ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ

17:32 | 24/08/2022

ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ນຳໜ້າຄະນະຜູ້ແທນກະຊວງຍຸຕິທຳ ລາວ ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ
ພາບ​: TTXVN
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ. ພາບ​: TTXVN

ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໄລຍະຈະມາເຖິງ, ສອງປະເທດຈະສາມັກຄີ, ເປັນເອກະພາບກ່ວາອີກ, ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນ “ມິດຕະພາບທີ່ຍິ່ງໃຫຍ່” ຫວຽດນາມ - ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ, ປະກອບສ່ວນຊ່ວຍໃຫ້ແຕ່ລະປະເທດສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ໃນນັ້ນມີການສົ່ງເສີມວິສາຫະກິດສອງປະເທດຮ່ວມມື, ລົງທຶນຢູ່ແຕ່ລະປະເທດ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນຈະສະໜັບສະໜູນການພົວພັນຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດ, ຫວຽດນາມ ກຽມພ້ອມສືບຕໍ່ໜູນຊ່ວຍລາວ ໃນຂົງເຂດກົດໝາຍ ແລະ ນິຕິກຳ, ພິເສດແມ່ນຊຸກຍູ້ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແບ່ງປັນບົດຮຽນໃນການສ້າງສຳເລັດລະບຽບການ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ; ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າແກ້ໄຂບັນດາບັນຫາລວມທີ່ກ່ຽວຂ້ອງເຖິງສັນຊາດຂອງປະຊາຊົນທີ່ດຳລົງຊີວິດຢູ່ໃກ້ເຂດຊາຍແດນລວມຂອງສອງປະເທດ; ສືບຕໍ່ສະໜັບສະໜູນກັນໃນບັນດາເວທີປາໄສກ່ຽວກັບກົດໝາຍຫຼາຍຝ່າຍ ແລະ ພາກພື້ນ.

ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ຢັ້ງຢືນວ່າ: ຍາມໃດລາວ ກໍ່ຖືເປັນສຳຄັນ, ປາດຖະໜາຢາກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດລາວ - ຫວຽດນາມ ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ແຕ່ລະປະເທດ.

ໄຊພອນ

302 Found

Found

The document has moved here.