ຖື​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ​ທີ່​ບໍ່​ຄວນ​ພາດ. ທົ່ງໄຫຫີນຊຽງຂວາງໄຫ​ຫີນບູຮານ ນັບ​ພັນ​ໆຫນ່ວຍ ມີ​ນ້ຳຫນັກ​ແຕ່ 600 ກິ​ໂລກາມ ​ເຖິງ 1 ​ໂຕນ ມີ​ອາຍຸ​ແຕ່ 2.500 - 3000 ປີ ຕັ້ງ​ຢາຍ​ເດຍລະດາດ ​​ໃນທົ່ງ​ຢູ່ ​ເມືອງ​​ແປກ ​ແຂວງ ຊຽງ​ຂວາງ. ມາ​ຮອດ​ປະຈຸ​ບັນ, ຕົ້ນ​ກຳ​ເນີ​ດຂອງ​ບັນດາ​ໄຫ​ຫີນ​​ເຫຼົ່ານີ້ ພວມ​​ເປັນ​ສິ່ງ​ທີ່ປິດສະໜາສຳ​ລັບ​ນັກ​ຄົ້ນ​ຄ້ວາບູຮານຄະດີ ກໍ​ຄື​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທົ່ວທຸກ​ສາລະ​ທິດ.

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

ເມື່ອ​ມີ​ໂອກາດມາ​ຢ້ຽມປະ​ເທດລ້ານ​ຊ້າງ​ທີ່​ສວຍ​ງາມ, ສິ່ງ​ທຳ​ອິດ​ທີ່ນັກ​ທ່ອງ​ທ່ຽວ​ສົນ​ໃຈ​ແມ່ນ​ທົ່ງ​ໄຫ​ຫີນ. ​ເພາະວ່າ ຢູ່​ທີ່​ນີ້​ມີ​ໄຫ​ຫີນໃຫຍ່​, ນ້ອຍທັງໝົດ ​ປະມານ 2000 ​ ຫນ່ວຍ, ຕັ້ງ​ຍັ່ງ​ຢາຍ​ເດຍລະດາດ ຢູ່ 57 ບ່ອນ​ໃນສາມ​ໝູ່ບ້ານທີ່​ຫ່າງ​ຈາກ​ເທດສະບານ​ເມືອງ ​ໂພນ​ສະຫວັນ ​ແຂວງ ຊຽງ​ຂວາງ​ປະມານ 7 ກິ​ໂລ​ແມດ. ​ໄຫ​ຫີນ​ຫນ່ວຍ​ໃຫຍ່​ສຸດ​ມີ​ເສັ້ນ​ຜ່າກາງ 2,5ແມັດ ແລະ ສູງ​ເຖິງ 2,57 ​ແມດ, ມີ​ນ້ຳຫນັກ​ຫຼາຍ​ໂຕນ. ຫນ່ວຍນ້ອຍ​ສຸດ​ມີ​ຂະຫນາດພໍອູ້ມໜຶ່ງ . ​ໄຫ​ຫີນ​ສ່ວນ​ຫລາຍ​ບໍ່​ມີ​ຝາປົກ ​ແລະ ​ມີ​ຮູບຊົງ​ແຕກ​ຕ່າງ​ກັນ, ບໍ່​ມີ​ຫນ່ວຍ​ໃດຄ້າຍ​ຄື​ກັນ ​ແລະ ​ຕັ້ງ​ຍັ່ງ​ຢາຍ​ເດຍລະດາດບໍ່​ເປັນ​ລະບຽບ. ມີ​ເລື່ອງ​ລາວ​ສືບ​ທອດ​ກັນ​ມາແຕ່​ບູຮານ​ນະ​ການ​​ວ່າ: ຂຸນ​ເຈືອງ ​ແມ່ນກົກ​ເຫຼົ່າ​ຊົນ​ເຜົ່າ​ລາວ​​ບູຮານ, ພາຍຫລັງ​ຕີ​​ເອົາຊະນະ​​ສັດຕູ, ຂຸນ​ເຈືອງ​​ໄດ້ສ່ັງ​ໃຫ້​ຜະລິດ​ບັນດາ​ໄຫ​ຫີນ​ດັ່ງກ່າວ​ເພື່ອບັນ​ຈຸ​ເຫລົ້າ​ກຽມ​ຈັດ​ງານ​ລ້ຽງ​ສະຫຼອງ​ໄຊຊະນະ. ປະຊາຊົນ​ຢູ່​ທີ່​ນີ້​ພັດ​​ເຊື່ອວ່າ, ບັນດາ​ໄຫ​ຫີນ​​ເຫຼົ່າ​ນີ້ແມ່ນ​ຈອກ​ກິນເຫລົ້າ​ຂອງ​ບັນດາ​ເທວະ​ດາ

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ

10. ປາກແບງ ປາກແບ່ງ :

ເມືອງທ່ອງທ່ຽວຂອງ ແຂວງ ອຸດົມໄຊ ເປັນຈຸດແວ່ພັກທີ່ ສໍາຄັນທັງຄົນ ແລະ ເຮືອ, ຈາກ ຫລວງພະບາງ ຫາກຂີ່ເຮືອ ຂື້ນມາເຖິງ ປາກແບ່ງ ໃຊ້ເວລາປະມານ 10 ຊົ່ວໂມງ, ຖ້າອອກເດີນທາງແຕ່ເຊົ້າກໍ່ຈະເຖິງທ່າເຮືອພໍ ດີຄໍາ ແຕ່ຖ້າຂີ່ເຮືອລ່ອງຈາກ ຫ້ວຍຊາຍ ແຂວງ ບໍ່ແກ້ວ ຈະໃຊ້ເວລາຫນ້ອຍກວ່າ ແຕ່ກໍ່ຕ້ອງແວ່ພັກຄ້າງຄືນຢູ່ທີ່ ປາກແບ່ງເຊັ່ນກັນ. ປາກແບ່ງມີມົນສະເຫນ່ໃນຕົວທີ່ ຫນ້າຫລົງໄຫລ ເຮັດໃຫ້ຜູ້ທີ່ ເດີນທາງກາຍໄປມາໄດ້ມາແວ່ພັກຜ່ອນ ຊ່ວຍຕື່ມເຕັມຊີວິດ ຫລາຍຂື້ນ. ທີ່ ສໍາຄັນເມືອງນີ້ຈະມີຄວາມງຽບສະຫງົບ ເຫມາະສໍາລັບທ່ານທີ່ ຢ່າງຫລີກໜີຄວາມວຸ້ນວາຍຈາກດເມືອງໃຫຍ່ມ ພັກຜ່ອນທ່າມກາງທໍາມະຊາດແລະສາຍນໍ້າຂອງ. ຫາກທ່ານບໍ່ ມັກໃນການຂີ່ເຮືອ ກໍສາມາດເດີນທາງດ້ວຍລົດຈາກນະຄອນຫຼວງວຽງຈັນ ເຂົ້າສູ່ໄຊຍະບູລີແລ້ວກໍເດີນທາງຕໍ່ມ ຮອດປາກແບງ(ຫາກເດີນທາງແຕ່ເຊົ້າ ຄ້ອຍຄໍາກໍ ຮອດ)

10 ສະຖານທີ່ ທ່ອງທ່ຽວ ຂອງປະເທດລາວ ທີ່ເປັນເອກະລັກໜື່ງດຽວໃນໂລກ


(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.