|
ທ່ານ ພົນໂທ ຟານວັນຢາງ ແລະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ ກອດກອງທະຫານຕ້ອນຮັບ.
ໃນຕອນເຊົ້າຂອງວັນທີ 14 ພຶດສະພານີ້, ທີ່ສຳນັກງານ ກະຊວງປ້ອງການປະເທດ ພົນໂທ ຟານວັນຢາງ ໄດ້ເປັນປະທານ ພິທີຮັບຕ້ອນ ທ່ານ ພົນໂທ ສຸວອນ ຫຼວງບຸນມີ ແລະ ຄະນະຜູ່ແທນອັນດັບສູງຂອງກອງທັບ ສະທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ.
ພາຍຫຼັງພິທີຕ້ອນຮັບ, ທ່ານ ພົນໂທ ສຸວອນ ຫຼວງບຸນມີ ພ້ອມ ຄະນະ ໄດ້ກ່າວຄຳສະບາຍດີຖາມຂ່າວຄາວ ເຖິງທ່ານ ພົນເອກ ໂງຊົນລິກ ກຳມະການກົມການເມືອງ, ຮອງຜູ່ບັນຊາການກອງທັບ ສູນກາງ, ລັດຖະມົນຕີປ້ອງກັນປະເທດ ຫວຽດນາມ.
ທ່ານ ພົນເອກ ໂງຊົນລິກ ໄດ້ສະແດງຄວາມດິອົກດີໃຈທີ່ໄດ້ຍິນດີຕ້ອນຮັບ ທ່ານ ພົນໂທ ສຸວອນ ຫຼວງບຸນມີ ພ້ອມຄະນະທີ່ມາ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ; ພ້ອມກັນນັ້ນ ຢັ້ງຢືນວ່າ ການມາຢ້ຽມຢາມ ຫວຽດນາມ ຂອງ ຮອງລັດຖະມົນຕີປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທີການກອງທັບປະຊາຊົນລາວ ຈະປະກອບສ່ວນເຂົ້າໃນການເພີ່ມທະວີສາຍສຳພັນມິດຕະພາບອັນເກົ່າແກ່ ແບບພິເສດລະຫວ່າງສອງປະເທດເວົ້າລວມ ແລະ ການພົວພັນຮ່ວມມື ກ່ຽວກັບ ປ້ອງກັນປະເທດເວົ້າສະເພາະ ເພື່ອສິດຜົນປະໂຫຍດຂອງປະຊາຊົນຂອງສອງປະເທດ.
ທ່ານ ພົນໂທ ສຸວອນ ຫຼວງບຸນມີ ຂອບໃຈນຳ ທ່ານ ພົນເອກ ໂງຊົນລິກ ທີ່ໄດ້ເສຍສະຫຼະເວລາ ຮັບ ຢືນຢັນ ສາຍສຳພັນ ຮ່ວມມືດ້ານ ປ້ອງກັນປະເທດ ລະຫວ່າງສອງປະເທດ ເປັນໜື່ງໃນເນື້ອໃນທີ່ສຳຄັນ ທີ່ຜູ່ນຳທັງສອງປະເທດ ເອົາໃຈໃສ່ຊຸກຍູ້ຕະຫຼອດມາ.
ທ່ານ ພົນໂທ ສຸວອນ ຫຼວງບຸນມີ ສະແດງຄວາມເຊື່ອຫມັ້ນອັນດີວ່າ ສາຍສຳພັນອັນດີງາມຂອງກອງທັບ ຈະເພີ່ມທະວີ, ຮັດແໜ້ນຄວາມເຊື່ອຖຶ, ການຮວ່ມມືຂອງສອງພັກ, ສອງລັດ, ປະຊາຊົນ ແລະ ກອງທັບຂອງສອງປະເທດ, ຮັບປະກັນການຮັກສາສະຖຽນລະພາບ, ການເມືອງສະຫງົບສູກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ມີຄວາມສະຖຽນລະພາບ ແລະ ພັດທະນາຂອງສອງປະເທດ.
ໃນອານາຄົດ, ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບ ເພີ່ມທະວີ ໃນການຮ່ວມມືກໍ່ສ້າງພະນັກງານ, ສະຖາບັນການທະຫານລາວ ໃນບັນດາສະຖາບັນ, ໂຮງຮຽນ ຂອງກະຊວງປ້ອງກັນປະເທດຫວຽດນາມ: ສືບຕໍ່ການຮ່ວມມື, ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວມີສະຖຽນລະພາບ, ພັດທະນາຮອບດ້ານ. ພ້ອມກັນນັ້ນທັງສອງຝ່າຍຍັງປະສານສົມທົບ ຊຸກຍຸ້ໄວ ຄວາມກ້າວໜ້າໃນການຊອກຫາ, ຂູດຄົ້ນກະດູກຂອງທະຫານວິລະຊົນ ທະຫານອາສາສະໝັກ ແລະ ວິຊາການຫວຽດນາມ ທີ່ເສຍສະຫຼະຊີວິດໃນສະໜາມຮົບ ລາວ ກັບຄືນມາປົງທີ່ບ້ານເກີດ. ສືບຕໍ່ຮັກສາການເຄື່ອນໄຫວ ແລກ ປ່ຽນຄະນະຮັບຜິດຊອບ, ແລກປ່ຽນວັດທະນະທຳ, ກິລາ, ແລກປ່ຽນາຍທະຫານ ຜຸ່ໜຸ່ມນ້ອຍ, ຈັດຕັ້ງແຮກສ່ຽວລະຫວ່າງຫົວໜ່ວຍທີ່ມີຄວາມເໝາະສົມຂອງສອງຝ່າຍ.
|
ທ່ານ ພົນໂທ ຟານວັນຢາງ ແລະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ ຖ່າຍຮູບເປັນທີ່ລະລຶກ.
ນອກຈາກນັ້ນໃນຕອນເຊົ້າຂອງວັນທີ 14 ເດືອນພຶດສະພາ, ຄະນະຜູ້ແທນຂັ້ນສູງທະຫານ ຫວຽດນາມ ໂດຍ ທ່ານພົນໂທ ຟານວັນຢາງ ເປັນປະທານໄດ້ພົບປະກັບໂອ້ລົມ ກັບ ຄະນະຜູ້ແທນທະຫານ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍທ່ານ ພົນໂທ ສຸວອນ ຫຼວງບຸນມີ.
ໃນການພົບປະໂອ້ລົມ, ທ່ານພົນໂທ ຟານວັນຢາງ ແລະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ ໄດ້ຕົກລົງເຫັນດີເປັນເອກກະພາບ ກັບການປະເມີນຜົນການຮ່ວມມື ລະຫວ່າງ ສອງ ກົມໃຫຍ່ເສນາທິການ ໃນໄລຍະທີ່ຜ່ານມາ ໄດ້ຈັດຕັ້ງປະຕິບັດຮອບດ້ານ, ມີຄວາມ ເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນ; ປະກອບສ່ວນໃນການເພີ່ມທະວີ ໃນການສ້າງຄວາມເຊື່ອຫມັ້ນເຊິ່ງກັນ ແລະ ກັນແລະ ເພີ່ມພຸນຄູນສ້າງຄວາມສາມັກຄີ ມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ການຮ່ວມມືລະຫວ່າງທະຫານຂອງສອງປະເທດໄດ້ກາຍເປັນເສົາຫຼັກຂອງຄວາມສໍາພັນ, ເຊິ່ງປະກອບສ່ວນສົ່ງເສີມການພັດທະນາແບບຍືນຍົງແລະ ຄວາມຫມັ້ນຄົງໃນຂົງເຂດການຮ່ວມມືອື່ນໆ.
ທັງສອງຝ່າຍໄດ້ປະສານງານ ຢ່າງເປັນປົກກະຕິ ລະຫວ່າງ ກອງກໍາລັງປ້ອງກັນຊາຍແດນ, ຕໍ່ສູ້ຕ້ານຜູ່ອາດຍາກອນຂ້າມຊາດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນອາດຍາກອນທີ່ກ່ຽວຂ້ອງກັບຢາເສບຕິດ; ຈັດຕັ້ງປະຕິບັດການກໍ່ສ້າງ ແລະ ຝຶກອົບຮົມ ພະນັກງານ , ຜູ້ຊ່ຽວຊານດ້ານການທະຫານ; ການຝຶກອົບຮົມໃນວຽກງານພັກ, ວຽກງານທາງດ້ານການເມືອງ; ການຝຶກອົບຮົມເພື່ອຮັບປະກັນວຽກງານດ້ານການຂົນສົ່ງ ແລະ ດ້ານເຕັກນິກ ສືບຕໍ່ຈັດຕັ້ງປະຕິບັດຢ່າງມີປະສິດຕິຜົນ. ແລກປ່ຽນປະສົບການ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການສ້າງກໍາລັງ ແລະ ຍົກລະດັບຄວາມສາມາດໃນກະກຽມຄວາມພ້ອມ ຕໍ່ສູ້ ຂອງກອງທັບຢູ່ເລື້ອຍໆ.
(ຫັດທະບູນ)