ພັດທະນາເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ III ຢູ່ແຂວງບິ່ງເຢືອງ

17:11 | 24/08/2022

ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງ ບິ່ງເຢືອງ, ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ແລະ ບໍລິສັດຮ່ວມທຸລະກິດເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VISP) ຈຳກັດ ໄດ້ຈັດການເຊັນສັນຍາສິນເຊື່ອໜູນຊ່ວຍໂຄງການລົງທຶນກໍ່ສ້າງເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ III ຢູ່ແຂວງ ບິ່ງເຢືອງ (VSIP III- ບິ່ງເຢືອງ) ດ້ວຍຍອດເງິນໜູນຊ່ວຍເຖິງ 4.600 ຕື້ດົ່ງ (200 ລ້ານ USD).

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022 ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022
13 ແຂວງ, ນະຄອນເຂົ້າຮ່ວມວັນບຸນວັດທະນະທໍາເຜົ່າມົ້ງ ຄັ້ງທີ III 13 ແຂວງ, ນະຄອນເຂົ້າຮ່ວມວັນບຸນວັດທະນະທໍາເຜົ່າມົ້ງ ຄັ້ງທີ III
ພັດທະນາເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ III ຢູ່ແຂວງບິ່ງເຢືອງ
ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ແລະ ບໍລິສັດຮ່ວມທຸລະກິດເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VISP) ຈຳກັດ ໄດ້ຈັດການເຊັນສັນຍາສິນເຊື່ອໜູນຊ່ວຍໂຄງການລົງທຶນກໍ່ສ້າງເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ III ຢູ່ແຂວງ ບິ່ງເຢືອງ. ພາບ: baotintuc.vn

ເຂດອຸດສາຫະກຳ VSIP III - ບິ່ງເຢືອງ ໄດ້ຮັບການກໍ່ສ້າງໃນເຂດທີ່ດິນມີເນື້ອທີ່ 1.000 ເຮັກຕາ. ຄາດວ່າ, ຍອດເງິນລົງທຶນປະມານ 13.300 ຕື້ດົ່ງ. ເຂດອຸດສາຫະກຳ VSIP III - ບິ່ງເຢືອງ ມຸ່ງໄປເຖິງເຂດອຸດສາຫະກຳແບບຢ່າງດ້ວຍບັນດາມາດຖານທີ່ເຄັ່ງຄັດກ່ຽວກັບສິ່ງແວດລ້ອມ, ຄວາມປອດໄພ, ພື້ນຖານວັດຖຸ, ສິ່ງອຳນວຍຄວາມສະດວກຜ່ານການໝູນໃຊ້ເຕັກໂນໂລຊີອັດສະລິຍະ…

ເມື່ອໄດ້ກໍ່ສ້າງສຳເລັດ, ນີ້ຈະແມ່ນເຂດອຸດສາຫະກຳທີ່ຄົບຊຸດ, ອັດສະລິຍະ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ທັນສະໄໝ. VSIP III ແມ່ນ​ເຂດ​ອຸດສາ​ຫະກຳ​ລຸ້ນທີ 3 ຢູ່​ບິ່ງ​ເຢືອງ, ໄດ້ສ້າງ​ຄວາມ​ສົນ​ໃຈ​ໃຫ້​ບັນດາ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ມາ​ຮອດ​ປະຈຸ​ບັນ, ​​ມີ​ຫຼາຍ​ໂຄງການ​ທີ່​ພົ້ນ​ເດັ່ນ​ໄດ້​ລົງທະບຽນ​ລົງທຶນ​ເຂົ້າ​ໃນ​ໂຄງການ​ດັ່ງກ່າວ​ເຊັ່ນ: ​ໂຄງການ​ທີ່​ມີ​ມູນ​ຄ່າ 1 ຕື້​ USD ​ຂອງ​ກຸ່ມບໍລິສັດ LEGO (ເດນມາກ) ​ໃນ​ເນື້ອ​ທີ່ 44 ​ເຮັກຕາ.

ໄຊພອນ

ເຫດການ
302 Found

Found

The document has moved here.