ແລກປ່ຽນການເຕັ້ນແບບບູຮານ ODISSI ອິນເດຍ ຢູ່ດັກລັກ

11:08 | 25/08/2022

ຍສໝ - ໂດຍແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ລາຍການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ເດຍ (1972 – 2022), ພະແນກການພົວພັນຕ່າງປະເທດແຂວງ ດັກລັກ ໄດ້ສົມທົບກັບສະຖານກົງສຸນອິນເດຍ ປະຈຳນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລ ໄຕງວຽນ ຈັດຕັ້ງໂຄງການແລກປ່ຽນການເຕັ້ນແບບບູຮານ ODISSI ຂອງອິນເດຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ຮັດ​ແໜ້ນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ
ເຊື່ອມຕໍ່ການຮ່ວມມືວິສາຫະກິດການຢາ, ການແພດລະຫວ່າງຫວຽດນາມ ແລະອິນເດຍ ເຊື່ອມຕໍ່ການຮ່ວມມືວິສາຫະກິດການຢາ, ການແພດລະຫວ່າງຫວຽດນາມ ແລະອິນເດຍ

ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ຮອງ​ຫົວໜ້າ​ພະ​ແນ​ກການ​ຕ່າງປະ​ເທດ​ແຂວງ ດັກ​ລັກ ​ເຈົ່າຖິຮົ່ງມາຍ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອິນ​ເດຍ ​ແມ່ນ​ເລີ່ມມາຈາກການແລກປ່ຽນ​ດ້ານ​ວັດທະນະທຳ, ສາສະໜາ ​ແລະ ການ​ຄ້າ​ລະຫວ່າງ​ປະຊາຊົນ. ສອງ​ປະ​ເທດ​ ໄດ້​ແບ່ງປັນ​ບັນດາ​ຄຸນຄ່າ​ລວມກ່ຽວກັບ​ນ້ຳ​ໃຈ​ຮັກ​ຊາດ, ມູນເຊື້ອ​ມະນຸດສະທຳ, ຮັກ​ຫອມ​ສັນຕິພາບ ​ແລະ ຕິດພັນອຸດົມ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດຢ່າງແໜ້ນແຟ້ນ. ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ໂດຍ​ປະທານ​ໂຮ່ຈີ​ມິນ ​ແລະ ທ່ານ​ນາຍົກລັດຖະມົນຕີ Jawaharlal Nehru ​ສ້າງພື້ນຖານ ກໍໄດ້​ຮັບ​ການ​ເພີ່ມພູນຄູນສ້າງຈາກ​ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ແລະ ນັບ​ມື້​ນັບ​ແຕກດອກອອກ​ຜົນ. ໃນ 50 ປີ​ທີ່​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢ່າງ​ຕັ້ງໜ້າ​ ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ສ້າງສາ ​ແລະ ປົກປັກຮັກສາ​ປະ​ເທດຊາດ.

ແລກປ່ຽນການເຕັ້ນແບບບູຮານ ODISSI ອິນເດຍ ຢູ່ດັກລັກ
ແລກປ່ຽນການເຕັ້ນແບບບູຮານ ODISSI ອິນເດຍ ຢູ່ດັກລັກ. (ພາບ: daklak.gov.vn/)

ອິນ​ເດຍ ຍາມ​ໃດ​ກໍ່​ແມ່ນ​ເພື່ອນ​ມິດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ສະໜິດສະໜົມ ​ແລະ ຈົງ​ຮັກ​ພັກດີ, ໜູນ​ຊ່ວຍ ຫວຽດນາມ ​ຢ່າງສຸດຈິດສຸດໃຈໃຫ້​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ. ພິ​ເສດ, ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປີ ​​2007 ​ແລະ ຍົກ​ລະດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ປີ 2016, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ບົນ​ພື້ນຖານ​ທັງ 5 ເສົາຄ້ຳຄື ​ການ​ເມືອງ - ການ​ທູດ, ປ້ອງກັບຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ - ການ​ຄ້າ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ - ບຳລຸງສ້າງ ​ແລະ ​ວັດ​ທະ​ນະ​ທໍາ - ການ​ທູດ​ປະ​ຊາ​ຊົນ.

ໃນ​ໄລຍະ​ຈະ​ມາ​ເຖິງ, ກົມ​ການ​ຕ່າງປະ​ເທດ​ແຂວງ ດັກ​ລັກ ຫວັງ​ວ່າ​ສະຖານ​ກົງສຸນ​ອິນ​ເດຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ອົງການ​ ຈະສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ ​ແລະ ເຊື່ອມຕໍ່ປະຊາຄົມວິສາຫຳ​​ກິດ. , ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ແຂວງ ດັກ​ລັກ ​ແລະ ຄູ່​ຮ່ວມ​ມື​ອິນ​ເດຍ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ອິນ​ເດຍ.

ໂຄງການ​ດັ່ງກ່າວ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ ດັກ​ລັກ ​ໄດ້​ພົບ​ປະ ​ແລະ ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ການ​ເຕັ້ນ ODISSI - ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈັງຫວະ​ເຕັ້ນ​ທີ່​ເກົ່າ​ແກ່​ທີ່​ສຸດ​ທີ່ສ້າງເປັນຈຸດ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ອິນ​ເດຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ຮັດ​ແໜ້ນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.