ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ

20:00 | 24/08/2022

ຍສໝ - ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ຕີ​ລາຄາ​ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ໂລກ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພົ້ນ​ເດັ່ນ, ​ກໍ່ຄື​​ປະສົບ​ການ​ໃນ​ການຜັນຂະຫຍາຍ​ການ​ທູດ​ເສດຖະກິດ​ກັບ​ລາວ.

ຂະແໜງການທູດຫວຽດນາມ ໄດ້ເປັນເຈົ້າການໃນການຜັນຂະຫຍາຍວຽກງານການທູດເສດຖະກິດຢ່າງຮອບດ້ານ ແລະມີປະສິດທິຜົນ ຂະແໜງການທູດຫວຽດນາມ ໄດ້ເປັນເຈົ້າການໃນການຜັນຂະຫຍາຍວຽກງານການທູດເສດຖະກິດຢ່າງຮອບດ້ານ ແລະມີປະສິດທິຜົນ
ວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່ ວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່

ຫວ່າງແລ້ວນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ການ​ຕ່າງປະ​ເທດ​ລາວ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ທູດ​ເສດຖະກິດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ຫງວຽນມີງຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີ, ຫົວໜ້າ​ກົມ​ເສດຖະກິດສັງລວມ ​ໃຫ້​ຮູ້​ວ່າ: ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຢັ້ງຢືນ​ການ​ທູດ​ເສດຖະກິດ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ພື້ນຖານ ​ແລະ ໃຈກາງ​ຂອງ​ພື້ນຖານການ​ທູດ​ຮອບດ້ານ, ທັນ​ສະ​ໄໝ ​ແມ່ນ​ກຳລັງ​ໜູນໃຫ້ການ​ພັດທະນາ​ປະ​ເທດຊາດ; ຢືນຢັນ​ວ່າ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ພ້ອມ​ແລ້ວ​ທຸກ​ເວລາ, ທຸກ​ແຫ່ງ​ໃນ​ການ​ປະສານ​ສົມທົບ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວ​ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ໂລກ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພົ້ນ​ເດັ່ນ, , ​ກໍ່ຄື​​ປະສົບ​ການ​ໃນ​ການຜັນຂະຫຍາຍ​ການ​ທູດ​ເສດຖະກິດ​ກັບ​ລາວ.

ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ
ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ. (ພາບ: TTXVN)

ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບລະດັບ​ຄວາມ​ສຳຄັນ ​ແລະ ບົດບາດ​ຂອງ​ການ​ທູດ​ເສດຖະກິດ​ໃນ​ການ​ປະກອບສ່ວນ​ພັດທະນາ​ປະ​ເທດຊາດ; ຢືນຢັນ​ວ່າ, ​ໃນ​ສະພາບ​ການ​ໂລກ​ທີ່​ບໍ່​ແນ່ນອນ ​ແລະ ສັບສົນ​ທີ່​ສຸດ, ພວມສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ຕໍ່​ພື້ນຖານ​ເສດຖະກິດ​ໃນ​ພາກ​ພື້ນ ຄື​ໃນ​ປະຈຸ​ບັນ, ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຮັດ​ວຽກ​ງານ​ການ​ທູດ​ເສດຖະກິດ, ກໍຄື​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສວຍໃຊ້​ທ່າ​ແຮງ ​ແລະ ກາລະ​ໂອກາດ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ທັນ​ການ.

ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ອະພິປາຍ​ຫຼາຍ​ຢ່າງ ​ກ່ຽວ​ກັບ​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ; ກ່ຽວ​ກັບ​ການ​ພັດທະນາ​ຍຸດ​ທະ​ສາດ​ການ​ທູດ​ເສດຖະກິດ; ການປະຕິບັດ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ຂອງ​ປະເທດຊາດ; ຊຸກຍູ້​ວຽກງານ​ການ​ທູດ​ເສດຖະກິດ​ຫວຽດນາມ - ລາວ; ບາງ​ປະ​ສົບ​ການ​ໃນ​ການ​ປະ​ຕິ​ບັດ​​ວຽກງານ​ການ​ທູດ​ເສດ​ຖະ​ກິດ​​ຢູ່​ຫວຽດ​ນາມ.

2 ຝ່າຍ​ກໍ່​ໄດ້​ປຶກສາ​ຫາລື​ຢ່າງ​ກົງ​ໄປ​ກົງ​ມາ ກ່ຽວກັບ​ບັນດາ​ຄວາມ​ຫຍຸ້ງຍາກໃນວຽກງານ​ການ​ທູດ​ເສດຖະກິດ, ບັນດາທິດ​ທາງ​ໃໝ່​ກ່ຽວ​ກັບ​ການ​ລະດົມ​ແຫຼ່ງກຳລັງ, ພິ​ເສດ​ແມ່ນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ແມ່ນ​ວິທີ​ການ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ໃນ​ຂົງ​ເຂດ​ການ​ທູດ​ເສດຖະກິດ​ໂດຍ​ໂດຍອີງໃສ່​ເປົ້າ​ໝາຍ ​ແລະ ຫຼັກການ​ສູງ​ສຸດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ຂອງ​ປະ​ເທດຊາດ.

ຄາດ​ວ່າ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ ຢູ່​ນະຄອນຫຼວງ​ວຽງ​ຈັນ, ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຈັດ​ຕັ້ງການໂອ້ລົມສົນທະ​ນາກ່ຽວກັບ “​ການຜັນຂະຫຍາຍວຽກງານການ​ທູດ​ເສດຖະກິດ​ຢ່າງ​ຄົບຊຸດ ແລະ ມີ​ປະສິດທິ​ຜົນ ​ເພື່ອ​ຮັບ​ໃຊ້​ການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດປະ​ເທດຊາດ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.