ບັນດາຂີດໝາຍໃໝ່ໃນການຮ່ວມມືລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ

16:26 | 16/05/2018

ສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາການປະກອບຄຳເຫັນ, ຂໍ້ສະເໜີ ແລະ ຄວາມປາດຖະໜາຂອງສອງຝ່າຍ ກ່ຽວກັບເລື່ອງເພີ່ມທະວີການໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ

ບັນດາຂີດໝາຍໃໝ່ໃນການຮ່ວມມືລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ

ການໂອ້ລົມສົນທະນາລະຫວ່າງ ສູນກາງຄະນະຊາວໜຸ່ມສອງປະເທດ. (ພາບ: Thu Hang)

ຕອນບ່າຍມື້​ວານນີ້, ທີ່ຮ່າໂນ້ຍ ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງ ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເລກັວກຟອງ ແລະ ທ່ານເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ອາລຸນໄຊ ສູນນະລາດ. ທີ່ການໂອ້ລົມສົນທະນາ, ສູນກາງຄະນະຊາວໜຸ່ມສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາການປະກອບຄຳເຫັນ, ຂໍ້ສະເໜີ ແລະ ຄວາມປາດຖະໜາຂອງສອງຝ່າຍ ກ່ຽວກັບເລື່ອງເພີ່ມທະວີການໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ; ການແລກປ່ຽນ, ຮ່ວມມື, ແບ່ງປັນບົດຮຽນລະຫວ່າງບັນດາອົງການສື່ມວນຊົນຂອງສອງປະເທດໃນວຽກງານໂຄສະນາເຜີຍແຜ່; ການປ່ຽນແປງ, ຍົກສູງຄຸນນະພາບບັນດາໂຄງການບຳລຸງ, ຝຶກອົບຮົມພະນັກງານໜຸ່ມ; ເພີ່ມທະວີບັນດາການເຄື່ອນໄຫວມິດຕະພາບທີ່ເປັນມູນເຊື້ອລະຫວ່າງບັນດາແຂວງ, ນະຄອນ ທີ່ຕິດກັບຊາຍແດນ ໄດ້ມີການພົວພັນແຮກສ່ຽວຢ່າງຍາວນານ. ສອງຝ່າຍກໍຫວັງວ່າ ນອກຈາກການຮັກສາບັນດາການເຄື່ອນໄຫວທີ່ເປັນມູນເຊື້ອແລ້ວ, ການເຄື່ອນໄຫວຂອງຊາວໜຸ່ມສອງປະເທດຈະມີບັນດາແນວຄວາມຄິດ, ການເຄື່ອນໄຫວ ແລະ ຂີດໝາຍໃໝ່ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງຊາວໜຸ່ມຫວຽດນາມ - ລາວ ກວ່າອີກ, ປະຕິບັດສຳເລັດໜ້າທີ່ ໂດຍພັກ, ລັດຂອງສອງປະເທດໄດ້ມອບໝາຍໃຫ້; ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງຊາວໜຸ່ມ, ກໍຄືຄວາມຄາດຫວັງຂອງປະຊາຊົນສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ