ລາວ-ຈີນ ຮ່ວມມືພັດທະນາວຽກງານທ່ອງທ່ຽວ

10:11 | 16/05/2018

ໃນວັນທີ 15 ພຶດສະພາ 2018 ທີ່ນະຄອນຫຼວງວຽງຈັນ, ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ແລະ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດເວທີສົນທະນາຮ່ວມມືການທ່ອງທ່ຽວ ລາວ-ຈີນ ຄັ້ງທີ 1.

ລາວ-ຈີນ ຮ່ວມມືພັດທະນາວຽກງານທ່ອງທ່ຽວ

ເວທີສົນທະນາຮ່ວມມືການທ່ອງທ່ຽວ ລາວ-ຈີນ ຄັ້ງທີ 1.

ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ແລະ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດເວທີສົນທະນາຮ່ວມມືການທ່ອງທ່ຽວ ລາວ-ຈີນ ຄັ້ງທີ 1 ຂຶ້ນໃນວັນທີ 15 ພຶດສະພາ 2018 ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຕູ້ ຈ່ຽງ ຮອງ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ແລະ ທ່ານ ຫວັງ ເຫວີນທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ມີບັນດາຕາງໜ້າບໍລິສັດ, ກະຊວງທີ່ກ່ຽວຂ້ອງ, ນັກສຶກສາຈາກສະຖາບັນ, ວິທະຍາໄລ ແລະ ມະຫາວິທະຍາໄລ ຂອງລາວເຂົ້າຮ່ວມ ຫລາຍກວ່າ 300 ຄົນ.

ຈຸດປະສົງຂອງເວທີສົນທະນາຮ່ວມມື ການທ່ອງທ່ຽວ ລາວ-ຈີນ ໃນຄັ້ງນີ້ ແມ່ນເພື່ອເປັນການປະຕິບັດຕາມຜົນສຳເລັດ ຂອງການພົບປະກັນລະຫວ່າງການນຳຂັ້ນສູງ ຂອງສອງປະເທດໃຫ້ປະກົດຜົນເປັນຈິງ ແລະ ເປັນການສົ່ງເສີມວຽກງານດ້ານການທ່ອງທ່ຽວ ຂອງສອງປະເທດ ໃຫ້ມີການແລກປ່ຽນ ແລະ ກະຕຸກຊຸກຍູ້ເຊິ່ງກັນ ແລະ ກັນໃຫ້ຫລາຍຂຶ້ນ, ສ້າງໂອກາດການພັດທະນາການທ່ອງທ່ຽວຕາມແນວທາງຍຸດທະສາດ (ໜຶ່ງແລວ ໜຶ່ງເສັ້ນທາງ).

ທ່ານ ບໍ່ແສງຄຳ ວົງດາລາ ໄດ້ກ່າວວ່າ: ການທ່ອງທ່ຽວຖືເປັນຂະແໜງການເສດຖະກິດໜຶ່ງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງຢູ່ບັນດາປະເທດທົ່ວໂລກ. ໃນຊຸມປີຜ່ານມາ ລັດຖະບານແຫ່ງ ສປປ ລາວ ເຫັນໄດ້ເຖິງຄວາມສຳຄັນ ດ້ານການທ່ອງທ່ຽວ ແລະ ຖືເປັນຂະແໜງການບູລິມະສິດໜຶ່ງທີ່ສຳຄັນ ໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນໃນຂົງເຂດວຽກງານບໍລິການ ທີ່ຕິດພັນກັບການທ່ອງທ່ຽວ. ດ້ວຍເຫດນີ້, ສປປ ລາວ ຈຶ່ງໄດ້ເອົາໃຈໃສ່ເປີດກວ້າງການພົວພັນຮ່ວມມືກັບພາຍນອກ ໂດຍສະເພາະບັນດາປະເທດເພື່ອນມິດ ແລະ ໃກ້ຄຽງເຊັ່ນ: ສປ ຈີນ ເພື່ອພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງລາວ ໃຫ້ນັບມື້ນັບເຂັ້ມແຂງ ແລະ ມີທ່າຂະຫຍາຍຕົວດີຂຶ້ນເລື້ອຍໆ.

ຕົວເລກນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວລາວ ຈາກ 199.857 ຄົນ ໃນປີ 2012 ເປັນ 639.185 ຄົນ ໃນປີ 2017 ເພີ່ມຂຶ້ນເຖິງ 17% ທຽບໃສ່ປີ 2016 ແລະ ຄາດວ່າຈໍານວນນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວລາວຈະເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕໍ່ໜ້າ. ພິເສດປີນີ້, ສປປ ລາວໄດ້ເປີດປີທ່ອງທ່ຽວລາວ 2018 ຂຶ້ນ ເພື່ອສົ່ງເສີມການທ່ອງທ່ຽວຂອງລາວ ໃຫ້ມີຄວາມພົ້ນເດັ່ນ ໂດຍຈັດໃຫ້ມີຫລາຍຫລາຍຮູບແບບກິດຈະກຳ ໃນທົ່ວປະເທດ ເພື່ອຮອງຮັບນັກທ່ອງທ່ຽວຈາກ ພາຍໃນ ແລະ ຕ່າງປະເທດ ລວມທັງນັກທ່ອງທ່ຽວຈີນມາທ່ຽວລາວ ໃຫ້ຫລາຍຂຶ້ນ.

ທ່ານ ບໍ່ແສງຄຳ ວົງດາລາ ໄດ້ກ່າວຕື່ມວ່າ: ກອງປະຊຸມເວທີສົນທະນາຄັ້ງນີ້ ຈະເປັນນິມິດໝາຍທີ່ດີ ໃຫ້ແກ່ການເສີມສ້າງ ແລະ ເພີ່ມທະວີການຮ່ວມມື ດ້ານການທ່ອງທ່ຽວຂອງທັງສອງປະເທດ ລາວ-ຈີນໃຫ້ນັບມື້ນັບກວ້າງຂວາງ. ທັງເປັນເວທີສົນທະນາແລກປ່ຽນບົດຮຽນ, ປະສົບການ ແລະ ຄໍາຄິດຄໍາເຫັນຢ່າງກົງໄປກົງມາ ສ້າງຄວາມເຂົ້າໃຈລະຫວ່າງພາກລັດ ແລະ ພາກເອກະຊົນດ້ວຍກັນ ໃຫ້ມີຄວາມກົມກຽວ ປະກອບສ່ວນອັນສຳຄັນ ໃນການເສີມສ້າງການຮ່ວມມືດ້ານການທ່ອງທ່ຽວ ໃຫ້ສອດຄ່ອງຕາມທິດທາງ ໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ໄດ້ຮັບຜົນດີກວ່າເກົ່າ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.