ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງພະນົມເປັນ, ທ່ານປະທານພັກປະຊາຊົນກຳປູເຈຍ (CPP), ນາຍົກລັດຖະມົນຕີ Hun Sen, ທ່ານປະທານກິດຕິມະສັັກ CPP, ປະທານສະພາແຫ່ງຊາດ Heng Samrin ແລະ ຮອງປະທານ CPP, ປະທານສະພາສູງ Say Chhum ໄດ້ໃຫ້ການຕ້ອນຮັບທ່ານ ເລຮ່ວາຍຈູງ, ກຳມະການຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພວມຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ.
ຍສໝ - ການແຂ່ງຂັນຄັ້ງນີ້ ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດ ດ້ວຍການເຂົ້າຮ່ວມຂອງນັກກິລາ 30 ກວ່າຄົນທີ່ມາຈາກສະໂມສອນປິງປອງຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ດຳເນີນທຸລະກິດໃນທົ່ວສະຫະພັນຣັດເຊຍ.
ຍສໝ - ຄະນະນັກສຶກສາຫວຽດນາມ ຍາດໄດ້ 1 ຫຼຽນເງິນ, 5 ຫຼຽນທອງ ແລະ 1 ລາງວັນຊົມເຊີຍ ໃນງານໂອລິມປິກດາລາສາດ ແລະ ຟິຊິກດາລາສາດສາກົນ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 309 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.
ຕອນບ່າຍວັນທີ 23 ສິງຫາ, ທີ່ນະຄອນດ່ານັ້ງ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ ສົມທົບກັບສໍານັກພິມຈໍາໜ່າຍແຫ່ງຊາດລາວ ຈັດຕັ້ງພິທີໄຂງານວາງສະແດງປຶ້ມ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ: ຂີດໝາຍຜ່ານແຕ່ລະໜ້າປຶ້ມ” ແລະການພົບປະເຈລະຈາສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ.
ຍສໝ - ຫວ່າງມໍ່ໆມານີ້, ຂໍ້ມູນຂອງສະມາຄົມສົ່ງອອກ ແລະ ປຸງແຕ່ງອາຫານທະເລຫວຽດນາມ (VASEP) ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ເມັກຊິໂກ ໄດ້ນຳເຂົ້າປາປຶ່ງຫວຽດນາມ ກ່ວາ 73 ລ້ານ USD, ເຮັດໃຫ້ເມັກຊິໂກ ກາຍເປັນປະເທດນຳເຂົ້າໃຫຍ່ອັນດັບ 3 ໃນລາຍການນີ້.
ຍສໝ - ຂໍ້ມູນຈາກ Momentum Works and startup ຊຳລະ Qlub ໃຫ້ຮູ້ວ່າ: ຫວຽດນາມ, ໄທ ແລະ ອິນໂດເນເຊຍ ແມ່ນສາມປະເທດທີ່ດື່ມຊານົມຫຼາຍທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ໂດຍແມ່ນສ່ວນໜຶ່ງຂອງບັນດາລາຍການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (1972 – 2022), ພະແນກການພົວພັນຕ່າງປະເທດແຂວງ ດັກລັກ ໄດ້ສົມທົບກັບສະຖານກົງສຸນອິນເດຍ ປະຈຳນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລ ໄຕງວຽນ ຈັດຕັ້ງໂຄງການແລກປ່ຽນການເຕັ້ນແບບບູຮານ ODISSI ຂອງອິນເດຍ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ.
ຍສໝ - ຕາມໜັງສືພິມ Nikkei Asia ແລ້ວ, ກຸ່ມບໍລິສັດຂາຍຍ່ອຍ Central ຂອງ ໄທ ພວມມີແຜນການເປີດກວ້າງການລົງທຶນຢ່າງແຮງຢູ່ຕະຫຼາດພາຍໃນປະເທດ ແລະ ຫວຽດນາມ, ດ້ວຍຄວາມຫວັງວ່າຈະບັນລຸໄດ້ລະດັບການເຕີບໂຕຄວາມຕ້ອງການໃນການຊື້ຂາຍ ເມື່ອພະຍາດໂຄວິດ - 19 ສິ້ນສຸດ.
ຍສໝ - ກອງປະຊຸມຝຶກອົບຮົມກ່ຽວກັບວຽກງານສິດທິມະນຸດແຂວງລາຍເຈົາ ປີ 2022 ໄຂຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນ ລາຍເຈົາ.
ຍສໝ - ຫວຽດນາມ ພ້ອມແລ້ວທີ່ຈະສົມທົບ ແລະ ແບ່ງປັນຂໍ້ມູນຂ່າວສານຕີລາຄາ ກ່ຽວກັບສະພາບການເສດຖະກິດໂລກ, ປະກອບຄຳເຫັນກ່ຽວກັບບັນດາບັນຫາພົ້ນເດັ່ນ, ກໍ່ຄືປະສົບການໃນການຜັນຂະຫຍາຍການທູດເສດຖະກິດກັບລາວ.
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ນຳໜ້າຄະນະຜູ້ແທນກະຊວງຍຸຕິທຳ ລາວ ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ຍສໝ - ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຝຸເທາະໄດ້ຈັດຂຶ້ນໃນວັນທີ 22 ສິງຫາ ຢູ່ນະຄອນຫຼວງ ວໍຊິງຕັນ ປະເທດ ອາເມລິກາ.
ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງ ບິ່ງເຢືອງ, ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ແລະ ບໍລິສັດຮ່ວມທຸລະກິດເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VISP) ຈຳກັດ ໄດ້ຈັດການເຊັນສັນຍາສິນເຊື່ອໜູນຊ່ວຍໂຄງການລົງທຶນກໍ່ສ້າງເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ III ຢູ່ແຂວງ ບິ່ງເຢືອງ (VSIP III- ບິ່ງເຢືອງ) ດ້ວຍຍອດເງິນໜູນຊ່ວຍເຖິງ 4.600 ຕື້ດົ່ງ (200 ລ້ານ USD).
ຍສໝ - ອັດຕາການເຕີບໂຕຂອງວົງເງິນການຄ້າປະເພດຫັດຖະກຳຂອງຫວຽດນາມ ສະເລ່ຍ 9,5%/ປີ, ປະຈຸບັນບັນລຸ 2,2 ຕື້ USD/ປີ; ຕະຫຼາດອາເມລິກາກວມເອົາ 35% ຍອດມູນຄ່າການສົ່ງອອກຂອງຫວຽດນາມ ໃນບັນດາລາຍການດັ່ງກ່າວ.
ຍສໝ - ພິທີເປີດງານຕັ້ງຄ້າຍຊາວໜຸ່ມຈີນ-ອາຊຽນ ຄັ້ງທີ 13 ແລະ ເວທີປາໄສການພັດທະນາຊາວໜຸ່ມຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ, ແຂວງກວາງຊີ ຂອງຈີນ ໃນຮູບແບບອອນໄລ ແລະ ໂດຍກົງ.
ຍສໝ - Apple ພວມເຈລະຈາເພື່ອຜະລິດ Apple Watch ແລະ MacBook ເປັນຄັ້ງທຳອິດຢູ່ຫວຽດນາມ, ເຊິ່ງເປັນຂີດໝາຍໄຊຊະນະອັນໃໝ່ຂອງຫວຽດນາມ ເມື່ອບໍລິສັດເທັກໂນໂລຍີໃຫຍ່ຂອງອາເມລິກາ ກຳລັງຊອກຫາການຫັນເປັນຫຼາກຫຼາຍການຜະລິດອອກໄປຈາກຈີນ.
ຍສໝ - ຄະນະຜູ້ແທນວິສາຫະກິດ ເດນມາກ ໃນຂົງເຂດກະສິກຳ ແລະ ສະບຽງອາຫານ ໄດ້ມີການຢ້ຽມຢາມ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ແຕ່ວັນທີ 16-19 ສິງຫາ ເພື່ອແລກປ່ຽນບັນດາກາລະໂອກາດດຳເນີນທຸລະກິດ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີທ່າແຮງ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ປາດຖະໜາວ່າ ບັນດາລຸ້ນໜຸ່ມຂອງນັກການທູດທີ່ມີໜ້າເຂົ້າຮ່ວມງານພົບປະແລກປ່ຽນ ຈະສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາຮີດຄອງປະເພນີອັນດີງາມທີ່ມີຢູ່, ເຮັດໃຫ້ການພົວພັນ ຫວຽດນາມ - ລາວ ນັບມື້ນັບໝັ້ນຄົງເຂັ້ມແຂງ.
ຍສໝ - ບັນດານັກຊ່ຽວຊານໄດ້ລົງຢ້ຽມຢາມ ແລະ ສຳຫຼວດ ເພື່ອສ້າງແຜນການຄົ້ນຄ້ວາເພີ່ມເຕີມກ່ຽວກັບປູສະນີຍະສະຖານມິເຊີນ ກໍ່ຄືບັນດາປູສະນີຍະສະຖານຕ່າງໆ ຢູ່ເມືອງ ຢຸຍຊວຽນ ພາຍຫຼັງໄລຍະຖືກຢຸດຕິຍ້ອນພະຍາດໂຄວິດ-19.