ສຳ​ນັກ​ງານ​ນາຍ​ຍົກ​ ເຜີຍແຜ່ສະພາບການຊາຍແດນ ລາວ-ກຳປູເຈຍ

16:22 | 11/05/2018

ໃນວັນທີ 11 ພຶດສະພາ 2018 ທີ່ສຳນັກງານ ນາຍົກລັດຖະມົນຕີ ໄດ້ຈັດພິທີເຜີຍແຜ່, ​ເຊື່ອມ​ຊຶມ ເອກະສານສະພາບຊາຍແດນ ລາວ-ກຳປູເຈຍ ​ໃນ​ປັດຈຸ​ບັນ ເພື່ອ​​ເຮັດ​ໃຫ້​ສະມາຊິກ​ພັກ, ພະນັກງານ​ໄດ້​ມີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ ​ຢ່າງ​ຖືກຕ້ອງ, ກວ້າງ​ຂວາງ ​ແລະ ​ເລິກ​ເຊິ່ງ.

ສຳ​ນັກ​ງານ​ນາຍ​ຍົກ​ ເຜີຍແຜ່ສະພາບການຊາຍແດນ ລາວ-ກຳປູເຈຍ

ທ່ານ ອາລຸນແກ້ວ ກິດຕິຄະນ ລັດຖະມົນຕີ ປະຈຳສຳນັກງານ​ ນາຍົກລັດຖະມົນຕີ ກຽດ​ເຜີຍ​ແຜ່ເອກະສານສະພາບຊາຍແດນ ລາວ-ກຳປູເຈຍ

ທີ່ສຳນັກງານ ນາຍົກລັດຖະມົນຕີ ໄດ້ຈັດພິທີເຜີຍແຜ່, ​ເຊື່ອມ​ຊຶມ ເອກະສານສະພາບຊາຍແດນ ລາວ-ກຳປູເຈຍ ​ໃນ​ປັດຈຸ​ບັນ ເພື່ອ​​ເຮັດ​ໃຫ້​ສະມາຊິກ​ພັກ, ພະນັກງານ​ໄດ້​ມີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ ​ຢ່າງ​ຖືກຕ້ອງ, ກວ້າງ​ຂວາງ ​ແລະ ​ເລິກ​ເຊິ່ງ. ໃຫ້ກຽດ​ເຜີຍ​ແຜ່ໂດຍ ທ່ານ ອາລຸນແກ້ວ ກິດຕິຄະນ ລັດຖະມົນຕີ ປະຈຳສຳນັກງານ​ ນາຍົກລັດຖະມົນຕີ, ມີຮອງ​ລັດຖະມົນຕີ ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານ​ລັດຖະກອນ ເຂົ້າຮ່ວມຢ່າງ​ພ້ອມພຽງ.

ທ່ານ ອາລຸນແລ້ວ ກິດຕິຄຸນ ໄດ້ຫວນຄືນກ່ຽວກັບ ສະພາບການຂອງໂລກ ໂດຍສັງເຂບ, ການພົວພັນລະຫວ່າງລາວ ກັບ ກຳປູເຈຍ ​ໂດຍ​ສັງ​ເຂ​ບ, ສະພາບຊາຍແດນ ແລະ ການປັກຫລັກ ໝາຍຊາຍແດນ, ລວມທັງເຫດການທີ່ເກີດຂຶ້ນ, ທິດຊີ້ນຳ ແລະ ທິດທາງ ໃນການແກ້ໄຂ ບັນຫາເກີດຂຶ້ນ ​​ເຊິ່ງການ​ເຜີຍ​ແຜ່​ຄັ້ງ​ນີ້ ​ແມ່ນ​ແນ​ໃສ່ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ ຢ່າງເລິກ​ເຊິ່ງ ​ແລະ ຖືກ​ຕ້ອງ ກ່ຽວກັບ​ສະພາບ​ຂອງ​ລາວ ​ແລະ ກຳປູ​ເຈຍ ​ໂດຍ​ສະ​ເພາະ​ ​ແມ່ນ​ວຽກງານຊາຍ​ແດນ​ລາວ -​ກຳປູ​ເຈຍ. ພ້ອມ​​ນີ້​ ຍັງ​ເປັນ​ການປຸກ​ລະ​ດົມ ​ສະຕິ​ໃນ​ການ​ຮັກຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ ສ້າງຄວາມ​ສາມັກຄີ​ພາຍ​ໃນ ​ເພື່ອ​ປົກ​ປັກ​ຮັກສາ ​ເຂດ​ນຳ​ແດນ​ດິນ​​ ໃນ​ປະ​ເທດ​​ເຮົາ.

ໃນໂອກາດດຽວກັນນີ້ ທ່ານ ຖາວອນ ຈັນທະ​ລາ ຮອງ​ຫົວໜ້າ ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ສຳນັກງານນາຍົກລັດຖະມົນຕີ ​ໄດ້​ຂຶ້ນ​ຜ່ານ​ດຳລັດ ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ ການ​ແຕ່ງ​ຕັ້ງ ຫົວໜ້າກົມ​ບໍລິຫານ-​ພິທີການ ​ແລະ ການ​ເງິນ ຫ້ອງ​ວ່າການ ​ສຳນັກງານ​ນາຍົກລັດຖະມົນຕີ, ​ການ​ແຕ່ງ​ຕັ້ງ​ສັບ​ຊ້ອນ ພະນັກງານ​ຮັບໜ້າທີ່​ໃໝ່ ​ແລະ ການອະນຸມັດໃຫ້ພະນັກງານ ອອກພັກການ ແລະ ຮັບອຸດ ໜູນບຳນານ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.