ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ

11:01 | 26/08/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ນະຄອນຫຼວງ​ພະນົມ​ເປັນ, ທ່ານ​ປະທານ​ພັກປະຊາຊົນ​ກຳປູ​ເຈຍ (CPP), ​ນາຍົກລັດຖະມົນຕີ Hun Sen, ທ່ານປະທານ​ກິດຕິມະສັັກ CPP, ປະທານ​ສະພາ​ແຫ່ງ​ຊາດ Heng Samrin ​ແລະ ຮອງ​ປະທານ CPP, ປະທານ​ສະພາ​ສູງ Say Chhum ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ເລ​ຮ່ວາຍ​ຈູງ, ກຳມະການຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ພວມ​ຢ້ຽມຢາມ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ.

ການນຳຂັ້ນສູງພັກ, ລັດລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ການນຳຂັ້ນສູງພັກ, ລັດລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ
ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ຝ່າຍຫວຽດນາມ - ກູບາ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ຝ່າຍຫວຽດນາມ - ກູບາ

ທີ່​ການ​ພົບ​ປະ​ໂອ້ລົມກັບ​ການ​ນຳ ກຳປູ​ເຈຍ, ທ່ານ ​ເລ​ຮ່ວາຍ​ຈູງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຕີ​ລາຄາ​ສູງ​ການ​ພົວພັນ​ສາມັກຄີ, ການຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ພັກ, ສອງລັດ, ​ເນັ້ນ​ໜັກ​ເຖິງ ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ກ່ຽວ​ກັບ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ​ກໍາ​ປູ​ເຈຍ​.

ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ

ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ.. (ພາບ: baomoi)

ການ​ນຳ ກຳປູ​ເຈຍ ກໍ​​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ, ຊົມ​ເຊີຍ​ບັນດາ​ຜົນງານ​ຮອບດ້ານ​ທີ່​ປະຊາຊົນ​ຫວຽດນາມ ຍາດ​ມາ​ໄດ້, ພິ​ເສດ​ແມ່ນ​ການຮັບມືກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ Covid-19, ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ, ປັບປຸງ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ເວທີສາກົນ.

ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ສອງ​ປະ​ເທດ ​ກໍໄດ້​ດຳ​ເນີນ​ການ​ເຈລະຈາ ​ແລະ ​ແຈ້ງ​ໃຫ້​ກັນ​ຊາບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ພັກ ​ແລະ ແຕ່ລະປະ​ເທດ, ພິ​ເສດ​ແມ່ນ​ວຽກ​ງານ​ກໍ່ສ້າງ​ພັກ, ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໃນ​ໂລກ ​ແລະ ພາກ​ພື້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.