ງານວາງສະແດງປຶ້ມກ່ຽວກັບສາຍພົວພັນຫວຽດນາມ-ລາວ

16:38 | 25/08/2022

ຕອນບ່າຍວັນທີ 23 ສິງຫາ, ທີ່ນະຄອນດ່ານັ້ງ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ ສົມທົບກັບສໍານັກພິມຈໍາໜ່າຍແຫ່ງຊາດລາວ ຈັດຕັ້ງພິທີໄຂງານວາງສະແດງປຶ້ມ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ: ຂີດໝາຍຜ່ານແຕ່ລະໜ້າປຶ້ມ” ແລະການພົບປະເຈລະຈາສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ.

ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022 ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ
ພະນັກງານສໍານັກພິມຈໍາໜ່າຍແຫ່ງຊາດລາວ ແນະນໍາປຶ້ມທີ່ຫາກໍ່ພິມຈຳໜ່າຍ. ພາບ: nhandan.vn
ພະນັກງານສໍານັກພິມຈໍາໜ່າຍແຫ່ງຊາດລາວ ແນະນໍາປຶ້ມທີ່ຫາກໍ່ພິມຈຳໜ່າຍ. ພາບ: nhandan.vn

ບັນດາປຶ້ມທີ່ໄດ້ນໍາມາວາງສະແດງລ້ວນແຕ່ມີຄຸນຄ່າດ້ານທິດສະດີ ແລະພຶດຕິກຳຕົວຈິງສູງ, ເຊິ່ງລວມມີປຶ້ມຊຸດໃຫຍ່, ຄື: ກາກມາກ-ອັງແກນນິພົນເລືອກເຟັ້ນ; ເລນິນນິພົນເລືອກເຟັ້ນ; ໂຮ່ຈີມິນນິພົນເລືອກເຟັ້ນ; ປະຫວັດສາດສາຍພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ (1930-2007), ປຶ້ມຂຽນກ່ຽວກັບຜູ້ນໍາຂອງສອງປະເທດ, ປຶ້ມປະຫວັດສາດ, ວັດທະນະທໍາ, ສັງຄົມ...

ພາຍຫຼັງພິທີໄຂງານວາງສະແດງ ໄດ້ດໍາເນີນການພົບປະເຈລະຈາສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (5-9-1962/5-9-2022). ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ພ້ອມກັນຫວນຄືນມູນເຊື້ອ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ.

ໃນຂອບເຂດການພົບປະເຈລະຈາ, ສອງຝ່າຍໄດ້ລົງນານໃນບົດບັນທຶກຊ່ວຍຈໍາການຮ່ວມມືດ້ວຍເນື້ອໃນ, ໂຄງການຮ່ວມມືລະອຽດເພື່ອແນໃສ່ປະກອບສ່ວນຊ່ວຍສອງຝ່າຍປະຕິບັດໜ້າທີ່ການເມືອງໃຫ້ເປັນຢ່າງດີ ແລະຍູ້ແຮງການພັດທະນາການຜະລິດ-ດໍາເນີນທຸລະກິດ, ເພີ່ມທະວີການແນະນໍາເຖິງເພື່ອນຜູ້ອ່ານຂອງສອງປະເທດກ່ຽວກັບປະເທດຊາດ, ປະຊາຊົນ, ບົດຮຽນໃນກິດຈະການປະຕິຮູບ, ເປີດປະຕູຂອງລາວ ແລະກິດຈະການປ່ຽນແປງໃໝ່ຂອງຫວຽດນາມ ກໍ່ຄືສາຍພົວພັນຮ່ວມມືມິດຕະພາບເຊິ່ງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.