ເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບແຜນຍຸດທະສາດ 3 ປີ ຂອງສະພາອຸດສາຫະກຳແຫ່ງຊາດລາວ

13:37 | 15/05/2018

ມື້​ວານນີ້, ທີ່​ສະພາ​ອຸດສາຫະກຳ​ ​ແລະ ການ​ຄ້າ​ ແຫ່ງ​ຊາດລາວ ໄດ້​ຈັດ​ກອງ​ປະ​ຊຸມ​ ເພື່ອເຜີຍ​ແຜ່ ​ແລະ ປຶກສາ​ຫາລື ກ່ຽວ​ກັບ​ແຜນ​ຍຸດ​ທະ​ສາດ 3 ປີ ຂອງ​ສະພາ​ອຸດສາຫະກຳ​ແຫ່ງ​ຊາດ​ລາວ, ​ໂດຍ​ເປັນ​ປະທານ ຂອງ ​ທ່ານ ອຸ​ເດດ ສຸວັນ​ນະ​ວົງ ປະທານສະພາ​ອຸດສາຫະກຳ​ ​ແລະ ການ​ຄ້າ​ ແຫ່ງ​ຊາດລາວ.

ເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບແຜນຍຸດທະສາດ 3 ປີ ຂອງສະພາອຸດສາຫະກຳແຫ່ງຊາດລາວ

ກອງ​ປະຊຸມ​​ເຜີຍ​ແຜ່ ​ແລະ ປຶກສາ​ຫາລື ກ່ຽວ​ກັບ ​ແຜນ​ຍຸດ​ທະ​ສາດ 3 ປີ ຂອງ​ສະພາ​ອຸດສາຫະກຳ​ ແຫ່ງ​ຊາດ​ລາວ.

​ໃນ​ວັນ​ທີ 14 ພຶດສະພາ 2018 ທີ່​ສະພາ​ອຸດສາຫະກຳ​ ​ແລະ ການ​ຄ້າ​ ແຫ່ງ​ຊາດລາວ, ​ໄດ້​ຈັດກອງ​ປະຊຸມ​ເຜີຍ​ແຜ່ ​ແລະ ປຶກສາ​ຫາລື ກ່ຽວ​ກັບ ​ແຜນ​ຍຸດ​ທະ​ສາດ 3 ປີ ຂອງ​ສະພາ​ອຸດສາຫະກຳ​ ແຫ່ງ​ຊາດ​ລາວຂຶ້ນ, ​ໂດຍ​ເປັນ​ປະທານ ຂອງ ​ທ່ານ ອຸ​ເດດ ສຸວັນ​ນະ​ວົງ ປະທານສະພາ​ອຸດສາຫະກຳ​ ​ແລະ ການ​ຄ້າ​ ແຫ່ງ​ຊາດລາວ, ທ່ານ Murali Balasubramaniam ຕາງໜ້າ​ຈາກ UNDP, ທ່ານ Jens Luetkenherm ເອກ​ອັກຄະ​ລັດຖະທູດ ​ເຢຍລະ​ມັນ ປະຈຳ ສປປ ລາວ ມີ​ບັນດາ​ຜູ້ຕາງໜ້າ​ ຈາກ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພະນັກງານ​ທີ່​ກ່ຽວ​ຂ້ອງ​ ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ​ມີ​ຈຸດປະສົງ ເພື່ອເຜີຍ​ແຜ່ ​ແລະ ປຶກສາ​ຫາລື ກ່ຽວ​ກັບ​ແຜນ​ຍຸດ​ທະ​ສາດ 3 ປີ ຂອງ​ສະພາ​ອຸດສາຫະກຳ​ແຫ່ງ​ຊາດ​ລາວ ​ໃຫ້​ແກ່​ອົງການ​ຈັດ​ຕັ້ງ​ສາກົນ​ ​ແລະ ອົງການ​ຈັດ​ຕັ້ງທີ່​ເປັນ​ຄູ່​ຮ່ວມ​ມື​ກັບ ສປປ ລາວ ໄດ້​ຮັບ​ຊາບ ​ເປັນ​ຕົ້ນ​ທະນາຄານ​ໂລກ, ທະນາຄານ​ພັດທະນາ​ອາຊີ ​ແລະ ​ເພື່ອ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ພາກ​ທຸ​ລະ​ກິດ ​ໃຫ້​ສາມາດ​ເປັນ​ກ້ອນ​ເປັນ​ໜ່ວຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນ​ພັດທະນາ ​ແລະ ນະ​ໂຍບາຍ​ຂອງ​ລັດຖະບານ​ໃຫ້​ສຳ​ເລັດ, ​ໂດຍ​ສະ​ເພາະ​ ແມ່ນ​ການ​ຫັນ​ສະພາ​ອຸດສາຫະກຳ ​ແລະ ການ​ຄ້າ​ເປັນ​ຫົວໜ່ວຍ ​ບໍລິການພາກທຸລະ​ກິດ, ຊຶ່ງມີ 4 ວຽກ​ໃຫຍ່​ເປັນ​ຕົ້ນ​ແມ່ນ ການ​ສ້າງ​ແວດ​ລ້ອມ ອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ພາກທຸລະກິດ, ​ໂຄງ​ສ້າງ​ເສດຖະ​ກິດ​ແມ່ນ​ອີງ​ໃສ່​ ການ​ພັດທະນາ​ຂອງ​ເສດຖະກິດ​ຂະ ໜາດ ​ກາງ ​ແລະ ຂະໜາດ​ນ້ອຍ, ການ​ສົ່ງ​ເສີມ​ຜະລິດ​ຕະພັນ​ລາວ ​ແລະ ການສ້າງ​ສູນ​ຂໍ້​ມູນ​ຂອງ​ນັກທຸລະກິດ ​ເພາະວ່າ ​ປັດຈຸ​ບັນ ​ເຮົາ​ຍັງ​ບໍ່​ສາມາດ​ ເກັບ​ກຳ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ວ່າ​ເຂົາ​ເຈົ້າ​ດຳ​ເນີນ​ທຸລະ​ກິດ​ແບບ​ໃດ, ມີ​ພະນັກງານ​ຫລາຍ​ໜ້ອຍ​ປານ​ໃດ, ບໍລິສັດ​ມີ​ບັນຫາ​ບໍ່, ຊຶ່ງບໍ່​ສາມາດ​ປະ​ເມີນ​ໄດ້. ພ້ອມ​ກັນ​ນີ້, ​ຍັງ​ສາມາດ​ປ້ອນ​ຂໍ້​ມູນ​ໃຫ້​ແກ່​ລັດຖະບານ​ໄດ້.

​ທ່ານ ອຸ​ເດດ ສຸວັນ​ນະ​ວົງ ​ກ່າວ​ວ່າ: ໄລຍະ​ຜ່ານ​ມາ ຂະ​ແໜງ​ການທຸລະ​ກິດ ​ຍັງ​ບໍ່​ທັນ​ມີ​ຍຸດ​ທະ​ສາດ​ທີ່​ຊັດ​ເຈນ, ສະພາ​ອຸດສາຫະກຳ ​ແລະ ການ​ຄ້າ ​ພຽງ​ແຕ່ເປັນຜູ້ຕາງໜ້າ ​ແລະ ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ນັກທຸລະກິດ​ເທົ່າ​ນັ້ນ ​ແຕ່​ວ່າ​ກິດຈະກຳ​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ ​ລະອຽດ​ແມ່ນ​ຍັງ​ບໍ່​ມີ. ສະ​ນັ້ນ, ສະພາ​ອຸດສາຫະກຳ ​ແລະ ການ​ຄ້າ​ແຫ່ງ​ຊາດລາວ ພາຍ​ໃຕ້​ການ​ສະໜັບສະໜູນ ​ຂອງ​ລັດຖະບານ​ ຕ້ອງໃຫ້​ມີ​ແຜນ​ງານ​ທີ່​ຊັດ​ເຈນ​, ຈະ​ແຈ້ງ ​ແລະ ​ອີງໃສ່​ນະ​ໂຍບາຍ​ຂອງພັກ-ລັດ ​ແລະ ​ແຜນພັດທະນາ​ເສດຖະກິດ-ສັງ ຄົມ 5 ປີ​ ຂອງ​ລັດຖະບານ​ເປັນ​ຫລັກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ