ເດນມາກ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ບຸກເຂົ້າສູ່ຕະຫຼາດ EU ຢ່າງເລິກເຊິ່ງກວ່າເກົ່າ

14:14 | 24/08/2022

ຍສໝ - ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ເດນມາກ ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ສະບຽງ​ອາຫານ ໄດ້ມີການ​ຢ້ຽມຢາມ ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ ​ແຕ່​ວັນ​ທີ 16-19 ສິງຫາ ​ເພື່ອ​ແລກປ່ຽນ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ ​ແລະ ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ
ຫວຽດນາມ ຖືເປັນສຳຄັນການພົວພັນກັບ EU ແລະ ຮຸງກາຣີ ຫວຽດນາມ ຖືເປັນສຳຄັນການພົວພັນກັບ EU ແລະ ຮຸງກາຣີ

ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຂອງ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ​ເດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ສະບຽງ​ອາຫານ ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ສະຖານທູດ ເດນ​ມາກ ປະຈຳ​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ, ສະມາຄົມ​ກະສິກຳ ​ແລະ ສະບຽງອາຫານເດນ​ມາກ ເພື່ອ​ແນ​ໃສ່​ຟື້ນ​ຟູ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ສະບຽງ​ອາຫານ ພາຍຫຼັງ​ເກືອບ 2 ປີທີ່ຖືກຂາດວັກຂາດຕອນ ຍ້ອນການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ຈຸດປະສົງ​ຕົ້ນຕໍ​ຂອງ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ​ເດນ​ມາກ ​ແມ່ນ​ແບ່ງປັນ​ປະສົບ​ການ ​ແລະ ​ແນະນຳ​ບັນດາ​ວິ​ທີ​ການແກ້​ໄຂແຖວໜ້າໂລກ ເຊິ່ງໄດ້ຮັບການກວດກາຢັ້ງຢືນຂອງເດນມາກໃນການຜະລິດ​​ກະສິກຳ,​ສະບຽງ​ອາຫານ ​ແລະ ຊອກຫາກາລະ​ໂອກາດ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້.

ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດເດນ​ມາກ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ, ກົມ​ສັດຕະວະ​ແພດ ​ແລະ ອາຫານ ເດນ​ມາກ ​ແລະ ສະມາຄົມ​ກະສິກຳ ​ແລະ ສະບຽງອາຫານເດນ​ມາກ ກໍ່​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມສຳມະນາ "ປະສົບການ ແລະ ວິທີການແກ້ໄຂຂອງເດນມາກ ໃນການຜະລິດສະບຽງອາຫານ ແລະ ກະສິກໍາແບບຍືນຍົງ" ຢູ່ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໃນວັນທີ 17 ແລະ 19 ສິງຫາ ຕາມລຳດັບ.

ເດນມາກ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ບຸກເຂົ້າສູ່ຕະຫຼາດ EU ຢ່າງເລິກເຊິ່ງກວ່າເກົ່າ
ເດນມາກ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ບຸກເຂົ້າສູ່ຕະຫຼາດ EU ຢ່າງເລິກເຊິ່ງກວ່າເກົ່າ. (ພາບ: vietnamplus)

ກອງ​ປະຊຸມ​ຈະ​ສ້າງ​ເວທີ​ປາ​ໄສ ​ເພື່ອ​ເຊື່ອມ​ໂຍງ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ປະສົບ​ການ, ຄວາມ​ຮູ້ ​ແລະ ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ບັນດາ​ນັກວາງແຜນ​ກຳນົດ​ນະ​ໂຍບາຍ ​ແລະ ຜູ້​ຄຸ້ມ​ຄອງ​ຂະແໜງການ ກໍຄືບັນດາ​ວິ​ສາ​ຫະກິດ ເດນມາກ ​ແລະ ຫວຽດນາມ. ພາຍຫຼັງ​ກອງ​ປະຊຸມ​ສຳ​ມະ​ນາ, ຈະ​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ຢ່າງ​ເລິກ​ເຊິ່ງ ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ເດນ​ມາກ.

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຟຸ່ງດຶກ​ຕ໋ຽນ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ 13 ວິ​ສາ​ຫະກິດ ເດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ - ສະບຽງ​ອາຫານ. ຖື​ວ່າ​ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ຫວຽດນາມ ​ແລະ ເດນ​ມາກ ​ເພື່ອ​ຟື້ນ​ຟູ​ການ​ພົວພັນ​ຮ່ວມ​ມື​ອັນ​ຍາວ​ນານ​ລະຫວ່າງ 2 ປະ​ເທດ ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ສະບຽງ​ອາຫານ ພາຍຫຼັງ​ເກືອບ 2 ປີທີ່ຖືກຂາດວັກຂາດຕອນ ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ທ່ານ​ຮອງ​ລັດຖະມົນຕີ ຟຸ່ງດຶກ​ຕ໋ຽນ ຢືນຢັນ​ວ່າ: “​ໂຄງການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ເດນ​ມາກ ​ໃນ​ຂົງ​ເຂດ​ຜະລິດ​ກະສິກຳ ​ແລະ ສະບຽງ​ອາຫານ ​ແມ່ນມີຄວາມໝາຍ​ສຳຄັນ​ໃນ​ການ​ພັດທະນາຂະແໜງການ​ກະສິກຳ​ຂອງ ຫວຽດນາມ. ບັນດາ​ອົງການ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ສາມາດ​ຖອດ​ຖອນ​ບົດຮຽນ​ຈາກ​ບັນດາ​ຄູ່​ຮ່ວມ​ມື ​ເດນ​ມາກ ​ແລະ ນຳ​ໃຊ້​ໃນ​ສະພາບ​ທີ່​ຂະ​ແໜງ​ກະສິກຳ ຫວຽດນາມ ພວມ​ມານະ​ພະຍາຍາມ​ພັດທະນາ​ ຕາມ​ຕ່ອງ​ໂສ້​ມູນ​ຄ່າ ​ແລະ ການ​ຜະລິດ​ແບບ​ຍືນ​ຍົງ, ມຸ່ງ​ໄປ​ເຖິງ​ເປົ້າໝາຍພື້ນຖານ​ກະສິກຳທັນສະໄໝ ​ແລະ ​ເຕັກ​ໂນ​ໂລ​ຊີ​ສູງ”.

ທ່ານ Troels Jakobsen ທີ່​ປຶກສາ​ຝ່າຍ​ການ​ຄ້າ​ຢູ່​ສະຖານທູດ​ເດນ​ມາກ ​ກ່າວ​ວ່າ: ໃນ​ຫຼາຍ​ປີ​, ບັນດາ​ບໍລິສັດ​ກະສິກຳຂອງເດນ​ມາກ​ ໄດ້​ລົງທຶນ​ຢ່າງ​ບໍ່​ຢຸດ​ຢັ້ງ​ ໃນ​ການ​ຜະລິດ​ອຸປະກອນ ​ແລະ ​ວິທີການ​ແກ້​ໄຂການຜະລິດ​ໃໝ່​ເພື່ອ​ຊຸກຍູ້​ການ​ຜະລິດ ​ແລະ ​ປັບປຸງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ໃນ​ຂະນະ​ທີ່ມີຄວາມປະຢັດ​ນ້ຳ​ ແລະ​ ພະລັງງານຫຼາຍກວ່າ”.

ທ່ານ Troels Vensild, ຫົວໜ້າ​ອົງການ​ຮ່ວມ​ມື​ສາກົນ, ກົມ​ອາຫານ ​ແລະ ສັດຕະວະ​ແພດ ​ເດນ​ມາກ ​ແບ່ງປັນ​ວ່າ: “​ເມື່ອ​ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ໃຫ້​ເດນ​ມາກ​ເຂົ້າ​ສູ່​ຕະຫຼາດ ອາ​ຊຽນ, ​ເດນ​ມາກ ກໍພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ໃຫ້​ຫວຽດນາມ ​ເຂົ້າ​ສູ່​ຕະຫຼາດ EU ຢ່າງເລິກເຊິ່ງກວ່າອີກ. ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຫລາຍ​ຢ່າງ, ຂ້າພະ​ເຈົ້າ​ຄາດ​ວ່າ ບັນດາ​ອົງການ​ລັດຖະບານ, ວິ​ສາ​ຫະກິດ ​ແລະ ບັນດາ​ຫົວໜ່ວຍ​ຂອງ 2 ຝ່າຍ ​ຈະ​ຮ່ວມ​ມື​ຢ່າງ​ເລິກເຊິ່ງກວ້າງຂວາງ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ເດນ​ມາກ ​ໃນ​ຂົງ​ເຂດ​ກະ​ສີ​ກຳ - ສະບຽງ​ອາຫານ ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໄລຍະ​ຍາວ​ລະຫວ່າງ ​ເດນ​ມາກ ​ແລະ ຫວຽດນາມ ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ ​ເພື່ອ​ຫັນ​ຂະ​ແໜງ​ກະສິກຳ ​ແລະ ສະບຽງ​ອາຫານ​ ມຸ່ງ​ໄປ​ຕາມທິດ​ສີຂຽວ ​ແລະ ໝັ້ນຄົງ.

ນັບ​ແຕ່ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1971, ຫວຽດນາມ ​ແລະ ​ເດນ​ມາກ ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ. ປະຈຸ​ບັນ, ຫວຽດນາມ ສືບ​ຕໍ່​ແມ່ນ​ປະ​ເທດ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ລັດຖະບານ ​ເດນ​ມາກ ​ໃນ​ບັນດາ​ຂົງ​ເຂດ ​ຄື: ການ​ເຕີບ​ໂຕ​ສີຂຽວ, ພະລັງງານ, ນ້ຳ, ສຸຂະພາບ, ການ​ສຶກສາ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ວັດທະນະທຳ ​ແລະ ການ​ຄ້າ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.