ສປປ ລາວ ເຊັນສັນຍາກູ້ຢືມເງິນຈາກທະນາຄານໂລກ 25 ລ້ານໂດລາ ເພື່ອພັດທະນາຄຸນນະພາບດ້ານກະສິກໍາ

09:32 | 18/05/2018

ປະຊາຊົນລາວຈຳນວນຫລາຍ ໄດ້ປະກອບອາຊີບໃນຂະແໜງ ກະສິກຳເປັນຫລັກ, ສະນັ້ນມັນຈຶ່ງຈຳ​ເປັນຫລາຍ ໃນການສົ່ງເສີມຂະແໜງການນີ້ ໃຫ້ມີປະສິດທິພາບ, ມີຄວາມສາມາດແຂ່ງຂັນ ກັບປະເທດອາຊຽນ.

ສປປ ລາວ ເຊັນສັນຍາກູ້ຢືມເງິນຈາກທະນາຄານໂລກ 25 ລ້ານໂດລາ ເພື່ອພັດທະນາຄຸນນະພາບດ້ານກະສິກໍາ

ພິ​ທີ​ເຊັນ​ສັນ​ຍ​າ ກູ້ຢ​ືມເງິນ 25 ລ້ານໂດລາສະລັດ ຈາກທະນາຄານໂລກ.

ໃນ ວັນທີ 17 ພຶດສະພາ 2018 ຢູ່ ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາ ກູ້ຢືມເງິນຈຳນວນ 25 ລ້ານໂດລາສະລັດ ເພື່ອພັດທະນາຄຸນນະພາບການຜະລິດ ແລະ ຄຸນນະພາບດ້ານກະສິກຳ, ເຊິ່ງໂຄງການດັ່ງກ່າວ ແມ່ນຈະສະໜັບສະໜູນ 28.000 ຄົວເຮືອນຂອງຊາວກະສິກອນຈາກ224 ບ້ານ ໃນຂົງເຂດຊົນນະບົດເພື່ອເພີ່ມຜົນຜະລິດ, ປັບປຸງຄຸນນະພາບສິນຄ້າ, ເພີ່ມຄຸນນະພາບດ້ານແຮງງານ ແລະ ເພີ່ມຍອດຂາຍຜົນລະປູກ ທັງເປັນການເຊື່ອມໂຍງ ຊາວກະສິກອນ ໃຫ້ສາມາດເຂົ້າຫາຜູ້ປະກອບການ ທຸລະກິດກະສິກຳ, ເຮັດໃຫ້ຊາວກະສິກອນ ສາມາດເຂົ້າເຖິງແນວພັນພຶດ ທີ່ມີຄຸນນະພາບສູງ ພ້ອມທັງຊົນລະປະທານ ແລະ ການບໍລິການທາງດ້ານເຕັກຕິກ ແລະ ຕະຫລາດ ເພື່ອຊ່ວຍໃຫ້ ຊາວກະສິກອນ ຫລຸດຕົ້ນທຶນການຜະລິດ ແລະ ໄດ້ຮັບຜົນຕອບແທນສູງຂື້ນ.

ໃນພິທີເຊັນສັນຍາດັ່ງກ່າວ, ຕ່າງໜ້າໃຫ້ແກ່ ສປປ ລາວ ເຊັນໂດຍ ທ່ານ ນາງ ທິບພະກອນ ຈັງທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ຕ່າງໜ້າ ໃຫ້ແກ່ທະນະຄານໂລກ ເຊັນໂດຍທ່ານ ນາງ ອິນກູນາ ໂດບຣາຈາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳປະເທດກຳປູເຈຍ, ມີບັນດາຫົວຫນ້າກົມ, ຮອງກົມ ພະນັກງານກະຊວງການເງິນ ແລະ ທະນາຄານໂລກເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ນາງ ອິນກູນາ ກ່າວວ່າ: ປະຊາຊົນລາວຈຳນວນຫລາຍ ໄດ້ປະກອບອາຊີບໃນຂະແໜງ ກະສິກຳເປັນຫລັກ, ສະນັ້ນມັນຈຶ່ງສຳຄັນຫລາຍ ໃນການສົ່ງເສີມຂະແໜງການນີ້ ໃຫ້ມີປະສິດທິພາບ, ມີຄວາມສາມາດແຂ່ງຂັນ ກັບປະເທດອາຊຽນ. ນອກຈາກຜົນປະໂຫຍດທາງເສດຖະກິດທີ່ຄອບ ຄົວຊາວກະສິກອນ, ຜູ້ປະກອບການ ທຸລະກິດກະສິກຳ ແລະ ຫ້າງຮ້ານຕ່າງໆຈະໄດ້ຮັບແລ້ວ ໂຄງການນີ້ຍັງຈະຊ່ວຍປັບປຸງດ້ານໂພຊະນາການ ດ້ວຍການເພີ່ມຂຶ້ນຂອງຜະລິດຕະພັນ ສົດໃໝ່ທີ່ມີຄຸນນະພາບເພື່ອ ໃຫ້ມີການບໍລິໂພກອາຫານ ທີ່ມີໂພຊະນາການຫລາຍຂື້ນອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.