ນັກສຶກສາຫວຽດນາມຍາດໄດ້ 7 ຫຼຽນໃນງານໂອລິມປິກວິຊາຟິຊິກດາລາສາດສາກົນ

10:56 | 26/08/2022

ຍສໝ - ຄະນະ​ນັກ​ສຶກສາ​ຫວຽດນາມ ຍາດ​ໄດ້ 1 ຫຼຽນ​ເງິນ, 5 ຫຼຽນ​ທອງ ​ແລະ 1 ລາງວັນ​ຊົມ​ເຊີຍ ​ໃນ​ງານ​​ໂອ​ລິມປິກ​ດາລາສາດ ​ແລະ ຟິຊິກດາລາສາດ​ສາກົນ.

ຫວຽດນາມຍາດໄດ້ 2 ຫຼຽນຄຳໂອລິມປິກສາກົນດ້ານຟິຊິກສາດດາລາສາດ ປີ 2021 ຫວຽດນາມຍາດໄດ້ 2 ຫຼຽນຄຳໂອລິມປິກສາກົນດ້ານຟິຊິກສາດດາລາສາດ ປີ 2021
ຜູ້ເຂົ້າແຂ່ງຂັນຫວຽດນາມທັງໝົດລ້ວນ​ແຕ່​ຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021 ຜູ້ເຂົ້າແຂ່ງຂັນຫວຽດນາມທັງໝົດລ້ວນ​ແຕ່​ຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021

ທີ່​ງານ​​ໂອ​ລິ​ມປິກ​ດາລາສາດ ​ແລະ ຟິຊິກດາລາສາດ​ສາກົນ ​ຄັ້ງ​ທີ 15, ຄະນະ​ຫວຽດນາມ ມີ 9 ຄົນ​ເຂົ້າ​ຮ່ວມ, ​ໃນ​ນັ້ນ​ມີ​ນັກ​ສຶກສາ 7 ຄົນ​ໄດ້​ຮັບ​ລາງວັນ.

ໃນປີ 2022, ງານໂອລິມປິກສາກົນກ່ຽວກັບດາລາສາດ ແລະ ຟີຊິກດາລາສາດ ໄດ້ຈັດຂຶ້ນຢູ່ Kutaisi, Gieorgia (ຈໍເຈຍ) ແຕ່ວັນທີ 14 ຫາ 22 ສິງຫາ 2022, ໂດຍມີຜູ້ເຂົ້າແຂ່ງຂັນຫຼາຍກວ່າ 200 ຄົນຈາກ 47 ປະເທດເຂົ້າຮ່ວມງານໃນທະວີບຕ່າງໆທົ່ວໂລກ.

ນັກສຶກສາຫວຽດນາມຍາດໄດ້ 7 ຫຼຽນໃນງານໂອລິມປິກວິຊາຟິຊິກດາລາສາດສາກົນ
ນັກສຶກສາຫວຽດນາມຍາດໄດ້ 7 ຫຼຽນໃນງານໂອລິມປິກວິຊາຟິຊິກດາລາສາດສາກົນ. (ພາບ: vnexpress)

ງານໂອລິມປິກສາກົນກ່ຽວກັບດາລາສາດ ແລະ ຟີຊິກສາດສາ​ກົນ (IOAA) ສໍາລັບນັກຮຽນມັດທະຍົມ ແມ່ນຈັດຂື້ນເພື່ອຮັບຮູ້ບົດບາດອັນໃຫຍ່ຫຼວງຂອງວິຊາດາລາສາດ ແລະ ຟີຊິກດາລາສາດ. ຜູ້ສະໝັກເຂົ້າຮ່ວມ ຕ້ອງຜ່ານການສອບເສັງບົດທີ່ເປັນພາສາອັງກິດທັງໝົດ 4 ບົດ, ລວມມີ: ບົດເສັງພາກປະຕິບັດ (ການເສັງສັງເກດດາວທີ່ສາຍພາຍໃນອາຄານ, ສອບເສັງກ່ຽວກັບແຜນທີ່ດາວ ແລະ ເສັງການສັງເກດທ້ອງຟ້າກາງຄືນຜ່ານກ້ອງດາລາສາດ), ການເສັງທິດສະດີ, ການຈັດການຂໍ້ມູນ ແລະ ການເສັງເປັນທີມ.

​ໃນ​ງານ​ໂອ​ລິ​ມປິກ​ດາລາສາດ ​ແລະ ຟິຊິກດາລາສາດ​ສາກົນ ​ປີ 2021, ຄະນະ​ນັກ​ສຶກສາ​ຫວຽດນາມ ຍາດ​ໄດ້ 2 ຫຼຽນ​ຄຳ, 1 ຫຼຽນ​ເງິນ ​ແລະ 2 ຫຼຽນ​ທອງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.