ການແຂ່ງຂັນປິງປອງ ທີ່ຟົດຟື້ນຊິງ “ຂັນເອກະລາດຄັ້ງທຳອິດ” ທີ່ຣັດເຊຍ

10:59 | 26/08/2022

ຍສໝ - ການແຂ່ງຂັນ​ຄັ້ງ​ນີ້​ ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິລາ 30 ກວ່າ​ຄົນ​ທີ່​ມາ​ຈາກ​ສະ​ໂມ​ສອນປິງປອງ​ຫວຽດນາມ ທີ່​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ​ທົ່ວ​ສະຫະພັນຣັດເຊຍ.

ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ
ສະຖານທູດຣັດເຊຍມອບອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກັບບັນດາແຂວງພາກໃຕ້ ສະຖານທູດຣັດເຊຍມອບອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກັບບັນດາແຂວງພາກໃຕ້

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ (19 ສິງຫາ 1945 – 19 ສິງຫາ 2022) ແລະ ວັນ​ຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2022), ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ຣັດ​ເຊຍ, ໜ່ວຍ​ສັງລວມ “ຮ່າ​ໂນ້ຍ - ມົດ​ສະ​ກູ” (Incentra) ​ໄດ້​ສົມທົບ​ກັບ​ສະມາຄົມ​ຫວຽດນາມ ປະຈຳ ຣັດ​ເຊຍ ​ເພື່ອ​ຈັດ​ຕັ້ງ​ການແຂ່ງຂັນປິງປອງ ​ສະມາຄົມຊາວ​ຫວຽດນາມ ຢູ່​ສະຫະພັນຣັດ​ເຊຍ ​ໃນ​ປີ 2022 ຊິງ “ຂັນເອກະລາດຄັ້ງທຳອິດ” ໃນ​ເວລາ 2 ວັນ​ຄື ​ວັນ​ທີ 20 – 21 ສິງຫາ 2022.

ການແຂ່ງຂັນປິງປອງ ທີ່ຟົດຟື້ນຊິງ “ຂັນເອກະລາດຄັ້ງທຳອິດ” ທີ່ຣັດເຊຍ
ການແຂ່ງຂັນປິງປອງ ທີ່ຟົດຟື້ນຊິງ “ຂັນເອກະລາດຄັ້ງທຳອິດ” ທີ່ຣັດເຊຍ. (ພາບ: vietnamplus)

ງານ​ແຂ່ງ​ຂັນ​ຄັ້ງ​ທຳ​ອິດ​ນີ້ ​ໄດ້​ເຕົ້າ​ໂຮມ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິ​ລາ 30 ກວ່າ​ຄົນ​ຂອງ​ສະ​ໂມ​ສອນ​ປິງປອງ​ຫວຽດ​ນາມ ທີ່​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ​ ດຳ​ເນີນ​ທຸ​ລະ​ກິດ​ໃນ​ທົ່ວ​ສະ​ຫະ​ພັນ​ຣັດ​ເຊຍ. ເປັນທີ່ຫນ້າສັງເກດ, ມີນັກກິລາທີ່ໄດ້ເດີນທາງຫຼາຍພັນກິໂລແມັດໄປ Moscow ເພື່ອເຂົ້າຮ່ວມໃນການແຂ່ງຂັນນີ້.

ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນຣັດເຊຍ ດັ້ງມິງຄອຍ ໄດ້ຕີລາຄາສູງຄວາມໝາຍທີ່ແທດຈິງຂອງການແຂ່ງຂັນປິງປອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນສຳຄັນແຫ່ງຊາດ, ພ້ອມກັນນັ້ນກໍຍ້ອງຍໍການປະກອບສ່ວນຢ່າງຕັ້ງໜ້າຂອງຊາວຫວຽດນາມ ທີ່ອາໄສຢູ່ ຣັດເຊຍ ແລະ Incentra ເຂົ້າໃນການລິເລີ່ມການຈັດຕັ້ງສະຫນາມໃຫມ່ສໍາລັບຊຸມຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.