ເມັກຊິໂກ ແມ່ນປະເທດທີ່ນຳເຂົ້າປາປຶ່ງໃຫຍ່ອັນດັບທີ 3 ຂອງຫວຽດນາມ

11:12 | 25/08/2022

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຂໍ້​ມູນ​ຂອງ​ສະມາຄົມ​​ສົ່ງ​ອອກ ​ແລະ ປຸງແຕ່ງ​ອາຫານ​ທະ​ເລ​ຫວຽດນາມ (VASEP) ​ໃຫ້​ຮູ້​ວ່າ: ​ໃນ 7 ​ເດືອນ​ຕົ້ນ​ປີ​ນີ້, ​ເມັກ​ຊິ​ໂກ ​ໄດ້​ນຳ​ເຂົ້າປາປຶ່ງ​​ຫວຽດນາມ ກ່ວາ 73 ລ້ານ USD, ​ເຮັດ​ໃຫ້​ເມັກ​ຊິໂກ ​ກາຍ​ເປັນ​ປະ​ເທດ​ນຳ​ເຂົ້າ​ໃຫຍ່​ອັນ​ດັບ 3 ​ໃນ​ລາຍການ​ນີ້.

ຫວຽດນາມ ແລະ ເມັກຊິໂກ ສົ່ງເສີມການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ ຫວຽດນາມ ແລະ ເມັກຊິໂກ ສົ່ງເສີມການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ
ມີໂຮງງານປຸງແຕ່ງປາປຶ່ງຕື່ມອີກ 6 ແຫ່ງ ທີ່ສົ່ງອອກໄປອາເມລິກາ ມີໂຮງງານປຸງແຕ່ງປາປຶ່ງຕື່ມອີກ 6 ແຫ່ງ ທີ່ສົ່ງອອກໄປອາເມລິກາ

ໃນໄຕມາດທີ 1 ປີ 2022 ການສົ່ງອອກປາປຶ່ງ ໄດ້ຊ້າລົງ ເນື່ອງຈາກຄວາມຕ້ອງການນໍາເຂົ້າຈາກຕະຫຼາດມີທ່າອ່ຽງຫຼຸດລົງໃນບາງຕະຫຼາດ. ມາ​ຮອດ​ເດືອນ​ກໍລະກົດ, ການ​ສົ່ງ​ອອກ​ເລີ່​ມ​ເຕີບ​ໂຕ​ຄືນ​ໃໝ່, ບັນລຸ 197 ລ້ານ USD ​ແລະ ​ເພີ່ມ​ຂຶ້ນ 56% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021.

​ໄລ່ລວມໃນ 7 ​ເດືອນ​ຕົ້ນ​ປີ, ການ​ສົ່ງ​ອອກປາປຶ່ງ​ຂອງ​ຫວຽດນາມ ບັນລຸ​ກວ່າ 1,6 ຕື້ USD, ​ເພີ່ມ​ຂຶ້ນ 79%. ດັ່ງນັ້ນ, ພ້ອມກັບກຸ້ງ (ບັນລຸ 2,65 ຕື້ USD), ປາປຶ່ງ ແມ່ນຜະລິດຕະພັນອາຫານທະເລ ທີ່ມີວົງເງິນສົ່ງອອກໃຫຍ່ອັນດັບ 2, ບັນລຸ 1,6 ຕື້ USD ໃນ 7 ເດືອນຕົ້ນປີ, ເພີ່ມຂຶ້ນ 79%. ສະ​ນັ້ນ, ຈາກ​ອັນ​ດັບ 4 ໃນ​ບັນ​ດາ​ປະ​ເທດ​ນຳ​ເຂົ້າປາປຶ່ງ​ຂອງ​ຫວຽດ​ນາມ ໃນ​ປີ 2021, ເມັກ​ຊິ​ໂກ ໄດ້​ກາຍ​ເປັນ​ຕະ​ຫຼາດ​ຢືນທີ 3 (ຖັດ​ຈາກ ຈີນ ແລະ ອາ​ເມ​ລິ​ກາ), ກວມ 4,5% ຂອງ​ວົງ​ເງິນ​ສົ່ງ​ອອກ​ປາປຶ່ງ​ຫວຽດ​ນາມ.

ເມັກຊິໂກ ແມ່ນປະເທດທີ່ນຳເຂົ້າປາປຶ່ງໃຫຍ່ອັນດັບທີ 3 ຂອງຫວຽດນາມ
ເມັກຊິໂກ ແມ່ນປະເທດທີ່ນຳເຂົ້າປາປຶ່ງໃຫຍ່ອັນດັບທີ 3 ຂອງຫວຽດນາມ.

ອີງຕາມ VASEP, ໃນຂະນະທີ່ການສົ່ງອອກ​ປາປຶ່ງ ໄປຍັງຕະຫຼາດຫຼັກເຊິ່ງແມ່ນອາເມລິກາ ກຳລັງມີສັນຍານຊ້າລົງໃນເດືອນກໍລະກົດ (ຍ້ອນສິນຄ້າຄ້າງສາງເພີ່ມຂຶ້ນ, ການບໍລິໂພກຊ້າ ແລະ ລາຄາຫຼຸດລົງ) ນັ້ນ, ເມັກຊິໂກຍັງຄົງຮັກສາອັດຕາການເຕີບໂຕສູງ. ສະ​ເພາະ​ການ​ສົ່ງ​ອອກ​ປາປຶ່ງ ໄດ້​ເພີ່ມ​ຂຶ້ນ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021, ບັນລຸ 11 ລ້ານ USD.

ກ່ອນ​ໜ້າ​ນີ້, ໄລ່ຮອດ​ເດືອນ​ພຶດສະພາ 2022, ເມັກ​ຊິ​ໂກ ກໍ່​ແມ່ນ​ຕະຫຼາດ​ທີ່​ມີ​ວົງ​ເງິນ​ການ​ນຳ​ເຂົ້າ​ປາປຶ່ງ​ໃຫຍ່​ທີ່​ສຸດ​ຂອງ​ກຸ່ມ CPTPP, ກວມ 35% ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ຂອງ​ກຸ່ມ​​ດັ່ງກ່າວ. VASEP ຄາດ​ຄະ​ເນ​ວ່າ ການ​ສົ່ງ​ອອກປາປຶ່ງ ​ໄປ​ເມັກ​ຊິ​ໂກ​ຈະ​ບັນລຸ 125 ລ້ານ​ USD ​ໃນ​ປີ 2022, ​ເພີ່ມ​ຂຶ້ນ 80% ​ເມື່ອ​ທຽບ​ໃສ່​ປີ 2021.

ກ່ຽວ​ກັບ​ບັນດາປະເພດສິນຄ້າ, VASEP ​ໃຫ້​ຮູ້​ວ່າ: ​ໃນ 7 ​ເດືອນ​ຕົ້ນ​ປີ, ຊີ້ນ​ປາປຶ່ງ​ແຊ່​ແຂງ ​ທີ່​ສົ່ງ​ອອກ​ໄປ​ຍັງ​ເມັກ​ຊິໂກ​ກວມ 94% ຍອດ​ມູນ​ຄ່າ​, ບັນລຸ 69 ລ້ານ USD; ຜະ​ລິດ​ຕະ​ພັນ​ປາ​ຈາ​ຕັດ​ເປັນ​ຕ່ອນ ​ກວມ 6%, ບັນ​ລຸ 4,4 ລ້ານ USD.

ລາ​ຄາ​ສະ​ເລ່ຍ​ຊີ້ນປາປຶ່ງ​ແຊ່​ແຂງ​ທີ່​ສົ່ງ​ອອກ​ໄປ​ຕະຫຼາດ​ເມັກ​ຊິ​ໂກ​ໃນ​ເຄິ່ງ​ທຳ​ອິດ​ຂອງ​ປີ​ນີ້​ແມ່ນ 2,8 USD/ກິ​ໂລ, ສູງ​ກວ່າ​ລາ​ຄາ​ສະ​ເລ່ຍ 1,71 USD/ກິ​ໂລ​ ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 63,5%.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.