ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບລັດຖະມົນຕີ ປ້ອງກັນ ຄວາມສະຫງົບ ແຫ່ງ ສປ ຈີນ

09:40 | 15/05/2018

ມື້​ວ​ານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຈ້າວ ເຄີຈື້.

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບລັດຖະມົນຕີ ປ້ອງກັນ ຄວາມສະຫງົບ ແຫ່ງ ສປ ຈີນ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຈ້າວ ເຄີຈື້ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ.

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບລັດຖະມົນຕີ ປ້ອງກັນ ຄວາມສະຫງົບ ແຫ່ງ ສປ ຈີນ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈ້າວ ເຄີຈື້ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ພ້ອມ​ຄະ​ນະ ຖ່າຍ​ຮູບ​ເປັນ​ທີ່​ລະ​ລືກ.

ໃນວັນທີ 14 ພຶດສະພາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຈ້າວ ເຄີຈື້ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາ ເຂົ້າຮ່ວມກອງປະຊຸມ ສອງຝ່າຍ ລາວ-ຈີນ ກັບກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ລະຫວ່າງ ວັນທີ 12-16 ພຶດສະພາ 2018 ນີ້.

ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ຈ້າວ ເຄີຈື້ ພ້ອມດ້ວຍຄະນະໃນຄັ້ງນີ້. ເຊິ່ງມີຄວາມໝາຍຄວາມສຳຄັນ ເປັນຢ່າງຍິ່ງ, ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງກະຊວງ ປ້ອງກັນຄວາມສະຫງົບ ລາວ-ຈີນ ໃຫ້ແຕກດອກອອກຜົນ ຈະເລີນງອກງາມຍິ່ງຂຶ້ນເລື້ອຍໆ.

ໂອກາດດຽວກັນ, ທ່ານ ຈ້າວ ເຄີຈື້ ຕາງໜ້າຄະນະ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້. ພ້ອມທັງໄດ້ແຈ້ງສະພາບຂອງການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ໃນການສືບຕໍ່ ການຮ່ວມມືໃນຂົງເຂດວຽກງານ ປະຕິບັດກົດໝາຍຄວາມປອດໄພ ພາຍໃນປະເທດ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຈີນ, ຈີນ-ລາວ ໃຫ້ທ່ານປະທານປະເທດໄດ້ຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.