ຄະນະຜູ້ແທນຫວຽດນາມ ແລະ ສປປ.ລາວ ຢູ່ ເຈນີວາ ມີການພົບປະແລກປ່ຽນມິດຕະພາບ

13:00 | 24/08/2022

ຍສໝ - ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ ປາດ​ຖະໜາ​ວ່າ ບັນດາ​ລຸ້ນໜຸ່ມ​ຂອງ​ນັກ​ການ​ທູດ​ທີ່​ມີໜ້າເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ ຈະ​ສືບ​ຕໍ່​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ທີ່​ມີ​ຢູ່, ​ເຮັດ​ໃຫ້ການ​ພົວພັນ ຫວຽດນາມ - ລາວ ​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດທະຫານປະສົມລາວ - ຫວຽດນາມ ຢູ່ ສປປ ລາວ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດທະຫານປະສົມລາວ - ຫວຽດນາມ ຢູ່ ສປປ ລາວ
ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່

ຫວ່າງແລ້ວນີ້, ຄະນະຜູ້ແທນຂັ້ນສູງຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ອົງການຈັດຕັ້ງສາກົນອື່ນໆ ຢູ່ ເຈນີວາ (ສະວິດ) ໄດ້ມີການພົບປະແລກປ່ຽນມິດຕະພາບທີ່ເປັນມູນເຊື້ອກັບຄະ​ນະ​ຜູ້​ແທນ​ແຫ່ງ ສປປ ລາວ ປະຈໍາ ສ. ປະຊາ​ຊາດ, WTO ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ຢູ່​ ເຈນີວາ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (5/9/1962 – 5/9/2022) ​ແລະ 45 ປີ​ແຫ່ງ​ການ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ (18/7/1977 – 18/7/2022).

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ແລກປ່ຽນ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ ​ເຈ​ນີວາ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ. ທ່ານກໍ​ຫວັງ​ວ່າ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ເຄື່ອນ​ໄຫວພົບປະ​ແລກ​ປ່ຽນ ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ຂອງ​ພະ​ນັກ​ງານ ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຫຼາຍ​ຝ່າຍ​ທີ່​ສຳ​ຄັນ​ພິ​ເສດ​ນີ້.

ຄະນະຜູ້ແທນຫວຽດນາມ ແລະ ສປປ.ລາວ ຢູ່ ເຈນີວາ ມີການພົບປະແລກປ່ຽນມິດຕະພາບ
ຄະນະຜູ້ແທນຫວຽດນາມ ແລະ ສປປ.ລາວ ຢູ່ ເຈນີວາ ມີການພົບປະແລກປ່ຽນມິດຕະພາບ. (ພາບ: vietnamplus)

ຫວນຄືນມູນເຊື້ອອັນລ້ຳຄ່າຂອງນ້ຳໃຈສາມັກຄີທີ່ໄດ້ຮັກສາໄວ້ ແລະ ພັດທະນາຜ່ານຫຼາຍລຸ້ນການນຳ ແລະ ປະຊາຊົນສອງປະເທດ, ທ່ານນາງ​ເອກອັກຄະລັດຖະທູດ ປາດຖະໜາວ່າ ລຸ້ນໜຸ່ມຂອງນັກການທູດທີ່ເຂົ້າຮ່ວມການພົບປະແລກປ່ຽນ ຈົ່ງສືບຕໍ່ສືບທອດ ແລະ ພັດທະນາ, ເສີມຂະຫຍາຍມູນເຊື້ອອັນດີງາມທີ່ມີຢູ່ແລ້ວ, ​ເຮັດ​ໃຫ້​ການ​ພົວພັນ​ຫວຽດນາມ -​ ລາວ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ, ນຳ​​ຜົນ​ປະ​ໂຫຍ​ດມາໃຫ້​ປະຊາຊົນ​ສອງ​ປະ​ເທດ'.

ໂດຍຕາງໜ້າ​ໃຫ້​ພະນັກງານ, ລັດຖະກອນ​ຂອງ​ຄະນະ​ຜູ້​ແທນ​ລາວ ຢູ່​ Geneva, ທ່ານ Latsamy Keomany ​ເອກ​ອັກຄະ​ລັດຖະທູດ​ລາວ ​ແລະ ພັນ​ລະ​ຍາ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ, ຂອບ​ອົກ​ຂອບ​ໃຈ ​ແລະ ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ແລກປ່ຽນ​ຢູ່​ສຳນັກງານ​ຄະນະ​ຜູ້​ແທນ​ຫວຽດນາມ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Latsamy Keomany ​ແລ້ວ, ມູຂເຊື້ອຕິດພັນພ້ອມກັນສົມທົບບົນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ວຽກ​ງານ​ວິຊາ​ສະ​ເພາະ ​ລະຫວ່າງ​ຄະນະ​ຜູ້​ແທນ​ສອງ​ປະ​ເທດ​ຢູ່ Geneva ​ໄດ້​ສະທ້ອນ​ເຖິງ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ຢ່າງ​ແທ້ຈິງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ແລະ ລາວ.

ໃນ​ຖາ​ນະ​ເປັນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ພູ​ເຂົາ​, ແມ່ນ​້​ໍ​າ​ອັນດຽວກັນ, ສາຍ​ພົວ​ພັນອ້າຍ​ນ້ອງ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ ​ແລະ​ ຫຼໍ່ຫຼອມ​ໃນ​ປະ​ຫວັດ​ສາດ​ຫຼາຍ​ພັນ​ປີ​ຂອງ​ການ​ສ້າງ​ສາ ​ແລະ​ ປົກປັກຮັກສາປະ​ເທດຊາດ​.

ພິ​ເສດ, 6 ທົດ​ສະ​ວັດ​ຜ່ານ​ມາ, ສາຍ​ພົວ​ພັນທີ່ເປັນມູນເຊື້ອ​ອັນ​ດີ ແລະ ຄວາມ​ສະ​ໜິດ​ຕິດ​ພັນ​ອັນ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ລາວ ໄດ້​ຮັບ​ການ​ຮັກ​ສາ​ ເພີ່ມພູນຄູນສ້າງ​ຈາກ​ການ​ນຳ​ລຸ້ນ​ຕ່າງໆ​ຂອງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນັບບໍ່ຖ້ວນ ອັນໄດ້ກາຍເປັນສາຍພົວພັນທີ່ຫາຍາກ ແລະ ເປັນແບບຢ່າງ.

ໃນ​ບັນຍາກາດ​ມິດຕະພາບ ແບະ ສະໜິດສະໜົມ, ການ​ນຳ​ສອງ​ປະ​ເທດ ​ແລະ ພະນັກງານ, ລັດຖະກອນ​ຂອງ​ສອງ​ປະ​ເທດ​ ໄດ້​ທົບ​ທວນຄືນ​ບັນດາຈິດໃຈຄວາມ​ສາມັກຄີ, ສະໜິດຕິດພັນ ໜູນຊ່ວຍ​ເຊິ່ງກັນ ​ແລະ ກັນ, ພ້ອມກັນ​ເຂົ້າ​ຮ່ວມ​ລາຍການສິລະປະ ​ຍ້ອງຍໍສັນລະເສີນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ, ຮັບ​ປະທານ​ອາຫານ​ພື້ນ​ເມືອງ ​ແລະ ເຊື່ອມຕົວເຂົ້ສກັບການຟ້ອນລຳວົງ ແລະ ວາດຟ້ອນປະຈຳຊາດຂອງສອງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.