ເຜີຍແຜ່ເອກະສານສະພາບການ ລາວ-ກຳປູເຈຍ

16:07 | 21/05/2018

ຈຸດປະສົງໃນ ການຈັດກອງປະຊຸມໂຄສະນາເຜີຍແຜ່ ເອກະສານສະພາບການ ລາວ-ກຳປູເຈຍ, ເພື່ອໃຫ້ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ປທສ ໄດ້ຮັບຮູ້ ຄວາມເປັນມາ ທາງດ້ານປະຫວັດສາດ ແຫ່ງການພົວພັນລະຫວ່າງ ລາວ-ກຳປູເຈຍ ນັບແຕ່ໄລຍະການຕໍ່ສູ້ເພື່ອຄວາມເປັນເອກະລາດ ຈົນເຖິງປັດຈຸບັນ.

ເຜີຍແຜ່ເອກະສານສະພາບການ ລາວ-ກຳປູເຈຍ

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ບັນຍາຍເອກະສານ. (ພາບ: ຂ​ປ​ລ).

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ ເອກະສານສະພາບການ ລາວ-ກຳປູເຈຍ ຂຶ້ນ ໃນວັນທີ 17 ພຶດສະພາຜ່ານມານີ້ ໃຫ້ ກຽດຂຶ້ນບັນຍາຍເອກະສານ ໂດຍທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ເຂົ້າຮ່ວມມີທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ, ມີບັນດາທ່ານ ຮອງລັດຖະມົນຕີ, ຄະນະພັກກະຊວງ, ຄະນະກົມ/ທຽບເທົ່າ,ຄະນະອຳນວຍການ ບໍລິສັດລັດວິສາຫະກິດ ພ້ອມດ້ວຍພະນັກ ງານຫລັກແຫລ່ງ.

ທ່ານ ສະເຫລີມໄຊ ກົມມະສິດ ກ່າວວ່າ: ຈຸດປະສົງໃນ ການຈັດກອງປະຊຸມຄັ້ງນີ້, ເພື່ອໃຫ້ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ປທສ ໄດ້ຮັບຮູ້ ຄວາມເປັນມາ ທາງດ້ານປະຫວັດສາດ ແຫ່ງການພົວພັນລະຫວ່າງ ລາວ-ກຳປູເຈຍ ນັບແຕ່ໄລຍະການຕໍ່ສູ້ເພື່ອຄວາມເປັນເອກະລາດ ຈົນເຖິງປັດຈຸບັນ, ສະພາບການສຳຫລວດ ປັກຫລັກໝາຍຊາຍແດນ ແລະ ບັນຫາທີ່ເກີດຂຶ້ນ ທີ່ພົວພັນເຖິງຊາຍແດນ ລະຫວ່າງ ລາວ-ກຳປູເຈຍ ເພື່ອໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈແຈ້ງ ແລະ ເປັນເອກະພາບສູງ ກັບທັດສະນະທິດທາງຂອງສູນກາງພັກ ກ່ຽວກັບການແກ້ໄຂບັນຫາທີ່ເກີດຂຶ້ນ.

ທ່ານ ສະເຫລີມໄຊ ກົມມະສິດ ກ່າວຕື່ມວ່າ: ທັງໝົດເຫລົ່ານັ້ນ ກໍເປັນການປຸກລະດົມໃຫ້ພະນັກງານສະມາຊິກພັກ, ປະຊາຊົນບັນດາເຜົ່າ ໂດຍສະເພາະ ແມ່ນແຂວງ ແລະ ທ້ອງຖິ່ນ ທີ່ມີຊາຍແດນຕິດຈອດກັບກຳປູເຈຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການ ສືບຕໍ່ຮັກສາການພົວພັນຮ່ວມມືກັນ ແບບບ້ານໃກ້ເຮືອນຄຽງທີ່ດີ ຕາມແນວທາງນະໂຍບາຍ ຂອງພັກ-ລັດ. ພ້ອມກັນນີ້, ກໍເປັນການ ເພີ່ມສະຕິລະວັງຕົວຕໍ່ການໂຄສະນາ ແບ່ງແຍກຄວາມສາມັກຄີ, ເດັດດ່ຽວ ປົກປັກຮັກສາເຂດນ້ຳແດນດິນ ພວກເຮົາໄວ້ໃຫ້ໝັ້ນຄົງ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.