ແຂວງ ຮ່າຕິງ ສ້າງເງື່ອນໄຂໃຫ້ແກ່ລາວ ພັດທະນາທ່າເຮືອ ວຸ໋ງອ໋າງ ຢ່າງມີປະສິດທິຜົນ

11:37 | 14/05/2018

ຍ​ສ​ໝ - ມື້​ວານ​ນີ້, ທ່ານ ເຢືອງເຕີດຖັງ ຮອງເຈົ້າແຂວງ ຮ່າຕິງ ໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບຂະແໜງທີ່ກ່ຽວຂ້ອຂອງ ສປປ ລາວ ນຳພາໂດຍທ່ານ ວຽງສະຫວັນ ສີພັນດອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ໄດ້ນໍາສະເຫນີກ່ຽວກັບສະພາບການການຮ່ວມມືໃນການຂຸດຄົ້ນ ພັດທະນາ ທ່າເຮືອ ວຸ໋ງອ໋າງ.

ແຂວງ ຮ່າຕິງ ສ້າງເງື່ອນໄຂໃຫ້ແກ່ລາວ ພັດທະນາທ່າເຮືອ ວຸ໋ງອ໋າງ ຢ່າງມີປະສິດທິຜົນ

ກອງ​ປະ​ຊຸມຮ່ວມ​ມື​ຂຸດ​ຄົ້​ນ​ພັດ​ທະ​ນາ ທ່າ​ເຮືອ ວຸ໋ງ​ອ໋າງ

ກ່າວຄໍາປາໄສໃນກອງປະຊຸມ, ທ່ານ ເຢືອງ ເຕີ​ດ ຖັງ ຮອງເຈົ້າ​ແຂວງ ຮ່າ​ຕິງ ໄດ້​ໃຫ້​ຮູ້​ວ່າ: ການຮ່ວມມືຂຸດ​ຄົ້​ນ​ທ່າເຮືອ ວຸ໋ງ​ອ໋າງ. ໄດ້ຮັບການເຫັນ​ດີ​ເປັນ​ເອກ​ກະ​ພາບຕົກລົງກັນໂດຍລັດຖະບານສອງປະ​ເທດ ແລະ ອະ​ນຸ​ມັດ. ຮ່າ​ຕິງ ເປັນ​ກຽດ ທີ່​ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນ​ການເສີມສ້າງຄວາມສໍາພັນທີ່ໃກ້ຊິດໃນການຮ່ວມມືລະຫວ່າງສອງປະເທດໂດຍຜ່ານການ​ຮ່ວມມື​ພັດ​ທະ​ນາທ່າເຮືອ. ອໍານາດການປົກຄອງທ້ອງຖິ່ນຈະຮັບຜິດຊອບໃນການສົ່ງເສີມຂະບວນການຮ່ວມມື, ສ້າງ​ເງື່ອນ​ໄຂໃຫ້​ແກ່​ການ​ຈໍ​ລະ​ຈອນສິນຄ້າຂອງສອງປະເທດເຊື່ອມຕໍ່ໂດຍຜ່ານທ່າເຮືອ ວຸ໋ງ​ອ໋າງ.. ພ້ອມດຽວກັນ, ສະ​ໜອງຂໍ້ມູນ ແລະ ຕົວ​ເລກ​ໃຫ້ແກ່ລາວ​ຂຸດ​ຄົ້ນ​ພັດ​ທະ​ນາ, ນໍາໃຊ້ທ່າ​ເຮືອ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ແຂວງ ຮ່າຕິງ ສ້າງເງື່ອນໄຂໃຫ້ແກ່ລາວ ພັດທະນາທ່າເຮືອ ວຸ໋ງອ໋າງ ຢ່າງມີປະສິດທິຜົນ

ທ່ານ ເຢືອງ ເຕີ​ດ ຖັງ ຮອງເຈົ້າ​ແຂວງ ຮ່າ​ຕິງ ກ່າວ​ຄຳ​ເຫັ​ນ​ທີ່ກອງ​ປະ​ຊ​ຸມ.

ທ່ານ ຮອງເຈົ້າ​ແຂວງ ຮ່າ​ຕິງ ກໍ່​ໄດ້​ນຳ​ສະ​ເໜີ: ທັງສອງຝ່າຍຄວນພິຈາລະນາຢ່າງເອົາ​ຈິງ​ເອົາ​ຈັງ ລົງທຶນໃນການກໍ່ສ້າງທາງດ່ວນຈາກທ່າເຮືອ ວຸ໋ງ​ອ໋າງ. ຫາ ລາວ. ແຕ່​ລະ​ຝ່າຍ​ຄົ້ນ​ຄວ້າກ່ຽວກັບ ບັນຫາຕ່າງໆນອກ​ຈາກວຽກ ທ່າ​ເຮືອເຊັ່ນ: ພາ​ຫະ​ນະ, ກົດ​ລະ​ບຽບ​ກ່ຽວ​ກັບ​ນ້ຳໜັກ, ຄ່າຂົນສົ່ງ ...ຂອງບັນ​ດາປະເທດອື່ນ. ທັງ​ສອງ​ປະ​ເທດ ໂດຍສະເພາະແມ່ນ ສປປ ລາວ ຄວນຈະພິຈາລະນາສ້າງຕັ້ງເຂດອຸດ​ສາ​ຫະ​ກຳ ປຸງແຕ່ງສົ່ງອອກ (ເຊັ່ນ: ການປຸງແຕ່ງ ແລະ ການຫຸ້ມຫໍ່) ເພື່ອການຂຸດຄົ້ນພັດ​ທະ​ນາ ທ່າເຮືອໃຫ້​ດີ​ຂື້ນ. ​ພ້ອມ​ກັນນັ້ນ, ສ້າງເງື່ອນໄຂສະ​ດວກ​ໃຫ້​ແກ່ທຸລະກິດຂອງສອງປະເທດແລກປ່ຽນ ແລະ ຂຸດຄົ້ນພັດ​ທະ​ນາ ການຂົນສົ່ງສິນຄ້າສອງສົ້ນ.

ແຂວງ ຮ່າຕິງ ສ້າງເງື່ອນໄຂໃຫ້ແກ່ລາວ ພັດທະນາທ່າເຮືອ ວຸ໋ງອ໋າງ ຢ່າງມີປະສິດທິຜົນ


ແຂວງ ຮ່າຕິງ ສ້າງເງື່ອນໄຂໃຫ້ແກ່ລາວ ພັດທະນາທ່າເຮືອ ວຸ໋ງອ໋າງ ຢ່າງມີປະສິດທິຜົນ

ຄະ​ນະ​ຮັບ​ຜິດ​ຊອບ​ທັງ​ສອງ​ຝ່າຍ​ລົງ​ເຮັດ​ວຽກ​ຕົວ​ຈິງ​ທີ່​ທ່າ​ເຮືອ ວຸ໋ງ​ອ໋າງ.

ທ່ານ ວຽງ​ສະ​ຫວາດ ສີ​ພັນ​ດອນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ​ຕີ​ລາ​ຄາ​ສູງ ຂະ​ບວນ​ການ-ການຮ່ວມມືລະຫວ່າງ ​ແຂວງ ຮ່າ​ຕິງ ກັບ ສປປ ລາວ ກ່ຽວກັບສະຖານະການຂຸດຄົ້ນພັດ​ທະ​ນາ ແລະ ນໍາໃຊ້ທ່າເຮືອ ວຸ໋ງ​ອ໋າງ ໃນຊຸມປີທີ່ຜ່ານມາ. ລັດຖະບານ ລາວ ໃຫ້ຄວາມສົນໃຈເປັນ​ພິ​ເສດທ່າເຮືອ ວຸ໋ງ​ອ໋າງ ແລະ ກໍານົດວ່າເປັນທ່າເຮືອທີ່ມີທີ່​ຕັ້ງ​ສະ​ດວກ ແລະ ເອື້ອ​ປະ​ໂຫຍດ, ມີບົດບາດໃນການເຊື່ອມຕໍ່ການຂົນສົ່ງທາງທະເລ.

ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ຍັງໄດ້ສະ​ແດງ​ຄວາມ​ເປັນ​ເອກ​ກະ​ພາບ ກັບແບບແຜນການກໍ່ສ້າງທາງ​ດ່ວນ, ການລົງທຶນສ້າງພື້ນຖານ​ໂຄງ​ລ່າງ, ເຂດອຸດ​ສາ​ຫະ​ກຳ ການປຸງແຕ່ງ ...ຂຸດ​ຄົ້​ນ​ພັດ​ທະ​ນາ ທ່າເຮືອ ວຸ໋ງ​ອ໋າງ. ​ເຊິ່ງທາງ​ຄະ​ນະຮັບ​ຜິດ​ຊອບ​ວຽກ​ງານ​ດັ່ງ​ກ່າວຈະລາຍງານຕໍ່ລັດຖະບານ ກ່ຽວກັບການແລກປ່ຽນຂໍ້ມູນໃນກອງປະຊຸມມື້ນີ້.

ແຂວງ ຮ່າຕິງ ສ້າງເງື່ອນໄຂໃຫ້ແກ່ລາວ ພັດທະນາທ່າເຮືອ ວຸ໋ງອ໋າງ ຢ່າງມີປະສິດທິຜົນ

ຄະ​ນະ​ຜູ່​ແທນ​ທັງ​ສອງ​ຝ່າ​ຍ​ຖ່າຍ​ຮູບ​ເປັນ​ທີ່​ລະ​ລືກ​ທີ່​ທ່າ​ເຮືອ ວຸ໋ງ​ອ໋າງ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ຕົກລົງກັນກັບບໍລິສັດ CP ທ່າ​ເຮືອສາ​ກົນ ລາວ - ຫວຽດນາມ ສືບຕໍ່ກວດ​ຄືນ​ຂົວ-ທ່າເຮືອເລກ 3, ດັດ​ແກ້ຈຸດທີ່ບໍ່ເຫມາະສົມ (ຖ້າມີ) ເພື່ອຮັບປະກັນວ່າທ່າເຮືອຖືກສ້າງຂຶ້ນ ແລະ ນໍາໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ, ຮັບປະກັນຜົນປະໂຫຍດຂອງ​ແຕ່​ລະ​ຝ່າຍ.

ກ່ອນຫນ້ານັ້ນ, ຕອນບ່າຍວັນທີ 12/5, ຄະນະຜູ້ແທນ​ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳ​ພາ​ໂດຍ​ທ່ານ ວຽງ​ສະ​ຫວັນ ສີ​ພັນ​ດອນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ, ໄດ້ເດີນທາງໄປຢ້ຽມຢາມ ທ່າ​ເຮືອ ວຸ໋ງ​ອ໋າງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.