ຕະຫລາດຫລັກຊັບລາວ ມີການລົງທຶນເພີ່ມຂຶ້ນ

08:56 | 23/05/2018

ມູນຄ່າການຊື້ - ຂາຍ ຂອງຮຸ້ນແມ່ນປະມານ 343 ຕື້ກີບ (ປະມານ 41 ລ້ານໂດລາສະ ຫະລັດ) ນີ້ແມ່ນການເພີ່ມຂຶ້ນ 202% ເມື່ອທຽບກັບປີກ່ອນ, ເຊິ່ງກວມເອົາຂໍ້ມູນຈາກຕະຫລາດຫລັກຊັບລາວ ທີ່ເປັນບໍລິສັດຮ່ວມທຶນລາວ - ເກົາຫລີ.

ຕະຫລາດຫລັກຊັບລາວ ມີການລົງທຶນເພີ່ມຂຶ້ນ

ຕະຫລາດຫລັກຊັບລາວ.

​ເມື່ອ​ບໍ່​ດົນ​ມານີ້, ອີງຕາມການລາຍງານ ຂອງທະນາຄານແຫ່ງ ສປປ ລາວ ​ໃຫ້​ຮູ້​ວ່າ ມູນຄ່າຂອງຮຸ້ນການຊື້-ຂາຍ ໃນຕະຫລາດຫລັກຊັບລາວ ໄດ້ມີການຂະຫຍາຍຕົວຢ່າງໄວວາ ໃນປີທີ່ຜ່ານມາຈົນ​ເຖິງ​ປັດຈຸບັນ.

​ໃນ​ການລາຍງານປະຈໍາປີ ຂອງກຸ່ມບໍລິສັດຫລັກ​ຊັບ​ໃນ​ ສປປ ລາວ​, ທະນາຄານກາງ ໄດ້ເປີດ ເຜີຍຂໍ້​ມູນ​ທີ່ສະແດງໃຫ້ເຫັນ ເຖິງການພັດທະນາເສດຖະກິດ ຂອງປະເທດລາວ ໃນປີທີ່​ຜ່ານ​ມານີ້ ລວມທັງ ການຊື້-ຂາຍ ໃນຕະຫລາດຫລັກຊັບລາວ, ​ເຊິ່ງ​ຖື​ວ່າ ເປັນໜຶ່ງໃນຕະຫລາດທຶນໃໝ່ ໃນປະເທດ ເຫັນ​ໄດ້​ວ່າໃນປີ 2017 ມູນຄ່າການຊື້ - ຂາຍ ຂອງຮຸ້ນແມ່ນປະມານ 343 ຕື້ກີບ (ປະມານ 41 ລ້ານໂດລາສະ ຫະລັດ) ນີ້ແມ່ນການເພີ່ມຂຶ້ນ 202% ເມື່ອທຽບກັບປີກ່ອນ, ເຊິ່ງກວມເອົາຂໍ້ມູນຈາກຕະຫລາດຫລັກຊັບລາວ ທີ່ເປັນບໍລິສັດຮ່ວມທຶນລາວ - ເກົາຫລີ. ພິ​ເສດ, ​ແມ່ນເຫັນວ່າມີປະມານ 51 ລ້ານຮຸ້ນ ໄດ້ຖືກຊື້-ຂາຍໃນປີ 2017 ເຊິ່ງເພີ່ມຂຶ້ນ 126% ເມື່ອທຽບກັບປີທີ່​ຜ່ານ​ມາ. ​ສະ​ນັ້ນ​, ​ເຫັນ​ໄດ້​ຈາກ​ການລາຍງານ ສະພາບເສດຖະກິດປະຈໍາປີຂອງທະນາຄານ ແຫ່ງ ສປປ ລາວ ​ແລ້ວ ​ແມ່ນ​ປະມານ 49%​ ຂອງນັກ​ລົງທຶນ​ທີ່​ເປັນ​ຊາ​ວຕ່າ​ງຊາດ ທີ່ເຫັນ​ໄດ້​​ໂອກາດ​​​ໃນການ​ລົງທຶນ​ ກ່ຽວກັບຕະຫລາດ ​ການ​ແລກປ່ຽນ​ຫລັກຊັບ​ໃໝ່​ໃນ​ອາຊີ, ສິ່ງ​ເຫລົ່າ​ນັ້ນ​ມັນ​ສະທ້ອນ​ໃຫ້ເຫັນວ່າ ​ປັດຈຸບັນ​ ແມ່ນ​​ເກີດ​ມີ​ບັນດາ​ ຕະຫລາດ​ຫລັກ​ຊັບ​​ເພີ່ມ​ຫລາຍ​ຂຶ້ນ, ບາງຮຸ້ນລວມທັງຮຸ້ນທະ​ນາຄາ​ນການ​ຄ້າ​ຕ່າງປະ​ເທດ​ລາວ BCEL, ມີຜົນຕອບແທນດ້ານການລົງທຶນທີ່ໜ້າສົນໃຈ, ​ເຊິ່ງໃນປີ 2017, ທະນາຄານດັ່ງ​ກ່າ​ວ ​ໄດ້ຈ່າຍເງິນປັນຜົນ 712 ກີບຕໍ່ຮຸ້ນ ໃຫ້ແກ່ຜູ້ຖືຫຸ້ນອັດຕາດອກເບ້ຍນີ້ ແມ່ນສູງກ່ວາດອກເບ້ຍທີ່ໄດ້ຮັບຈາກປີ 2011 ທີ່ ລາວ​ ໄດ້ເປີດຕະຫລາດຫລັກຊັບໃນປີ​ແລກ ​ແລະ ມັນເປັນສ່ວນໜຶ່ງ ຂອງຄວາມພະຍາຍາມ ​​ເພື່ອຂະຫຍາຍຕະຫລາດທຶນ. ຍິ່ງ​ໄປກ່ວານັ້ນ, ຕະຫລາດທຶນຕົ້ນຕໍ ແມ່ນມີ​ລາຍ​ໄດ້​ຈາກບັນດາທະນາຄານທຸລະກິດ, ຊຶ່ງສາມາດສະໜອງການກູ້ຢືມໄລຍະສັ້ນ, ​ເງິນຝາກ​ໃຫ້​ແກ່​ປະຊາຊົນ​ລາວ.

ລັດຖະບານເຊື່ອວ່າ ຕະຫລາດຫລັກຊັບຈະສ້າງເງື່ອນໄຂ ທີ່ດີ​ໃຫ້​ກັບ​ບັນດາບໍລິສັດ ໃນປະເທດລາວ ໃນການເຂົ້າເຖິງການລົງທຶນໄລຍະຍາວ ທີ່ພວກເຂົາສາມາດນໍາໃຊ້ເພື່ອຂະຫຍາຍ ທຸລະກິດ, ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຖິງວ່າຈະມີການເຕີບໂຕຢ່າງວ່ອງໄວ ໃນການລົງທຶນຫລັກຊັບລາວ, ຜູ້ຄ້າຂາຍຫລັກຊັບສ່ວນຫລາຍ ແມ່ນ​ເປັນ​ຊາວຕ່າງຊາດ ຍ້ອນ​ແນວ​ນັ້ນ​ຈຶ່ງ​ຮຽກຮ້ອງ​ ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ ຊອກ​ຫາ​ຊ່ອງ​ທາງ​ ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ໃຫ້​ບັນດາ​ນັກ​ລົງທຶນ​ຊາວ​ລາວ ​ໃຫ້​ມີ​ສ່ວນ​ຮ່ວມ​ໃນຕະຫລາດຫລັກຊັບ​​ເພີ່ມ​ຂຶ້ນ ​ແລະ ຢາກ​ໃຫ້ປະຊາຊົນລາວ ມີຄວາມເຂົ້າໃຈ ກ່ຽວກັບໂອກາດຕະຫລາດ ແລະ ສິ່ງທ້າທາຍ, ນັກລົງທຶນຍັງຕ້ອງເຂົ້າເຖິງຂໍ້ມູນດ້ານການເງິນ ແລະ ຄວາມ​ເປັນ​ໄປ, ການ​ປະຕິບັດ​ວຽກງານຂອງບໍລິສັດ​ ໃນ​ການ​ລົງທຶນ​ເຮັດ​​ໃຫ້​ສາມາດ​ຕັດສິນ​​ໃຈ​ ໃນ​ການ​ລົງທຶນ ​ເພຶ່ອ​ເສີມ​ຂະຫຍາຍ​​ເສດຖະກິດ​ ໃຫ້​ແກ່​ປະ​ເທດ​ຊາດ ​ໄດ້​ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.