ຊາວໜຸ່ມຫວຽດນາມ ເຂົ້າຮ່ວມງານຕັ້ງຄ້າຍຊາວໜຸ່ມ ຈີນ-ອາຊຽນ ຄັ້ງທີ 13

16:38 | 24/08/2022

ຍສໝ - ພິທີ​ເປີດ​ງານຕັ້ງຄ້າຍ​​ຊາວ​ໜຸ່ມ​ຈີນ-ອາ​ຊຽນ ຄັ້ງ​ທີ 13 ​ແລະ ​ເວທີ​ປາໄສ​ການ​ພັດທະນາ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ໜານ​ໜິງ, ​ແຂວງ​ກວາງຊີ​ ຂອງ​ຈີນ ​ໃນ​ຮູບ​ແບບ​ອອນໄລ ​ແລະ ​ໂດຍກົງ.

ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ+3 ຄັ້ງທີ 21 ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ+3 ຄັ້ງທີ 21
ເຜີຍແຜ່ຄວາມຮູ້ກ່ຽວກັບເສດຖະກິດດີຈີຕອນໃຫ້ກັບຊາວໜຸ່ມຫວຽດນາມ ເຜີຍແຜ່ຄວາມຮູ້ກ່ຽວກັບເສດຖະກິດດີຈີຕອນໃຫ້ກັບຊາວໜຸ່ມຫວຽດນາມ

ເຂົ້າ​ຮ່ວມ​ພິທີ​ມີ​ການ​ນຳ​ຂອງ​ສະຫະພັນ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ຈີນ, ການ​ນຳ​ຄະນະ​ພັກ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ, ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ ​ແລະ​ ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ, ມຽນມາ ​ແລະ ລາວ ປະຈຳ​ນະຄອນ​ໜານ​ໜິງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ບັນດາ​ຜູ້​ແທນ​ຢືນຢັນ​ວ່າ ການ​ແລກປ່ຽນ​ປະຊາຊົນ​ແມ່ນ​ຊ່ອງ​ທາງ​ສຳຄັນ​ໃນ​ການ​ຮ່ວມ​ມື​ອາ​ຊຽນ - ຈີນ. ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ ​ໄດ້​ໃຫ້​ບຸລິມະສິດ​ ແກ່​ການ​ພັດທະນາ​ຊາວ​ໜຸ່ມ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ພັດທະນາ​ຊາວ​ໜຸ່ມ​ ໃນ​ຫົວ​ຂໍ້​ຕົ້ນຕໍ​ຂອງ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ, ພ້ອມ​ກັນ​ນັ້ນ​ ກໍ​ຮຽກຮ້ອງ​ໃຫ້​ຊາວ​ໜຸ່ມ​ຈີນ​ ກັບ​ອາ​ຊຽນຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ - ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ, ຊຸກຍູ້​ສັນຕິພາບ​ທີ່​ຍືນ​ຍົງ, ຟື້ນ​ຟູ​ເສດຖະກິດ​ແບບໝັ້ນຄົງ ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ຊາວໜຸ່ມຫວຽດນາມ ເຂົ້າຮ່ວມງານຕັ້ງຄ້າຍຊາວໜຸ່ມ ຈີນ-ອາຊຽນ ຄັ້ງທີ 13
ຊາວໜຸ່ມຫວຽດນາມ ເຂົ້າຮ່ວມງານຕັ້ງຄ້າຍຊາວໜຸ່ມ ຈີນ-ອາຊຽນ ຄັ້ງທີ 13. (ພາບ: baoquocte)

ຜູ້ຕາງໜ້າຊາວໜຸ່ມຈາກບັນດາປະເທດ ໄດ້ດຳເນີນການພົບປະແລກປ່ຽນຢ່າງກວ້າງຂວາງ ໃນບັນດາຫົວເລື່ອງຄື: ການພົວພັນລະຫວ່າງສອງຝ່າຍ, ການປ່ຽນແປງໃໝ່ປະດິດສ້າງ ແລະ start up, ການພັດທະນາສີຂຽວ ແລະ ການແລກປ່ຽນວັດທະນະທຳ; ຍົກສູງຄວາມຮັບຮູ້ຂອງປະຊາຊົນ, ການສຶກສາ, ການທ່ອງທ່ຽວ, ນະວັດຕະກໍາ ແລະ start up ແລະ ການພັດທະນາແບບຍືນຍົງ.

ໃນອາທິດຂອງງານຕັ້ງຄ້າຍ, ຜູ້ແທນຊາວໜຸ່ມຂອງຈີນ ແລະ ປະເທດອາຊຽນຈະໄປຢ້ຽມຢາມເຂດອຸດສາຫະກຳ ແລະ ສະຖານທີ່ປົກປັກຮັກສານິເວດ ເພື່ອຊອກຮູ້ນິຍາມການພັດທະນາສີຂຽວ, ລົງຕົວຈິງໂຄງການມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ສຳຫຼວດຊົນນະບົດຂອງຈີນ, ເຂົ້າຮ່ວມເວທີປາໄສປຶກສາຫາລືກ່ຽວກັບການພັດທະນາຊາວໜຸ່ມ.

ທ່ານ​ກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳໜານ​ນິງ ​ໂດ້​ນາມ​ຈູງ​ ໃຫ້​ຮູ້​ວ່າ ​ໃນ​ປີ​ນີ້, ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ລະບາດ, ມີ​ພຽງ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ​ຈຳນວນ​ໜຶ່ງ ​ໄດ້​ເຂົ້າ​ຮ່ວມ​ງານຕັ້ງຄ້າຍ​ຊາວ​ໜຸ່ມໂດຍກົງ​, ເປັນຕົ້ນແມ່ນ​ອາຈານ ​ແລະ ນັກ​ສຶກສາ​ຫວຽດນາມ​ພວມ​ຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ​ກວາງ​ຊີ.

ງານຕັ້ງຄ້າຍ​ຊາວ​ໜຸ່ມ​​ຈີນ-ອາ​ຊຽນ ​ແມ່ນ​ໂຄງ​ການ​ແລກ​ປ່ຽນ​ເຄື່ອງ​ໝາຍ​ຊາວ​ໜຸ່ມ​ໃນ​ຂອບ​ກົນ​ໄກ​ຮ່ວມ​ມື​ຈີນ-ອາ​ຊຽນ. ນັບ​ແຕ່​ປີ 2006 ມາ​ຮອດ​ປະຈຸ​ບັນ, 12 ການ​ຕັ້ງຄ້າຍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ, ມີ​ຊາວ​ໜຸ່ມ​ເກືອບ 1.200 ຄົນ​ຈາກ​ທົ່ວ​ໂລກ​ເຂົ້າ​ຮ່ວມ.

ຄຳຮຸ່ງ

302 Found

Found

The document has moved here.