ລາວ-ຈີນ ສືບຕໍ່ຮ່ວມມືດ້ານເສດຖະກິດ-ການຄ້າ

08:11 | 14/05/2018

ລັດຖະບານ ສປປ ລາວ ແລະ ສປ ຈີນ, ໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ທັງເປັນປະທານຄະນະ ກຳມະການຮ່ວມມືລາວ-ຈີນ ​ແລະ ທ່ານ ນາງ ກາວ ຢ້ຽນ ຮອງ ລັດຖະມົນຕີ ກະຊວງການຄ້າ ແຫ່ງ ສປ ຈີນ ໄດ້ເຊັນ ສັນຍາສືບຕໍ່ຮ່ວມມື ຮອບດ້ານ.

ລາວ-ຈີນ ສືບຕໍ່ຮ່ວມມືດ້ານເສດຖະກິດ-ການຄ້າ


ລາວ-ຈີນ ສືບຕໍ່ຮ່ວມມືດ້ານເສດຖະກິດ-ການຄ້າ

ພິ​ທີເຊັນ ສັນຍາສືບຕໍ່ຮ່ວມມື ຮອບດ້ານ ລະຫວ່າງ ລັດຖະບານ ສປປ ລາວ ແລະ ສປ ຈີນ

ໃນທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ທີ່ນະຄອນຫລວງວຽງຈັນ, ຄະນະກຳມະການຮ່ວມມື ເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ເຊັນ ສັນຍາສືບຕໍ່ຮ່ວມມື ຮອບດ້ານ ​ໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ທັງເປັນປະທານຄະນະ ກຳມະການຮ່ວມມືລາວ-ຈີນ ​ແລະ ທ່ານ ນາງ ກາວ ຢ້ຽນ ຮອງ ລັດຖະມົນຕີ ກະຊວງການຄ້າ ແຫ່ງ ສປ ຈີນ ແລະ ມີບັນດາພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

​ເນື້ອ​ໃນ​ສັນຍາ ​ໄດ້​ລະບຸ​ວ່າ: ສອງຝ່າຍມີຄວາມຍິນດີ ໃຫ້ການສະໜັບສະໜູນ ດ້ານທຶນຮອນ ຂອງຝ່າຍຈີນ ໃຫ້ແກ່ຝ່າຍລາວ ​ເພື່ອຊຸກຍູ້ ຢ່າງມີປະສິດທິຜົນ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງລາວແບບຍືນຍົງ ​ເຊັ່ນ: ໂຄງການສຶກສາທາງໄກ, ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຄູ-ອາຈານ ຢູ່ຊົນນະບົດ; ໂຄງການສ້າງແຜນແມ່ບົດ ຊັບພະຍາກອນທີ່ດິນ ແລະ ຮັກສາສິ່ງແວດລ້ອມ; ໂຄງ ການແສງສະຫວ່າງ ຊົນນະບົດ; ໂຄງການໂທລະພາບດີຈີຕອນຊົນນະບົດ; ໂຄງການສຸກສາລາຊົນນະບົດ; ໂຄງການສະໜອງ ນໍ້າເຂດຊົນນະບົດ ແລະ ໂຄງການລະບົບການຄ້າ ຜະລິດຕະພັນກະສິກຳ ໂດຍຜ່ານ ອິນເຕີເນັດ ທັງໝົດ ​ເຫັນ​ວ່າ​ມີ​ຄວາມ​ຄືບໜ້າດີ; ພ້ອມ​ນີ້ ຍັງ​ມີໂຄງການ ຊ່ວຍເຫລືອ ໂຮງໝໍ ມະໂຫສົດ; ໂຄງການຊ່ວຍເຫລືອ ຫ້ອງອາຫານ ຫໍປະຊຸມ ແຫ່ງຊາດລາວ; ໂຄງການຊ່ວຍເຫລືອ ປັບປຸງລະບົບ ໄອຊີທີ ກະຊວງອຸດສາຫະກຳ ແລະ ການຄ້າ ​ເຊິ່ງຈະໄດ້ເລີ່ມລົງມືຈັດຕັ້ງ ປະຕິບັດ ພາຍໃນປີນີ້; ເຂື່ອນໄຟຟ້າຫ້ວຍປາລາຍ ທີ່ເປັນໂຄງການ ນຳໃຊ້ເງິນກູ້ຢືມພິ ເສດ ມີຄວາມພ້ອມທີ່ຈະ ປ່ອຍເງິນກູ້ ແລະ ຈະເລີ່ມລົງມືກໍ່ສ້າງ ໃນໄວໆນີ້. ຝ່າຍຈີນ ຍັງ​ມີ​ຄວາມຍິນດີ ຈະສືບ ຕໍ່ສະໜັບສະໜູນ ຊ່ວຍເຫລືອຝ່າຍລາວ ໃນດ້ານຕ່າງໆ ລວມທັງການພັດທະນາ ຊັບພະຍາກອນມະນຸດ ຕາມຄວາມສາມາດຂອງຕົນ, ພິຈາລະນາສະໜອງເງິນສິນເຊື່ອໃຫ້ແກ່ ໂຄງການທີ່ຖືກຕາມເງື່ອນໄຂ ​ແລະ ຊຸກຍູ້ ການພັດທະນາເສດຖະກິດສັງ-ຄົມຂອງລາວ.

ສ່ວນຝ່າຍລາວ ​ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນ ອັນລ້ຳ ຄ່າທີ່ມີມາເປັນເວລາຍາວນານ ຂອງຝ່າຍຈີນ. ນອກຈາກນີ້, ສອງຝ່າຍເຫັນດີ ຈະນຳໃຊ້ມາດຕະການ ທີ່ ມີປະສິດທິຜົນ ເພື່ອເສີມຂະຫຍາຍປະລິມານ ການຄ້າຂອງສອງຝ່າຍ ​ເຊິ່ງຝ່າຍຈີນ ຍິນດີຈະເພີ່ມປະລິ ມານການນຳເຂົ້າສິນຄ້າ ຈາກລາວທີ່ຕະຫລາດຈີນມີຄວາມຕ້ອງການ. ຝ່າຍລາວຍິນດີ ຈະເຂົ້າຮ່ວມງານ ວາງສະແດງສິນຄ້າ ນຳເຂົ້າສາກົນ ຄັ້ງທຳອິດ ຂອງ ສປ ຈີນ ຕາມການເຊື້ອເຊີນ ​ແລະ ຝ່າຍຈີນ ກໍຈະ ສະໜັບສະໜູນ ແລະ ອຳນວຍຄວາມສະດວກ ທີ່ຈຳເປັນໃນການ ເຂົ້າຮ່ວມງານວາງ ສະແດງສິນຄ້າ ດັ່ງກ່າວ. ພາຍໃຕ້ ຂອບແນວຄິດ ລິເລີ່ມຮ່ວມກັນສ້າງ (ໜຶ່ງແລວ ໜຶ່ງເສັ້ນທາງ) ​ໂດຍສອງຝ່າຍຍິນ ດີເພີ່ມທະວີການ ຮ່ວມມືດ້ານໂຄງລ່າງພື້ນຖານ ຂະໜາດໃຫຍ່ ຂອງສອງປະເທດ, ຕັ້ງໜ້າຊຸກຍູ້ການກໍ່ ສ້າງ ແລວທາງເສດຖະກິດ ລາວ-ຈີນ, ສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອຮັບປະກັນການກໍ່ສ້າງເສັ້ນ ທາງລົດໄຟລາວ-ຈີນ ໃຫ້ມີຄວາມຄືບ ໜ້າເປັນຢ່າງດີ.

ປັດຈຸບັນ ການລົງທຶນຂອງຈີນຢູ່ລາວ ມີປະລິມານເພີ່ມຂຶ້ນຢ່າງຕໍ່ເນື່ອງ ​ເຊິ່ງຈີນໄດ້ກາຍເປັນ ຜູ້ລົງທຶນ ຕ່າງປະເທດລາຍໃຫຍ່ ອັນດັບໜຶ່ງ. ສອງຝ່າຍຍັງເຫັນດີ ຈະສືບຕໍ່ຊຸກຍູ້ໂຄງການຮ່ວມມືຂະໜາດໃຫຍ່ ເຊັ່ນ: ໂຄງການຮ່ວມມືເສດຖະກິດ ບໍ່ເຕັນ-ບໍ່ຫານ, ໂຄງການພັດທະນາກວມລວມ ໄຊເສດ ຖາ, ທາງດ່ວນວຽງຈັນ-ວັງວຽງ, ເຂດພັດທະນາຕົວແບບການ ຮ່ວມມືກະສິກຳທັນສະໄໝ, ໂຄງການ ເກືອໂປຕັດລາວ ແລະ ອື່ນໆ. ສອງຝ່າຍເຫັນດີ ຈະເພີ່ມການປະສານງານ ແລະ ການຮ່ວມມືກັນ ໃນຂອບການຮ່ວມມື ຫລາຍຝ່າຍເຊັ່ນ: ການຮ່ວມມືຂອບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຈີນ-ຊຽນ, RCEP ແລະ ອື່ນໆ, ຮ່ວມກັນຊຸກຍູ້ ການເຈລະຈາ RCEP ໃຫ້ສໍາເລັດໂດຍໄວ.

ພາຍໃຕ້ການຊີນຳ ແບບຍຸດທະສາດການນຳ ຂອງສອງປະເທດ ສອງຝ່າຍຍິນດີ ລົງເລິກຊຸກຍູ້ ການຮ່ວມມືດ້ານເສດຖະກິດ -ການຄ້າຂອງສອງຝ່າຍ ໃນຂອບໜຶ່ງແລວ ໜຶ່ງເສັ້ນທາງ ຮັດແໜ້ນສາຍ ພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລາວ-ຈີນ ໃຫ້ນັບມື້ເລິກເຊິ່ງ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.