ວາດສະໜາແຫ່ງຄວາມຮັກ ຫວຽດ-ລາວ

14:51 | 21/05/2018

ຍ​ສ​ໝ - ຄອບຄົວຂອງສົມເດັດ ສຸພານຸວົງ ຍັງຄົງສືບຕໍ່ເລົ່າເລື່ອງລາວກ່ຽວກັບຄຳທຳນາຍຂອງ ໝໍໂຫນທີ່​ວ່າ: ເມື່ອໃຫຍ່ຂື້ນມາ ສົມເດັດ ສຸພານຸວົງ ຈະກາຍເປັນພໍ່ຄ້າ ແລະ ແຕ່ງງານກັບຊາວຕ່າງຊາດ. ໃນການພົບກັນຄັ້ງທຳອິດ ຜູ່ຍິງຄົນນັ້ນຈະໃສ່ຊູດສີບົວ…. ຄຳທຳນາຍທາຍທັກດັ່ງກ່າວນັ້ນປຽບດັ່ງການຜູກມັດຄວາມຮັກ ເປັນສາຍແນນ ອັນຍາວນານ ເຖິງ 58 ປີ ຂອງ ພະອົງ ແລະ ພະຊາຍາ, ເຈົ້າຍິງ ວຽງຄຳ ຫງວ໋ຽນທິກີ່ນາມ ເປັນນາງງາມຂອງດິນແດນພາກກາງ ໃນ​ຄາວທີ່ຍັງເປັນ​ສາວ.

ວາດສະໜາແຫ່ງຄວາມຮັກ ຫວຽດ-ລາວ

ປະ​ທານ ໂຮ່​ຈີ໋​ມິງ ແລະ ສົມ​ເດັດ ສຸ​ພາ​ນຸ​ວົງ. (ພາບ: ເອກ​ກະ​ສານ)

ໃນປີ 1937, ພາຍຫລັງກັບ​ຈາກການສຶກສາຢຸ່​ປະ​ເທດຝຣັ່ງເປັນ​ເວ​ລາ​ດົນ​ນານ , ພະ​ອົງ​ໄດ້ຈົບຈາກໂຮງຮຽນກໍ່​ສ້າງ​ຂົວທາງ ແຫ່ງ​ຊາດ ປາຣີ, ສົມ​ເດັດ ສຸ​ພາ​ນຸ​ວົງ ກັບ​ຄືນ​ມາ ແຂວງ ຍາ​ຈາງ, ສ​ສ ຫວຽດ​ນາມ, ເປັນ​ພະ​ນັກ​ງາ​ນ ໃຫ້​ ຫ້ອງ​ການ ​ປົກ​ຄອງ ຝ​ຣັ່ງ ພາກ​ກາງ.

ລົງຈາກ ສະຖານີລົດໄຟ ຍາ​ຈາງ, ​ສິ່ງ​ທີ່​ປະ​ຈັກ​ຕາ ທໍາອິດ ຂອງເພິ່ນແມ່ນ​ປ້າຍ​ຊື່​ໂຮງ​ແຮມ "Bon Air Hotel" ຊຶ່ງມີຄວາມຫມາຍວ່າ "ອາກາດສົດໃສ". ​ໝູ່​ເພື່ອນ​ຂອງ​ເພິ່ນໄດ້ບອກວ່າ​ໃຫ້ເລືອກເອົາໂຮງ​ແຮມ​ນີ້ ເປັນທີ່ພັກອາໄສ ໃນໄລຍະເວ​ລາ​ທີ່​ເຮັດ​ວຽກ​ຢູ່ເມືອງ ຍາ​ຈາງ. ແລະ​ສະ​ຖານ​ທີ່​ແຫ່ງນີ້​ເອງ​ເປັນ​ບ່ອນ​ທີ່ ທ່ານ​ໄດ້​ພົບ​ກັບ​ສຸ​ພາບ​ສັດ​ຕີ ຂອງ​ຊີ​ວິດ​ເພິ່ນ - ທ່າ​ນ​ນາງ ຫງວ໋ຽນ​ທິ​ກີ່​ນາມ ຊື່​ຂອງ​ເພິ່ນ​ມີ​ຄວາມ​ໝາຍ​ເຖິງ ວັດ​ຖຸ​ອັນ​ລ້ຳ​ຄ່າ​ຂອງ ເມືອງ ແຂ໋ງ​ຮ​ວ່າ.

ຄຳ​ທຳ​ນາຍ​ແຫ່ງ​ໂຊກ​ສະ​ຕາ

ທ່ານ ​ນາງ ກີ່​ນາມ ແມ່ນ​ບຸດ​ຂອງ ທ່ານ ຫງວ໋ຽນ​ວັນ​ຊຸງ, ຫົວ​ໜ້າ​ໄປ​ສະ​ນີ ແຂ໋ງ​ຮ​ວ່າ ແລະ ທັງ​ເປັນ ເຈົ້າ​ຂອງ ໂຮງ​ແຮມ Bon Air, ທັງ​ມີ​ຊື່​ສຽງ​ທັງ​ມີ​ຄວາມ​ງົດ​ງາມ​ດັ່ງ​ໄປ​ທົ່ວພາ​ກ​ກາງ, ທັງ​ເປັນ ນັກ​ຮຽນ​ຂອງ ໂຮງ​ຮຽນ ດົ່ງ​ແຂ໋ງ ໄດ້​ຮັບ​ການ​ສຶກ​ສາ, ອົບ​ຮົມ​ຕາມ​ແບບ​ແຜນ​ການ​ຮຽນ​ຂອງ​ຕາ​ເວັນ​ຕົກ. ຝັງເພິ່ນ​ເລົ່າ​ວ່າ: ໃນ​ການ​ປະ​ກວດ​ນາງ​ງາມ ພາກ​ກາງ ຍາ​ນາງ ກີ່​ນາມ ເພິ່ນ​ໄປ​ພຽງ​ແຕ່​ຈະ​​ໃຫ້​ກຳ​ລັງ​ໃຈ​ໝູ່​ເພິ່ນ​ທີ່​ເຂົ້າຮ່ວມ​ໃນ​ການ​ປະ​ກວດ​ດັ່ງ​ກ່າວ​ເທົ່າ​ນັ້ນ. ແຕ່​ວ່າ​ສິ່ງ​ທີ່​ໜ້າ​ແປກ​ໃຈ​ເປັນ​ຢ່າງ​ຍິ່ງກໍ່​ຄື ໜື່ງ​ໃນ​ຄະ​ນ​ະ​ກຳ​ມະ​ການ ການ​ປະ​ກວດ ໄດ້​ແລ​ເຫັນ​ເຖິງ​ ໂສມ​ງາມ​ ເປັ່ງ​ປະ​ກາຍ​ ຂອງ​ພະ​ນາງ​ທີ່​ນັ່ງ​ເປັນ​ທ່ານ​ຜູ່​ຊົມ​ຢູ່​ຂ້າງ​ລຸ່ມ ແລະ ໄດ້​ເຊີນ ພະ​ນາງ ເຂົ້າ​ຮ່ວມ​ໃນ​ງານ​ປະ​ກວດ. ພອນ​ສະ​ຫວັນ, ​ໂສມ​ງາມ​ ອັນ​ສົມ​ບູນ ໃນ​ທ້າຍ​ສຸດ​ຂອງ​ການ​ປະ​ກວດ ໄດ້​ເລືອກ​ເອົາ ພະ​ນາງ​ ເປັນນາງ​ງາມ​ປະ​ຈຳ​ປີ​ດັ່ງ​ກ່າວ.

ທ່ານ​ນາງ ກີ່​ນາມ ກໍ່​ຄືຜູ່​ທຳ​ອິດ​ທີ່ ສົມ​ເດັດ ສູ​ພາ​ນຸ​ວົງ ພົບ​ເມື່ອ​ກ້າວ​ເຂົ້າ​ພັກ​ທີ່​ໂຮງ​ແຮມ Bon Air. ຕ​ອນນັ້ນ​ຍາ​ນາງ ກີ່​ນາ​ມ, ລູກ​ສຸດ​ທີ່​ຮັກ​ຂອງ​ເຈົ້າ​ຂອງ​ໂຮງ​ແຮມ ຢືມ​ຢູ່​ທີ່​ເຂົາ​ເຕີ້​ຕ້ອນ​ຮັບ​ແຂກ ໃນ​ຊຸດ​ເສື້ອ​ຍາວ() ສີ​ຊົມ​ພຸ ອັນ​ມີ​ສະ​ເໜ່. ເມື່ອ​ຫວນ​ຄືນ​ເຖິງ​ຄຳ​ທຳ​ນາຍ​ທາຍ​ທັກ ໃນ​ເມື່ອ​ກ່ອນ ແລະ ຄວາມ​ຮູ້​ສືກ​ຂອງ​ຫົວ​ໃຈ “ຖືກ​ລູກ​ສອນ”, ເພິ່ນ​ເຊື່ອ​ໝັ້ນ​ຢ່າງ​ທັນ​ທີ​ທັນ​ໃດ​ວ່າ ນີ້​ແມ່ນ​ເນື້ອ​ຄູ່​ຂອງ​ເພີ່ນ ແລະ ແມ່ນ​ສຸ​ພາບ​ສັດ​ຕີ​ທີ່​ເພີ່ນ​ຈະ​ເອົາ​ເປັນ​ພັນ​ລະ​ຍາ. ວັນ​ເວ​ລາ​ທີ່​ພັກ​ອາ​ໄສ​ຢູ່​ທີ່​ໂຮງ​ແຮມ Bon Air ໄດ້​ຊ່ວຍ​ໃຫ້ ສົມ​ເດັດ ສູ​ພາ​ນຸ​ວົງ ແລະ ພະ​ນາງ ກີ່​ນາມ ໄດ້​ປ່ຽນ​ຈາກ​ຄວາມ​ເປັນ​ເພື່ອນ​ກາຍ​ມາ​ເປັນ ຄວາມ​ຮັກ​ຢ່າງ​ໄວ​ວາ. ພາຍ​ຫຼັງ 6 ເດືອ​ນ ນັບ​ແຕ່ມື້​ພົບກັນ​ຄັ້ງ​ທຳ​ອິດ ຄູ່​ຊາຍ​ເກັ່ງ​ຍິງ​ງາມ ລາວ-ຫວຽດ ໄດ້​ກາຍ​ມາ​ເປັນ ສາ​ມີ​ພັນ​ລະ​ຍາ ຄື​ກັບ​ຄຳ​ທຳ​ນາຍ. ວັນ​ທີ 19 ມັງ​ກ​ອນ 1938, ງານ​ວິ​ວາ ລະ​ຫວ່າງ ສົມ​ເດັດ ສຸ​ພາ​ນຸ​ວົງ ແລະ ພະ​ນາງ ກີ່​ນາມ ໄດ້​ຈັດ​ຂື້ນ ທີ່ ໂຮງ​ແຮມ Grand , ປະ​ຈຸ​ບັນ​ແມ່ນ ເຮືອນ​ຮັບ​ຮອງ 44 ເຈີ່ນ​ຟູ໋, ຍາ​ຈາງ.

ວາດສະໜາແຫ່ງຄວາມຮັກ ຫວຽດ-ລາວ

ປະ​ທານ​ ໂຮ່​ຈີ໋​ມິງ ຕ້ອນ​ຮັບ ທ່າ​ນ​ນາງ ວຽງ​ຄຳ ຫງວ໋ຽນ​ກີ່​ນາມ ທີ່ ເຮືອນ​ຮັບ​ແຂກ​ປະ​ທານ​ປະ​ເທດ. (ພາບ: ເອກ​ກະ​ສານ)

ຄວາມ​ຮັກ​ບໍ່​ມີ​ພົມ​ແດນ

ຫຼັງຈາກແຕ່ງງານແລ້ວ, ເພີ່ນ​ໄດ້ຕັ້ງ​ຊື່ໃໝ່​ໃຫ້ພັນລະຍາຂອງເພີ່ນ ຄື: ວຽງ​ຄຳ ສຸ​ພາ​ນຸ​ວົງ - ເຊິ່ງ​ມີ​ຄວາມຫມາຍວ່າ ຮູບ​ພາບ ທອງ​ຄໍາ ອັນ​ລ້ຳຄ່າ ຂອງ ລາດ​ສະ​ວົງ ສຸ​ພາ​ນຸ​ວົງ. ພຽງແຕ່ການຕັ້ງຊື່ ໃໝ່​ໃຫ້​ພັນ​ລະ​ຍາ​ຂອງ​ເພິ່ນ​ກໍ່​ເຫັນ​ໄດ້​ຄວາມ​ຮັກ ແລະ ເຄົາ​ລົບ ຕໍ່​ພະ​ນາງ​ກີ່​ນາມ ຫຼາຍ​ປານ​ໃດ. ນັບຕັ້ງແຕ່ນັ້ນມາ, ​ນາງງາມ​ປະ​ຈຳ​ປີ ຂອງ ດິນ​ແດນ ພາກ​ກາງ ໄດ້ປະຊີວິດອັນ​ສະ​ບາຍ ຂອງ​ລູ​ກ​ສາວ​ຄົນ​ຮັ່ງ​ມີ ຢູ່ ຍາ​ຈາງ , ຍອມ​ຮັບ​ແລະ​ຕິດ​ຕາມ​ໄປ​ຕາມ​ເສັ້ນ​ທາງ​ຂອງ​ຜູ່​ເປັນ​ຜົວ - ເສັ້ນ​ທາງ​ທີ່​ຕັ້ງ​ແຕ່​ທຳ​ອິດຂອງການແຕ່ງງານກັນ, ສົມ​ເດັດ ສຸ​ພາ​ນຸ​ວົງ ໄດ້​ເວົ້າ​ກັບ ຜູ່​ເປັນ​ພັນ​ລະ​ຍາ ສຸດ​ທີ່​ຮັກ​ຂອງ​ເພີ່ນຢ່າງ​ຈະ​ແຈ້ງວ່າ: " ມັນຈະເປັນເສັ້ນ​ທາງ​ແຫ່ງ​ການຕໍ່ສູ້ກູ້​ຊາດ​ຍາດ​ເອົາ​ປະ​ເທດ ລາວ ທີ່ເປັນເອກະລາດ ທີ່​ແທ້​ຈິງ​ໃຫ້​ປະ​ຊາ​ຊົນລາວ" - ເສັ້ນທາງທີ່ຍັງບໍ່ທັນໄດ້​ເດີນ ແຕ່ຮູ້ຈັກວ່າຈະມີ​ໜາມ ລຳ​ບາກ ກວ່າ​ທຸກ​ເສັ້ນ​ທາງ​ອື່ນໆ​.

ແຕ່ເພີ່ນບໍ່ໄດ້ເລືອກຄົນຜິດໃນການຮ່ວມແບ່ງປັນຄວາມ​ລຳ​ບາກ​ດັ່ງ​ກ່າວ​ນຳ​ກັນ, ເມື່ອ​ເພິ່ນ​ໄດ້​ຕັດ​ສິນ​ໃຈ ເຂົ້າ​ຮ່ວມ​ການປະຕິວັດ ຍາດ​ເອົາ​ຄວາມເປັນເອ​ກ​ກະ​ລາດ ສິດເສລີພາບ ໃຫ້​ຜືນ​ແຜ່ນ​ດິນ​ລາວທີ່ຮັກແພງຂອງເພິ່ນ. ​ທ່ານ​ນາງ ວຽງ​ຄຳ ກີ່​ນາມ ມີຄຸນນະ​ສົມ​ບັດ​ຄົບ ແຫ່ງການເສຍສະລະ ຂອງ​ສຸ​ພາບ​ສັດ​ຕີ ຫວຽດນາມ. ໃນຖານະທີ່ເປັນ ຍິງສາວຫວຽດນາມມາ​ເປັນ​ສະ​ໄພ້ ໃນ​ລາ​ດສະ​ວົງ ທີ່​ມີ​ຊື່​ສຽງ​ຂອງ ລາວ, ທ່ານ​ນາງ ວຽງຄຳ ກີ່​ນາມ​ ໄດ້ກຸນ​ລະ​ສັດ​ຕີ​ທີ່​ມີ​ຄຸນ​ສົມ​ບັດ​ຄົບ​ຖ້ວນ ຂອງ​ການ​ເປັນ ຜົວ​ແກ້ວ​ເມຍ​ທີບ ກັບ ສົມ​ເດັດ ສຸ​ພາ​ນຸ​ວົງ. ເຖິງແມ່ນວ່າໃນເວລາທີ່ ສົ​ມ​ເດັດ ສຸ​ພາ​ນຸ​ວົງ ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຖືກຈັບຄຸມຂັງ ຫຼື ໃນໄລ​ຍະ ​ການຕໍ່​ສູ້​ຕ້ານທີ່ມີຄວາມທຸກຍາກລຳ​ບາກ ອັນ​ລະ​ອິດ​ລະ​ອ້ຽວ, ທ່ານ​ນາງ ວຽງຄຳ ຍັງຄົງຢູ່​ຄຽງ​ຂ້າງຜູ່​ເປັນ​ຜົວ​ຢ່າງບໍ່​ຫວັ່ນ​ໄຫວ.

ໃນໄລ​ຍະ​ແຫ່ງການຕໍ່ສູ້ຕ້ານ ຈັກ​ກະ​ພັດ ຝຣັ່ງ ແລະ ອາເມຣິກາ, ມີບາງຄັ້ງ, ທ່ານ​ປະ​ທານ ສຸ​ພາ​ນຸ​ວົງ ເພິ່ນ​ໄດ້​ອອກ​ສຸ່​ສະ​ໜາມ​ຮົບ , ທ່ານ​ນາງ ວຽງ​ຄຳ ຫງວ໋ຽນ​ທິ​ກີ່​ນາມ ຕ້ອງໄດ້ລ້ຽງລູກ​ພຽງ​ຄົນດຽວ, ພາລູກໆ​ອົບ​ພະ​ຍົບ ລີ້​ຊ່ອນ. ໃນເວລາທີ່ສົມ​ເດັດ ສຸ​ພາ​ນຸ​ວົງ ຖືກ​ພວກ​ກະ​ບົບ​ຕໍ່​ຕ້ານ ຈັບ​ຕົວ​ໄດ້ , ທ່ານ​ນາງ ວຽງ​ຄຳ ໄດ້​ເອົາ​ຊີ​ວິ​ດ​ເຂົ້າ​ສ່ຽງ ໃນ​ກາ​ນ​ຊຸກ​ເຊື່ອງ​ເອກ​ກະ​ສານ ໃນ​ໂຕ​ຂອງ ລູກ​ຊາຍ ທີ່​ຫາກໍ່​ເກີດ​ໄດ້ ບໍ່​ເທົ່າ​ໃດ​ເດືອນ ເພື່ອ​ສົ່ງ​ເຂົ້າ​ໄປ​ໃຫ້​ເພິ່ນ ​ເຖິງ​ໃນ​ຄຸກ​ຄຸມ​ຂັງ ແຕ່​ລະ​ຄັ້ງ​ທີ່​ເຂົ້າ​ຢ້ຽມ​ຜົວ​ຂອງ​ຕົນ. ​ກໍ່​ແມ່ນ​ເພິ່ນ​ເອງ​ທີ່​ເປັນ​ຄົນ​ບືນ​ພາ​ບັນ​ດາ​ລູກ​ນ້ອຍຈາກ​ປະ​ເທດ​ລາວ ມາ​ຮອດ ຮ່າ​ໂນ້ຍ​ເພື່ອ​ພົບ​ປະ​ທານ ໂຮ່​ຈີ໋​ມິງ, ເພື່​ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ ຊ່ວຍ​ທ່ານ​ສຸ​ພາ​ນຸ​ວົງ.

ວາດສະໜາແຫ່ງຄວາມຮັກ ຫວຽດ-ລາວ

ເຈົ້າ​ບ່າວ ທ່ານ​ປະ​ທານ​ ສຸ​ພາ​ນຸ​ວົງ ແລະ ເຈົ້າ​ສາວ ຫງວ໋ຽນ​ທິ​ກີ່​ນາມ.(ພາບ: ເອກ​ກະ​ສານ)

ແມ່ຍິງທີ່​ສູງ​ສົ່ງຕິນ​ເປົ່າ

ພາຍຫລັງ ຜົນ​ສຳ​ເລັດ​ແຫ່ງ ການປະຕິວັດ ປະຊາທິປະໄຕ ປະຊາຊົນລາວ, ເມື່ອພັນລະຍາຂອງປະທານປະເທດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແຕ່ທ່ານ​ນາງ ວຽງຄຳ ດຳ​ເນີນ​ຊີ​ວິດ​ດ້ວຍ​ຄວາມ​ລຽບ​ງ່າຍ. ​​ເພີ່ນຍັງ ຈ້ອງ​ຂາ​ໂສ້ງ ພວນ​ດິນ ປູກ​ຜັກ, ຍັງ​ເຂົ້າ​ເຮືອນ​ຄົວ​ແຕ່ງ​ກິນ​ໃຫ້ ຜົວ ແລະ ລູກໆ ດ້ວຍ​ອາ​ຫານ​ຫວຽດ​ນາມ. ນ​ອກນັ້ນ​ເພິ່ນ​ຍັງ​ຮຽນ​ແຕ່ງ​ອາ​ຫານ ລາວ ເພື່ອ​ແຕ່ງ​ກິນ​ໃຫ້ ສົມ​ເດັດ ສຸ​ພາ ຕອນ​ທີ່​ເພິ່ນ​ຢາກ​ກິນ​ນຳ​ອີກ. ທ່ານນາງ ວຽງ​ຄຳ ຍັງ​ໄດ້​ສອນ​ພາ​ສາ​ຫວຽດ ແລະ ພາ​ສາ​ລາວ ໃຫ້ ລູກໆ ແລະ ສອນໃຫ້​ຮູ້​ກ່ຽວ​ກັບຄວາມສາມັກຄີ ລະຫວ່າງ ສອງປະເທດ ລາວ-ຫວຽດ. ໃນເວລາທີ່ ​ສົມ​ເດັດ​ ສຸ​ພາ​ນຸ​ວົງ ຕິດ​ພາ​ລະ​ກິດ ຫຼື ເມື່ອຍ​ລ້າ, ກົດ​ດັນ​ກ່ຽວ​ກັບ ວຽກ​ງານ , ທ່ານ​ນາງ ວຽງ​ຄຳ ເຄີຍ​ໃຫ້​ຄຳ​ສະ​ເໜີ ແລະ ຕັກ​ເຕືອນ ອັນ​ມີ​ຄຸນ​ຄ່າ ຕໍ່ ທ່ານ​ປະ​ທານ.

ຄອບ​ຄົວ​ຂອງ​ເພິ່ນ​ມີ ບຸດ​ນຳ​ກັນ ຈຳ​ນວນ 10 ຄົນ, ລູກ​ເພິ່ນ​ທັງ 10 ພະ​ອົງ ລ້ວນ​ແລ້ວ​ແຕ່​ຕັ້ງ​ຊື່​ເປັນ​ພາ​ສາ​ຫວຽດ, ຮູ້​ພາ​ສາ​ຫວຽ, ແລະ ເຄີຍ​ສຶກ​ສາ​ຮ່ຳ​ຮຽນ​ທີ່ ສ​ສ ຫວຽດ​ນາມ, ຜູ​ກ​ພັນ​ກັບ​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ. ລູກ​ຊາຍ​ເພິ່ນ​ບາງ​ພະ​ອົງ​ກໍ່​ຍັງ​ໄດ້​ເອົາ​ພັນ​ລະ​ຍາ​ເປັນ ຊາວ​ຫວຽດ​ນາມ. ແລະ ບັນ​ດາ​ຫຼານໆ​ຂອງ​ເພິ່ນກໍ່​ສືບ​ຕໍ່​ບົນ​ເສັ້ນ​ທາງ​ດັ່ງ​ກ່າວ, ໄປ​ຫວຽດ​ນາມ ເພື່ອ​ຮ່ຳ​ຮຽນ​ເພື່ອ​ຫວນ​ຄືນ​ບ້ານ ສ້າງ​ສາ​ພັດ​ທະ​ນາ ຊາດ​ບ້ານ​ເມືອງ. ທຸກໆ​ຄົນ​ໄດ້​ເວົ້າ​ວ່າ ພາຍ​ໃນ​ຕົນ​ຂອງ​ພວກ​ເພິ່ນ ເຄິ່ງ​ໜື່ງ​ແມ່ນ​ມີ​ສາຍ​ເລືອດ​ຫວຽດ​ນາມ ແລະ ພວກ​ເພິ່ນ​ມີ​​ຄວາມ​ພາກ​ພູມ​ໃຈ​ທີ່​ເປັນ​ແນວນັ້ນ. ລ້ວນ​ແລ້ວ​ ພວກເຂົາຮູ້ຈັກຫວຽດນາມແລະພວກເຂົາໄດ້ສຶກສາຢູ່ຫວຽດນາມ, ພວກເຂົາຕິດກັບຊາວຫວຽດນາມ.

ລູກສາວຄົນ​ທີ 5 ຂອງເພິ່ນ, ຊື່​ວ່າ: ທ່ານ​ນາງ ຍອດ​ແກ້ວ​ມະ​ນີ ສຸ​ພາ​ນຸ​ວົງ (ຊື່ພາສາຫວຽດນາມ ກ່ຽວ​ງາ Kiều Nga) - ໄດ້ສືບ​ທອດ​ ຄວາມ​ງາມຂອງແມ່ຂອງເພິ່ນ -ທ່ານ​ນາງ ວຽງຄຳ ຫງວ໋ຽນ​ທິ​ກີ່​ນາມ . ທ່ານນາງ ຍອດ​ແກ້ວ​ມະ​ນີ ສຸ​ພາ​ນຸ​ວົງ ເປັນຫົວ​ໜ້າ​ກົມ ການ​ຄົ້​ນ​ຄວ້າ , ຮອງ​ຄະ​ນະ​ກຳ​ມະ​ການ ຫ້ອງ​ການ​ສູນ​ກາງ​ພັກ. ເພິ່ນ​ຍັງ​ເຄີຍ​ຮ່ຳ​ຮຽນ ຢູ່​ຫວຽດ​ນາມ ສະ​ນັ້ນ​ ເພິ່ນ​ສາ​ມາດ​ເວົ້າ​ພາ​ສາ​ຫວຽດ ເກັ່ງ​ຄື​ກັນ​ກັບ​ຄົນ​ຫວຽດ​ນາມ.

ເພິ່ນ​ຍັງ​ເລົ່າ​ວ່າ: ໃນທຸກໆມື້, ແມ່ຂອງເພີ່ນ​ເປັນ​ຄົນ​ທີ່ ເອົາ​ໃຈ​ໃສ ສັ່ງ​ສ​ອນ ລູກໆ, ແຕ່ງ​ອາ​ຫານ​ອັນ​ທີ່​ແຊບ​ທີ່​ສຸດ ໃຫ້​ຜົວ​ແລະ​ລູກໆ ດ້ວຍ​ຕົວ​ຂອງ​ເພີ່ນ​ເອງ, ເຖິງ​ແມ່ນ​ວ່າ ຢູ່​ອ້ອມ​ຂ້າງ​ຂອງ​ທ່ານ​ສຸ​ພາ ຢາມ​ໃດ​ກໍ່​ມີ​ຜູ້​ຊ່ວຍ ແລະ ຮັບ​ໃຊ້. ໃນ​ມື້​ທີ່​ ທ່ານ​ປະ​ທານ ສຸ​ພາ​ນຸ​ວົງ ເຈັບ​ໄຂ້ ແລະ ຕອນ​ທີ່​ເພິ່ນ​ເສຍ​ຊີ​ວິດ ເພິ່ນ​ໄດ້​ເລົ່າ​ກັບ​ໄປ​ກັບ​ມາ ກ່ຽວ​ກັບ​ເລື່ອງວາດ​ສະ​ໜາທີ່​ເພິ່ນ​ພົບ​ກັນ​ແຕ່​ຄາວ​ຍັງ​ເປັນ​ບ່າວ​ສາວ.

ທ່ານ​ນາງ ວຽງ​ຄຳ ຫງວ໋ຽນ​ກີ່​ນາມ ເສຍ​ຊີ​ວິດ​ໃນ​ວັນ​ທີ 1 ກັນ​ຍາ 2006.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.