ແນະ​ນຳສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ

10:55 | 26/08/2022

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 309 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ
ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ

+ ສະຖານທີ່ທີໜຶ່ງຢູ່ ຊາປາ - ແຂວງລາວກາຍ, ສະຖານທີ່ແຫ່ງນີ້ໄດ້ຮັບການຮູ້ຈັກເຖິງຄືດັ່ງແດນສະຫວັນຂອງເຂດໝອກເມກ, ເຕັມໄປດ້ວຍສິ່ງມະຫັດສະຈັນຂອງເຂດພູພຽງ, ມີເຂດນາຂັ້ນໄດງາມດັ່ງໃນຝັນ. ມາທ່ຽວຢູ່ແຫ່ງນີ້, ແນ່ນອນວ່າທ່ານຈະສູບອາກາດທີ່ປອດໂປ່ງ ແລະ ຮູ້ສຶກຄວາມສະຫງົບສຸກ, ລຽບງ່າຍຂອງບັນດາໝູ່ບ້ານທີ່ລີ້ຊ້ອນໃນເມກໝອກ.

ຊາປາ - ແຂວງລາວກາຍ
ຊາປາ - ແຂວງລາວກາຍ

+ ສະຖານທີ່ທີສອງແມ່ນ: ຕາຊົ່ວ, ແຂວງ ເຊີນລາ - ສະຖານທີ່ແຫ່ງນີ້ຕັ້ງຢູ່ລະຫວ່າງເມືອງ ບັກອຽນ (ແຂວງ ເຊີນລາ) ແລະ ຈ້າມເຕົ໊າ (ແຂວງ ອຽນບ໋າຍ). ທີ່ນີ້ໄດ້ຮັບຂະໜານນາມວ່າ: “ແດນສະຫວັນຂອງເມກໝອກ” ຍ້ອນວ່າມັນຕັ້ງຢູ່ເຂດພູສູງ, ດັ່ງນັ້ນຈະມີເມກປົກຄຸມຕະຫຼອດປີ. ບັນດາເສັ້ນທາງສວຍງາມທີ່ລະອິດລະອ້ຽວ, ເຂດພູຜາປ່າໄມ້ຂຽວອຸ່ມທຸມ, “ທະເລເມກ” ຂາວຈ່ານຜ່ານ… ແມ່ນສິ່ງຄວາມປະທັບໃຈທີ່ສຸດເມື່ອເຮົາຈະໄດ້ພົບເຫັນໃນເວລາໄປຢ້ຽມຊົມ ຕາຊົ່ວ.

+ ໝູ່ກັງຈ໋າຍ (ແຂວງ ອຽນບ໊າຍ) - ໂດຍແມ່ນເທດສະບານນ້ອຍແຫ່ງໜຶ່ງຢູ່ແຂວງ ອຽນບ໊າຍ. ໃນລະຫວ່າງເດືອນ ກັນຍາ ຫາ ເດືອນ ຕຸລາແມ່ນຊ່ວງເວລາທີ່ສະດວກທີ່ສຸດເພື່ອໄປຢາມ, ທ່ຽວຊົມ ໝູ່ກັງຈ໋າຍ ຍ້ອນຊ່ວງເວລານີ້ເຂົ້າສຸກເຫຼືອງໃນບັນເຕັມທົ່ງນາຂັ້ນໄດ ອຽນບ໊າຍ. ເມື່ອມາຢາມ ອຽນບ໊າຍ ທຸກຄົນຈະຖືກດຶງດູດໃຈຍ້ອນສີສັນຂອງແສງແດດ, ສາຍລົມ ແລະ ກິ່ນຫອມຂອງເຂົ້າສຸກເຫຼືອງ, ທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນສີສັນຂອງໝູ່ກັງຈ໋າຍ ທີ່ສວຍງາມດັ່ງໃນຝັນ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີແມວ [email protected]. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.