ຫວຽດນາມ ມານະພະຍາຍາມລົບລ້າງການຄ້າມະນຸດ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍໃຫ້ມີຊີວິດການເປັນຢູ່ເປັນປົກກະຕິ

21:02 | 24/08/2022

ຍສໝ - ກອງປະຊຸມຝຶກອົບຮົມກ່ຽວກັບວຽກງານສິດທິມະນຸດແຂວງລາຍເຈົາ ປີ 2022 ໄຂຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນ ລາຍເຈົາ.

ກຸ່ມບໍລິສັດ Central ຂອງ ໄທມີແຜນການເປີດກວ້າງການລົງທຶນຢູ່ ຫວຽດນາມ ກຸ່ມບໍລິສັດ Central ຂອງ ໄທມີແຜນການເປີດກວ້າງການລົງທຶນຢູ່ ຫວຽດນາມ
ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ
ຫວຽດນາມ ມານະພະຍາຍາມລົບລ້າງການຄ້າມະນຸດ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍໃຫ້ມີຊີວິດການເປັນຢູ່ເປັນປົກກະຕິ

ຫວຽດນາມ ມານະພະຍາຍາມລົບລ້າງການຄ້າມະນຸດ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍໃຫ້ມີຊີວິດການເປັນຢູ່ເປັນປົກກະຕິ.

ນະທີ່ນີ້, ນັກຂ່າວຂອງບັນດາອົງການສື່ມວນຊົນໄດ້ຮັບຂ່າວກ່ຽວກັບໝາກຜົນຂອງການຜັນຂະຫຍາຍບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ພັດທະນາເສດຖະກິດ, ນະໂຍບາຍມະຫາສາມັກຄີທົ່ວປວງຊົນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສຳລັບປະຊາຊົນ, ພິເສດແມ່ນປະຊາຊົນເຜົ່າສ່ວນໜ້ອຍ; ວຽກງານຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດໄດ້ດຳເນີນຊີວິດສາສະໜາ ແລະ ຈົດທະບຽນກຸ່ມສາສະໜາ, ພິເສດແມ່ນສຳລັບສາສະໜາໂປເຕສະຕັງ. ພ້ອມນັ້ນ, ກໍ່ເຂົ້າໃຈແຈ້ງກ່ວາກ່ຽວກັບປະສິດທິຜົນ ຂອງການຜັນຂະຫຍາຍຕຳຫຼວດຕາແສງເຂົ້າໃນກຳລັງຕຳຫຼວດທາງການ, ຮັບປະກັນບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຕາມກົດໝາຍຂອງປະຊາຊົນທ້ອງຖິ່ນ; ຕໍ່ສູ້, ຄັດຄ້ານບັນດາຂໍ້ມູນຂ່າວທີ່ຖືວ່າ ລັດຖະບານ ຫວຽດນາມ ບໍ່ທັນໄດ້ເອົາໃຈໃສ່ເຖິງປະຊາຊົນເຜົ່າສ່ວນໜ້ອຍ, ບັນດາບໍລິເວນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ບັນດາຖ້ອຍທຳນອງທີ່ກ່າວຫາ ຫວຽດນາມ ລະເມີດປະຊາທິປະໄຕ, ສິດທິມະນຸດ; ພິເສດແມ່ນບັນດາຄວາມານະພະຍາຍາມຂອງແຂວງ ລາຍເຈົາ ໃນວຽກງານລົບລ້າງໄພຄ້າມະນຸດກໍ່ຄືໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກໄພຄ້າມະນຸດທີ່ໄດ້ຮັບການຊ່ວຍເຫຼືອກັບຄືນເມືອທ້ອງຖິ່ນສ້າງຊິວິດໃຫ້ເປັນປົກກະຕິ.

ເນື່ອງ​ໃນ​ໂອກາດ​ນີ້, ຫ້ອງການ​ປະຈຳ​ຄະນະ​ຊີ້​ນຳ​ສິດທິ​ມະນຸດ​ຂອງ​ລັດຖະບານ ​ໄດ້​ຈັດ​ຕັ້ງ​ການ​ຢ້ຽມຢາມ​ຢູ່​ແຂວງ​ລາຍ​ເຈົາ ​ເພື່ອ​ຊ່ວຍ​ໃຫ້​ນັກ​ຂ່າວ​ບັນດາ​ອົງການ​ຂ່າວສານ​ໄດ້​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ ​ແລະ ​ເອກະສານ​ປະຕິບັດ​ຢູ່​ຂັ້ນ​ຮາກ​ຖານ, ຈາກ​ນັ້ນ​ ​ກໍໄດ້​ຮັບ​ການ​ຜັນ​ຂະຫຍາຍວຽກງານ​ເພື່ອໂຄສະນາ​ບັນດາ​ຜົນງານຮັບປະກັນ​ສິດທິ​ມະນຸດ, ໝາກຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື, ສາສະໜາ, ຮັກສາ ​ແລະ ​ເຊີດ​ຊູ​ຄຸນຄ່າ​ເອກະລັກ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຄັດຄ້ານ​ບັນດາ​ຂໍ້​ມູນ​ຂ່າວສານ ​ແລະ ຖະ​ແຫຼ​ງການ​ທີ່​ບິດ​ເບືອນ ​ແລະ ກ່າວ​ຫາ​ຫວຽດນາມ ​ລະ​ເມີດ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.