ເຄື່ອງຫັດຖະກໍາຂອງຫວຽດນາມ ພິຊິດໃຈລູກຄ້າຢູ່ນິວຢອກ

16:46 | 24/08/2022

ຍສໝ - ອັດຕາ​ການ​ເຕີບ​ໂຕ​ຂອງ​ວົງ​ເງິນ​ການ​ຄ້າປະເພດ​ຫັດຖະກຳ​ຂອງ​ຫວຽດນາມ ​ສະ​ເລ່ຍ 9,5%/ປີ, ປະຈຸ​ບັນ​ບັນລຸ 2,2 ຕື້ USD/ປີ; ຕະຫຼາດ​ອາ​ເມ​ລິ​ກາ​ກວມ​ເອົາ 35% ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ ໃນ​ບັນດາ​ລາຍການ​ດັ່ງກ່າວ.

ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ນິວຢອກ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ນິວຢອກ
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76

ງານ​ວາງສະ​ແດງ​ສິນຄ້າ​ລະດູ​ຮ້ອນ "NY Now" ​​ແນະນຳບັນດາສິນຄ້າປະເພດ​ຂອງຂວັນ​ ແລະ ​ເຄື່ອງ​ຫັດຖະກຳ​ຂອງ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ ​ພວມ​ດຳ​ເນີນ​ຢູ່​ສູນງານ​ວາງສະ​ແດງ​ອຸດສາຫະກຳ ​ແລະ ການ​ຄ້າ Javits ຢູ່​ນະຄອນ New York (ອາ​ເມ​ລິ​ກາ).

ເຫດການໃຫຍ່​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ຫຼັງ​ຈາກ​ໂລກ​ລະ​ບາດ COVID-19 ເຊິ່ງໄດ້​ດຶງ​ດູດ​​ປະ​ມານ 950 ວິສາຫະກິດທີ່ມາ​ຈາກ 35 ປະ​ເທດ​ໃນ​ທົ່ວ​ໂລກ. ຫວຽດນາມ​ແມ່ນ​ໜຶ່ງ​ໃນ 9 ປະ​ເທດ​ທີ່​ມີຮ້ານຂາຍເຄື່ອງ​ແຫ່ງ​ຊາດສະເພາະ​ຂອງ​ຕົນ.

ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ຫ້ອງການ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ ຢູ່​ນິວຢອກ ​ແລະ ສະມາຄົມ​ຜູ້​ສົ່ງ​ອອກ​ເຄື່ອງ​ຫັດຖະກຳ​ຫວຽດນາມ, 8 ວິສາຫະກິດ​ສົ່ງ​ອອກ​ເຄື່ອງ​ຫັດຖະກຳ​ຂອງ​ຫວຽດນາມ ​ໄດ້​ນຳ​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້ ມີ​ເຄື່ອງ​ຫຼິ້ນ, ຂອງຂວັນ, ​ເຄື່ອງໃຊ້​ຂອງສອຍໃນ​ເຮືອນ​​ຫຼາຍຢ່າງ ເຊິ່ງໄດ້ຜະລິດແບບ​ເຄື່ອງ​ຫັດຖະກຳ​ຈາກ​ຜື, ຫວາຍ; ໄມ້ໄຜ່, ແລນ ແລະ ວັດສະດຸເຊລາມິກ.

ເຄື່ອງຫັດຖະກໍາຂອງຫວຽດນາມ ພິຊິດໃຈລູກຄ້າຢູ່ນິວຢອກ
ເຄື່ອງຫັດຖະກໍາຂອງຫວຽດນາມ ພິຊິດໃຈລູກຄ້າຢູ່ນິວຢອກ. (ພາບ: vietnamplus)

ທ່ານ ເລ​ບາ​ງ​ອກ, ​ເລຂາທິການ​ໃຫຍ່​ສະມາຄົມ​ສົ່ງ​ອອກ​ເຄື່ອງ​ຫັດຖະກຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເຄື່ອງ​ຫັດຖະກຳ​ຂອງ​ຫວຽດນາມ ​ໄດ້​ມີໜ້າ​ຢູ່ 163 ປະ​ເທດ ​ແລະ ​ເຂດ​ແຄວ້ນ.

ອັດຕາ​ການ​ເຕີບ​ໂຕ​ຂອງ​ວົງ​ເງິນ​ການ​ຄ້າ​ສະ​ເລ່ຍ​ແມ່ນ 9,5%/ປີ, ປະຈຸ​ບັນ​ບັນລຸ​ປະມານ 2,2 ຕື້ USD/ປີ ​ແລະ ​ແມ່ນ​ກຸ່ມ​ຜະລິດ​ຕະພັນ​ສົ່ງ​ອອກ 10 ປະ​ເພດ​ທີ່​ມີ​ວົງ​ເງິນ​ສົ່ງ​ອອກ​ໃຫຍ່​ທີ່ສຸດ ​ຂອງ​ຫວຽດນາມ. ອາ​ເມ​ລິ​ກາ​ແມ່ນ​ຕະຫຼາດ​ເຄື່ອງ​ຫັດຖະກຳ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ, ກວມ 35% ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ນິວຢອກ ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ. ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດ​ຫັດຖະກຳ ຫວຽດນາມ ​ທີ່ມີ​ການ​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ ດ້ວຍ​ຕະຫຼາດ​ທີ່ຟົດຟື້ນ​ຂອງ New York ພາຍຫຼັງ​ທີ່​ຂາດວັກຂາດຕອນ ​ເປັນ​ເວລາ 2 ປີ ຍ້ອນ​ໂລກລະບາດ​ໂຄ​ວິດ-19.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ສະມາຄົມ​ສົ່ງ​ອອກ​ເຄື່ອງ​ຫັດຖະກຳ ຫວຽດນາມ ຈະສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່ ອາ​ເມ​ລິ​ກາ, ​ເປັນ​ຂົວ​ຕໍ່​ໃຫ້​ເຄື່ອງ​ຫັດຖະກຳ​ຂອງ ຫວຽດນາມ ​ເພີ່ມ​ທະວີອັດຕາ​ສ່ວນ​ກວມ​ຕະຫຼາດ​ຢູ່ ອາ​ເມ​ລິ​ກາ ຢ່າງ​ວ່ອງ​ໄວ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມທຸກ​ຍາກ​ຊົນນະບົດ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ຫວຽດນາມ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ປີນີ້, ງານ​ວາງສະ​ແດງ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 14-17 ສິງຫາ (ຕາມ​ເວລາ​ທ້ອງ​ຖິ່ນ), ​ແມ່ນ​ໂອກາດ​ໃຫ້​ບັນດາ​ນັກ​ອອກ​ແບບ, ຜູ້ຜະລິດ ​ແລະ ຂາຍຍ່ອຍ​ເຄື່ອງ​ຫັດຖະກຳ​ຈາກ​ຫຼາຍ​ປະ​ເທດ​ໄດ້​ແນະນຳ, ມອບ​ຂອງ​ທີ່​ລະນຶກ ​ແລະ ​ເຊັນ​ສັນຍາ​ທຸລະ​ກຳ​ກັບ​ລູກ​ຄ້າ​ທີ່​ມີ​ທ່າ​ແຮງ ຫຼື ການ​ສົ່ງ​ເສີມ​ການ​ຄ້າດ້ວຍຮູບ​ແບບ​ການວາງ​ສະແດງ ຫຼື ​ການໂອ້ລົມ​ສົນ​ທະ​ນາ​ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ທ່າ​ອ່ຽງ​ຂອງ​ຜູ້​ບໍ​ລິ​ໂພກ​, ປະ​ສົບ​ການ​ເລີ່ມ​ຕົ້ນ​ ແລະ ເຄັດລັບໃນ​ການ​ດຳເນີນທຸ​ລະ​ກິດ​.

ວິ​ສາ​ຫະ​ກິດ​ຫັດ​ຖະ​ກຳ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ “NY Now” ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2004, ຕາມ​ໂຄງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ ​ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເປັນ​ປະ​ທານ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.