ແຂວງຝຸເທາະຈັດກອງປະຊຸມສົ່ງເສີມການລົງທຶນກັບວິສາຫະກິດ ອາເມລິກາ

17:14 | 24/08/2022

ຍສໝ - ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຝຸເທາະໄດ້ຈັດຂຶ້ນໃນວັນທີ 22 ສິງຫາ ຢູ່ນະຄອນຫຼວງ ວໍຊິງຕັນ ປະເທດ ອາເມລິກາ.

ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ
ພັດທະນາເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ III ຢູ່ແຂວງບິ່ງເຢືອງ ພັດທະນາເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ III ຢູ່ແຂວງບິ່ງເຢືອງ
ແຂວງຝຸເທາະຈັດກອງປະຊຸມສົ່ງເສີມການລົງທຶນກັບວິສາຫະກິດ ອາເມລິກາ

ແຂວງ​ຝຸ​ເທາະ​ຈັດ​ກອ​ງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ກັບ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ. ພາບ: TTXVN

ຢູ່ກອງປະຊຸມ, ທ່ານ ບຸຍວັນກວາງ ປະທານຄະນະກຳມະການປະຊາຊົນແຂວງ ຝຸເທາະ ໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນ, ວິສາຫະກິດ ອາເມລິກາ ມາຊອກຮູ້ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກາລະໂອກາດໃນການລົງທຶນ, ຮ່ວມມືຢູ່ແຂວງ; ທ່ານກໍ່ຢັ້ງຢືນວ່າ ຝຸເທາະໄດ້ກຽມພ້ອມຜະລິດຕະພັນເພື່ອໃຫ້ວິສາຫະຫກິດ, ນັກລົງທຶນມາຄັດເລືອກ, ພ້ອມທັງ ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບນັກລົງທຶນ ໃນຕະຫຼອດໄລຍະການເຄື່ອນໄຫວຢູ່ຝຸເທາະ, ນັບແຕ່ຂັ້ນຕອນປະຕິບັດລະບຽບການບໍລິຫານ, ຂັ້ນຕອນລົງທຶນ ແລະ ນັບທັງຂັ້ນຕອນເຄື່ອນໄຫວຂອງວິສາຫະກິດດ້ວຍທິດນຳທີ່ວ່າ: “ຜົນສຳເລັດຂອງພວກເພື່ອນກໍ່ແມ່ນຜົນສຳເລັດຂອງພວກຂ້າພະເຈົ້າ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວັກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຢັ້ງຢືນວ່າ: ໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ມີຄວາມຄືບໜ້າໃນທຸກຂົງເຂດ, ໃນນັ້ນ, ມີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ. ທ່າແຮງຂອງບັນດາວິສາຫະກິດ ອາເມລິກາ ແມ່ນການຜະລິດອຸດສາຫະກຳນຳໃຊ້ເຕັກໂນໂລຢີສູງ, ພະລັງງານສະອາດ, ເຕັກໂນໂລຢີຂໍ້ມູນຂ່າວສານ…ນີ້ກໍ່ແມ່ນບັນດາຂົງເຂດເຊິ່ງແຂວງຝຸເທາະມີຄວາມຫວັງຢາກດຶງດູດການລົງທຶນ.

ໄຊພອນ

ເຫດການ
302 Found

Found

The document has moved here.